top of page
Search

ມາ​ຮູ້​ຈັກ​ຄຳ​ວ່າ”ບ້ານໄກ້ເຮືອນຄຽງ” ແລະ ຄວາມ​ໝາຍ​ຂອງ​ມັນ

  • Writer: Superphil Phil
    Superphil Phil
  • Mar 18, 2020
  • 1 min read


#ບ້ານໄກ້ເຮືອນຄຽງແມ່ນຫຍັງ?

ແມ່ນການໄປມາຫາສູ່ ການເບິ່ງແຍງ ທັກທາຍກັນ ມີຫຍັງກະຊ່ວຍເຫລືອກັນ ບໍ່ວ່າຈະເປັນອາຫານ ແຮງງານ ເຊັ່ນວ່າ: ບ້ານທ້າວ ກ ດຳນາ ທຸກຄົນຈະຮວມຕົວກັນໄປຊ່ວຍດຳນາ ຫລື ບ້ານໃດມີງານມັດແຂນ ກໍຈະມີເອື້ອຍລ້ຽງ ມີພໍ່ຄົວມາຊ່ວຍກັນຂ້າ ຊ່ວຍກັນເຮັດ ອາຫານ ໂດຍຈະບໍ່ໄດ້ໃຊ້ເງິນຈ້າງຈັກກີບ ຂ້ອຍເອີ້ນມັນວ່າ “ໃຊ້ໃຈຈ້າງ“ ຜູ້ບໍ່ມີແຮງງານ ກະຊ່ວຍເຂົ້າສານ ຜັກ ຫມາກໄມ້ ຄົນລະກຳ ສອງກຳ ຈັບຫິ້ວມາຊ່ວຍ ເຫັນແລ້ວຮູ້ສຶກໄດ້ຖິງຄວາມອົບອຸ່ນ ໃນຄວາມເປັນຫມູ່ບ້ານແທ້ໆ

ພາບ: FB Noy Santhichak


ຄຳວ່າ”ບ້ານໃກ້ເຮືອນຄຽງ” ຍັງໝາຍເຖິງການໂອບເອື້ອອາລີ ຮັກແພງເຊິ່ງກັນແລະກັນລະຫວ່າງບຸກຄົນ ຫຼື ຄອບຄົວທີ່ຢູ່ໃນບໍລິເວນອັນໃກ້ຄຽງກັນ ອາດຈະບໍ່ແມ່ນພີ້ນ້ອງທາງສາຍເລືອດແຕ່ກໍ່ຮັກແພງແບ່ງປັນກັນບໍ່ຕ່າງຫຍັງກັບຄົນໃນຄອບຄົວດຽວກັນ ຊ່ວຍເປັນຫູເປັນຕາເຊິ່ງກັນ ແລະ ກັນໃນຊ່ວງເວລາທີ່ຂັບຂັນເຊັ່ນວ່າ: ທ. ກ ບໍ່ຢູ່ບ້ານ ເລີຍຝາກ ທ.ຂ ໃຫ້ຊອດສ່ອງເບິ່ງແຍງດູແລໃຫ້ເວລາທີ່ຕົນເອງບໍ່ຢູ່ ບັງເອີນວ່າໃນຊ່ວງເວລາທີ່ ທ.ກ ບໍ່ຢູ່ບ້ານຊ້ຳພັດມີພວກຄົນບໍ່ດີຂື້ນມາງັດແງະບ້ານເຮືອນໃຫ້ເກີດຄວາມເສຍຫາຍແລ້ວ ທ.ຂ ກໍສາມາດແຈ້ງບ້ານ ຫຼື ເຈົ້າໜ້າທີ່ບໍລິເວນໃກ້ຄຽງແທນ ທ.ກ ໄດ້.

ຫາກ​ຈະ​ປຽບ​ທຽບ​ລະ​ດັບ​ປະ​ເທດ​ທີ່​ເວົ້າ​ວ່າ​ເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງກໍ່​ອາດ​ຈະ​ເປັນ​ປະ​ເທດ​ທີ່​ຮັກ​ແພງ​ສະ​ນິດ​ແໜ້ນ​ກັນ, ເຊິ່ງບໍ່ຕ່າງຫຍັງກັບອ້າຍນ້ອງໄທລາວເຮົາ ເຊິ່ງມີຕຳນານເລົ່າຂານກັນມາເປັນເວລາດົນນານແລ້ວ ວ່າເປັນ “ບ້ານໃກ້ເຮືອນຄຽງ” ເພາະໃນເວລາທີ່ປະເທດລາວເຮົາເດືອດຮ້ອນ ປະເທດເພື່ອນບ້ານເຊັ່ນປະເທດໄທກໍ່ຍື່ນມືເຂົ້າມາຊ່ວຍເປັນຈິດໜື່ງໃຈດຽວກັນສະເໝີມາ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page