top of page
Search

ມາດຕະການ ການ Lock down ໄລ​ຍະ​ທີ່ສອງ ຂອງ ສ ປ ປ ລາວ

  • Writer: Superphil Phil
    Superphil Phil
  • May 19, 2020
  • 1 min read

ມາດຕະການ ການ Lock down ໄລ​ຍະ​ທີ່ສອງ ຂອງ ສ ປ ປ ລາວ ເນື່ອງ​ຈາກ​ໄລ​ຍະ​ການ​ຜ່ອນ​ຜັນ​ການ lock down ປະ​ເທດ​ໃນ​ຊ່ວງ ແລກໄດ້​ສິ້ນ​ສຸດ​ລົງ, ປະ​ເທດ​ລາວ​ບໍ່​ມີ​ຜູ້​ຕິດ​ເຊື້ອ​ເພີ່ມ​ຂື້ນ​ອີກ​ແລ້ວ​ ແລະ ຜູ້​ຕິດ​ເຊື້ອ​ກໍ່​ປິ່ນ​ປົວ​ຫາຍ​ດີ​ໄປ​ເກືອບ​ໝົດ​ແລ້ວ ແຕ່​ຫລາຍ​ປະ​ເທດ​ກໍ່​ຍັງ​ພົບ​ຜູ້​ຕິດ​ເຊື້ອ​ເພີ່ມ​ຢູ່​ສະ​ນັ້ນ ລັດ​ຖະ​ບານ​ກໍ່​ໄດ້​ມີ​ມາດ​ຕະ​ການ​ໃນ​ການ​ປ້ອງ​ກັນ​ເພື່ອ​ບໍ່​ໃຫ້​ພະ​ຍາດ​ໂຄວິດ​ນີ້​ແຜ່​ເຊື້ອ​ຕືມ​ອີກ​ໃນ​ປະ​ເທດ​ລາວ​ກໍ່​ເລີຍ​ມີ​ມາດ​ຕະ​ການ​ຜ່ອນ​ຜັ່ນ​ດັ່ງ​ນີ້.

ພາບ: vsitlaos.com

ໃນໄລຍະ 18 ພຶດສະພາ – 01 ມິຖຸນາ 2020 ເພື່ອໃຫ້ມີຜົນກະທົບຕໍ່ເສດຖະກິດ-ສັງຄົມ ໜ້ອຍທີ່ສຸດ ແລະ ໃຫ້ສັງຄົມ ສາມາດກັບມາໃຊ້ຊີວິດ ເປັນປົກກະຕິ ເທື່ອລະກ້າວ, ແຕ່ໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ເປັນຕົ້ນ ການຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ແທກອຸນຫະພູມ ແລະ ອະນາໄມສະຖານທີ່ ຕາມຄໍາແນະນໍາຂອງຄະນະສະເພາະກິດ ວາງອອກ: 1). ອະນຸຍາດໃຫ້ ສໍານັກງານອົງການຂອງພັກ-ລັດ, ສຳນັກງານ ຂອງບໍລິສັດ ເປີດດໍາເນີນການປົກກະຕິ ໂດຍໃຫ້ພະນັກງານ, ລັດຖະກອນ ໄປເຮັດວຽກເປັນປົກກະຕິ ແຕ່ຕ້ອງໃຫ້ຮັບປະກັນມາດຕະການ ປ້ອງກັນ ການຕິດເຊື້ອຕາມຄໍາແນະນໍາຂອງຄະນະສະເພາະກິດ, ຖ້າຫາກສໍານັກງານອົງການໃດ ມີເງື່ອນໄຂເຮັດວຽກ ຜ່ານລະບົບສື່ສານເອເລັກໂຕຼນິກ ແລະ ເຄືອຂ່າຍອິນເຕີເນັດ ກໍ່ສາມາດສືບຕໍ່ຕາມຄວາມເໝາະສົມ; 2). ອະນຸຍາດໃຫ້ປະຊາຊົນ, ພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ຜູ້ປະກອບການ, ຊາວຕ່າງດ້າວ ແລະ ຊາວຕ່າງປະເທດທີ່ອາໄສຢູ່ ສປປ ລາວ ສາມາດເດີນທາງພາຍໃນປະເທດໄດ້, ແຕ່ຕ້ອງໃຫ້ປະຕິບັດຕາມ ມາດຕະການປ້ອງກັນການຕິດເຊື້ອ ຢ່າງເຂັ້ມງວດ; 3). ອະນຸຍາດໃຫ້ເປີດການຂົນສົ່ງໂດຍສານທາງບົກ, ທາງນ້ຳ, ທາງອາກາດ ພາຍໃນປະເທດ ລະຫວ່າງແຂວງຫາແຂວງ, ແຕ່ຕ້ອງໃຫ້ປະຕິບັດຕາມມາດຕະການປ້ອງກັນການຕິດເຊື້ອ ຕາມຄໍາແນະນໍາ ຂອງຄະນະສະເພາະກິດ ແລະ ຂອງຂະແໜງການກ່ຽວຂ້ອງ ຢ່າງເຂັ້ມງວດ; 4). ອະນຸຍາດໃຫ້ມີການຝຶກອົບຮົມ, ສຳມະນາ ແລະ ການປະ ຊຸມເປັນທາງການ ພາຍໃນປະເທດ, ແຕ່ບໍ່ອະນຸຍາດໃຫ້ ຈັດງານ ລ້ຽງ ແລະ ໃຫ້ຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ມີບ່ອນລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ແທກອຸນຫະພູມ ແລະ ອະນາໄມສະຖານທີ່ ຕາມຄໍາແນະນໍາ ຂອງຄະນະສະເພາະກິດ ວາງອອກ. 9 ມາດຕະການ ຫລ​ຸດ​ຜ່ອນການ Lock down ປະເທດລາວ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page