ມາຮູ້ຈັກທີ່ມາຂອງ ຣາຊຣົຖທີປະດິດສະຖານແຫ່ພຣະບາງ.
- Superphil Phil
- Sep 12, 2020
- 1 min read
Updated: Oct 22, 2020
ມາຮູ້ຈັກທີ່ມາຂອງ ຣາຊຣົຖທີປະດິດສະຖານແຫ່ພຣະບາງ. ຫລັງຈາກທີສາທຸໃຫຍ່ ຄຳຈັນ ວິຣະຈິດຕະ ມະຫາເຖຣະ ມໍຣະນະພາບລົງ ເມືອວັນທີ 09 ກໍລະກົດ 2007 ແລ້ວ. ຕໍ່ມາໃນປີ 2011 ທ່ານບຸນເພັງ ສີອຸດົມພັນ ຕອນ ສາທຸພໍ່ບຸນເພັງ ວິຣະທັມໂມ ຍັງບໍ່ທັນໄດ້ບວດ ໄດ້ມີແນວຄິດຢາກສ້າງຣາຊຣົຖ ຂຶ້ນໂດຍໄດ້ແນວຄິດຈາກຮູບພາບ ຂອງຣາຊຣົຖຈຳລອງ ທີຢູ່ໃນພຣະຣາຊວັງ (ຫໍພິພິຕະພັນ ຫລວງພຣະບາງ ) ທີເຄີຍມີມາຫລາຍຮ້ອຍປີແລ້ວ ຫລັງຈາກນັ້ນກໍບໍ່ເຫັນມີ ເພາະໃນສະໄຫມເຈົ້າສີສະຫວ່າງວົງ ແລະສີສະຫວ່າງວັດທະນາ ພິທີແຫ່ພຣະບາງລົງຫົດສົງ ເພິ່ນກໍ່ມີທະຫານມະຫາດເລັກ ຫາມຜາສາດ ໂດຍບໍ່ມີຣາຊຣົຖ.
ຣາຊຣົຖ ທີເຫັນໃນປະຈຸບັນນີ້ ແມ່ນທ່ານບຸນເພັງ ສີອຸດົມພັນ ແມ່ນໄດ້ຂໍອະນຸຍາດຈາກທາງແຂວງຫລວງພຣະບາງ ແລ້ວຊອກຫາທິນຮອນໃນການສ້າງທັງຣາຊຣົຖແລະຜາສາດ ຕົກເປັນເງິນ ປະມານ 180 ລ້ານກີບ ແລະສ້າງແລະແລ້ວ ໃນປີ 2011ໂດຍໃຫ້ທ່ານ ສຸຮິຍາ ຂັດຕິຍະຣາຊ ເປັນຜູ້ອອກແບບ ໂດຍກຳກັບກວດແກ້ ໂດຍທຸເຈົ້າລຸງມະນີ ຂັດຕິຍະຣາຊ, ນອກຈາກຣາຊຣົຖແລະຜາສາດຂອງພຣະບາງແລ້ວ ເພິ່ນຍັງສ້າງ ຣາຊຣົຖຫວໍອີກນຳ ເຊິ່ງຕົກເປັນມູນຄ່າ ປະມານ 94 ລ້ານກີບ. ຕົກມາຮອດປີ 2013 ທ່ານບຸນເພັງ ສີອຸດົມພັນ ກໍ່ເຂົ້າບວດເປັນພຣະພິກຂຸ ທີວັດແສນ ສຸຂາຣາມ ແລ້ວ ຂົນຂວາຍທິຶນຮອນ ຈາກນ້ອງສາວ ນາງບົວຈີນ ວິສີສົມບັດ ເພື່ອໃຫ້ຊ່ອຍອອກທຶນໃນການສ້າງ ຣົຖຫວໍ ໃຫ້ວັດແສນ ສຸຂາຣາມ ຕົກເປັນມູນຄ່າ 150 ລ້ານກີບ. ນັບທີສາທຸພໍ່ ບຸນເພັງ ເພິ່ນບວດເປັນພຣະພິກຂຸສົງມາ ເພິ່ນກໍ່ໄດ້ເປັນຜູ້ນຳຫນ້າພາທາງ ໃນການສ້າງສາພັດທະນາ ໂດຍສະເພາະກໍ່ແມ່ນ ຜາສາດ. ທຳມາດ , ສະພັງ ( ບ່ອນສົງນ້ຳພຣະພຸດທະຮູບ ) ຮາງລິນສົງນ້ຳພຣະ ແລະສົງນ້ຳພຣະສົງ , ອາດສະນະສົງ, ກະລໍ ( ໂປ່ງ ) ກອງ… ເພື່ອແຈກຍາຍ ໃຫ້ແກ່ບັນດາວັດຕ່າງໆ ທົ່ວປະເທດ ເລື້ອຍໆມາ ເຊັ່ນ ທຳມາດ ຮາງລິນ ທີອາດສົງ … ຂອງວັດອົງຕື້ ມະຫາວິຫານ ວັດທາດຫລວງ ວັດຊຽງແວ່…ເປັນຕົ້ນ. ທີ່ໄປທີ່ມາຂອງ ຣາຊຣົຖທີປະດິດສະຖານແຫ່ພຣະບາງ ຫຼວງພະບາງ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Doodido.
Commentaires