ມາສະນັບສະໜູນສິນຄ້າລາວໃນງານມະຫາກຳ ສີມືຫັດຖະກຳລາວຄັ້ງທີ່ 19 ນີ້.
- Superphil Phil
- Oct 20, 2020
- 1 min read
ມາສະນັບສະໜູນສິນຄ້າລາວໃນງານມະຫາກຳ ສີມືຫັດຖະກຳລາວຄັ້ງທີ່ 19 ນີ້. ງານມະຫາກໍາ ສີມືຫັດຖະກໍາລາວ ຄັ້ງທີ 19 ປະຈໍາ ປີ 2020 ທີ່ໄດ້ເປີດໃຫ້ບັນດາມວນຊົນ ໄດ້ເຂົ້າມາທ່ຽວຊົມ, ຈັບຈ່າຍຊື້ສິນຄ້າ ແລະ ຜະລິດຕະພັນສີໄມ້ລາຍມືຂອງຄົນລາວ ຕັ້ງແຕ່ວັນທີ 10 ຕຸລາ ແລະ ຈະເປີດໄປຮອດ ວັນທີ 18 ຕຸລາ 2020, ບັນພໍ່ຄ້າຊາວ-ຂາຍ, ຫົວໜ່ວຍທຸລະກິດ ຕະຫລອດພໍ່ແມ່ປະຊາຊົນ ພາຍໃນນະຄອນຫລວງວຽງຈັນ, ມາທ່ຽວຊົມອຸດໜູນ ແລະ ຊື້ຜະລິດຕະພັນ ສີໄມ້ລາຍມືຂອງຄົນລາວໃນງານນີ້ໄດ້. ພາຍໃນງານ ໄດ້ມີຫລາກຫລາຍຜະລິດ ຕະພັນເຂົ້າມາວາງສະແດງ ແລະ ຂາຍ ເປັນຕົ້ນ ເຄື່ອງຫັດຖະກໍາຜ້າໄໝ, ຜ້າຝ້າຍພື້ນເມືອງ, ເຄື່ອງເງິນ, ວັດຖຸມີຄ່າ, ເຄື່ອງທອງເຫລືອງ, ເຄື່ອງປັ້ນດິນເຜົ່າ, ເຄື່ອງຈັກສານຈາກໄມ້ປ່ອງ, ຫວາຍ ແລະ ເຄື່ອງຊົນເຜົ່າ ພ້ອມດ້ວຍຜັກ, ໝາກໄມ້ ແລະ ອາຫານການກິນ ທີ່ເປັນເອກະລັກສະເພາະ ຂອງແຕ່ລະແຂວງພາຍໃນທົ່ວປະເທດ.
ເພື່ອເປັນການອະ ນຸລັກ ຮັກສາພູມປັນຍາ ທາງດ້ານຫັດຖະກຳ ແລະ ການຟື້ນຟູການຜະລິດ ເຄື່ອງຫັດຖະກຳ ຂອງຊົນເຜົ່າຕ່າງໆ ທີ່ຖືກປະຖິ້ມຄືນໃໝ່, ພ້ອມທັງເປັນການຊຸກຍູ້ສົ່ງເສີມ ຜະລິດຕະພັນຂອງຄົນລາວ, ສົ່ງເສີມໃຫ້ການຜະລິດ ເຄື່ອງຫັດຖະກຳກາຍເປັນສິນຄ້າ, ສ້າງລາຍໄດ້ໃຫ້ກັບຊຸມຊົນ ເຮັດໃຫ້ເຂົາເຈົ້າສາມາດ ຊ່ວຍເຫລືອຄອບຄົວ ໃຫ້ມີຊີວິດທີ່ດີ ໃຫ້ພົ້ນເດັ່ນໃນເວທີພາກພື້ນ ແລະ ສາກົນ. ເຊີນເປັນສ່ວນໜື່ງໃນງານມະຫາກຳ ສີມືຫັດຖະກຳລາວຄັ້ງທີ່ 19. ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
Comments