top of page
Search

ມາສຶກສາກ່ຽວກັບຄຳ​ວ່າ: ວັດທະນະຖາວອນ ແລະ ວັດທະນາຖາວອນ.

  • Writer: Superphil Phil
    Superphil Phil
  • Jun 26, 2020
  • 1 min read

ອະ​ທິ​ບາຍ​ຄວາມ​ໝາຍ​ຂອງ​ຄຳ​ວ່າ: ວັດທະນະຖາວອນ ແລະ ວັດທະນາຖາວອນ.

ຄຳ​ນີ້​ເຮົາ​ຈະ​ໄດ້​ເຫັນ​ກັນ​ເກືອບ​ຕະ​ຫລອດ​ເປັນ​ຕົ້ນ​ແມ່ນ​ໃນ​ເອ​ກະ​ສານ​ທາງ​ການ​ຕ່າງໆ​ຂອງ​ ສ​ປ​ປ ລາວ, ແລະ ມີຫຼາຍຄົນທີ່ພະຍາຍາມອະທິບາຍຄວາມໝາຍຂອງຄຳນີ້ ແຕ່ກໍຍັງບໍ່ມັນເຂົ້າໃຈຢ່າງເລິກເຊິ່ງເທື່ອ, ຄວາມຈິງຄຳວ່າ “ວັດທະນະຖາວອນ” ເປັນຄຳທີ່ມີ 5 ພະຍາງ ເພາະເປັນປະສົມໃນພາສາປາລີ ເອີ້ນວ່າ #ຄຳສະໝາດ, ຕາມຫຼັກການຂອງຄຳສະໝາດ ແມ່ນເອົາຄຳເຄົ້າປະສົມກັນ ໂດຍບໍ່ມີການຕັດ, ການແປງອັກຂະຫຼະໃດໆເລີຍ.

ວັດທະນະຖາວອນ = ວັດທະນະ+ຖາວອນ

ຄຳວ່າ #ຖາວອນ ມາຈາກຄຳວ່າ “ຖາວະຣະ” ຕົກໃນກໍລະນີການແປງສະຫຼະ ×ະ ເປັນ ອໍ ໄດ້ເປັນ ວໍຣະ ແລ້ວແປງ “ຣະ” ເປັນຕົວສະກົດ ນ ຈະໄດ້ຮູບສົມບູນເປັນ “ວອນ”.

ຄຳວ່າ “ວັດທະນະ” ເປັນຄຳນາມ ແປວ່າ ຄວາມຈະເລີນຮຸ່ງເຮືອງ, ຄວາມກ້າວໜ້າ.

ຄຳວ່າ “ວັດທະນະ” ຍັງກົງກັບຄຳວ່າ “ພັດທະ ຫຼື ພັດທະນາ” ອີກດ້ວຍ. ໃນພາສາປາລີ-ສັນສະກິດ ມີຫຼາຍຄຳສັບທີ່ຕົວ ວ ແລະ ຕົວ ພ ຄືກັນເຊັ່ນ:

ວິຈາລະນະ = ພິຈາລະນະ

ວິນິດໄສ = ພິນິດໄສ

ວົງສາ = ພົງສາ

ວັດຈະນະ = ພົດຈະນະ

ເວສາລີ = ໄພສາລີ

ວຣະ = ພຣະ

ວັດສະດຸ ຫຼື ວັດຖຸ = ພັດສະດຸ

ຄຳວ່າ “ວັດທະນະ” ຖ້າບໍ່ມີຄຳຕໍ່ທ້າຍຈະລົງດ້ວຍ “ອາ” ຄື “ວັດທະນາ” ຖ້າມີຄຳຕໍ່ທ້າຍເປັນສະໝາດຈະລົງທ້າຍດ້ວຍ ອະ ຄື “ວັດທະນະ” ເຊັ່ນ ວັດທະນະທຳ, ວັດທະນະຖາວອນ…

ເວົ້າ​ລາວ​ກັນ

ວັດທະນາຖາວອນ

ຖ້າເປັນຄຳສົນທິຈະເປັນ ×າ ເຊັ່ນ “ວັດທະນະ + ອະຖາວອນ = ວັດທະນາຖາວອນ” ໂດຍການ ເອົາ “ນະ + ອະ = ນາ” ຄຳວ່າ “ຖາວອນ” ໝາຍເຖິງຄວາມໝັ້ນຄົງ, ຍືນຍົງ, ທ່ຽງແທ້ ເມື່ອເປັນຄຳສະໝາດ “ວັດທະນະຖາວອນ” ຈຶ່ງໝາຍເຖິງ ຄວາມໝັ້ນຄົງທີ່ເກີດຈາກການພັດທະນາ, ຄວາມຄວາມໝັ້ນຄົງທີ່ເກີດຈາກຄວາມຈະເລີນ, ຄວາມໝັ້ນຄົງທີ່ເກີດຄວາມຮຸ່ງເຮືອງ. ຫຼື ຖ້າແປແບບລາວໆເຮົາ ກໍຈະປະມານວ່າ “ຄວາມຈະເລີນຮຸ່ງເຮືອງທີ່ແທ້ຈິງ, ຄວາມຈະເລີນທີ່ໝັ້ນຄົງ. ອ່ານມາຮອດນີ້ຄົງຫາຍສົງໄສແລ້ວວ່າ ເປັນຫຍັງ ລັດຖະທຳມະນູນຈຶ່ງມີການປ່ຽນແປງ ວັດທະນາຖາວອນ ມາເປັນ ວັດທະນະຖາວອນ ເພາະຖ້າບໍ່ແປງກໍຈະມີນັກພາສາສາດ ທີ່ເຂົ້າໃຈຫຼັກໄວຍາກອນເລື່ອງການສົນທິ ອາດເຂົ້າໃຈວ່າເປັນຄຳສົນທິ ແລ້ວແປຄວາມໝາຍໄປແນວອື່ນນັ້ນເອງ. ອະ​ທິ​ບາຍຄຳ​ວ່າ: ວັດທະນະຖາວອນ ແລະ ວັດທະນາຖາວອນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Commenti


© 2023 by NOMAD ON THE ROAD. Proudly created with Wix.com

bottom of page