ມອບ-ຮັບ ແລະ ເປີດນຳໃຊ້ໂຄງການພັດທະນາພື້ນຖານໂຄງລ່າງສົ່ງເສີມການທ່ອງທ່ຽວ.
- Superphil Phil
- Sep 27, 2020
- 1 min read
ມອບ-ຮັບ ແລະ ເປີດນຳໃຊ້ໂຄງການພັດທະນາພື້ນຖານໂຄງລ່າງສົ່ງເສີມການທ່ອງທ່ຽວ.
ຕາມຂ່າວຈາກໜັງສືພິມລາວພັດທະນາລາຍງານໃຫ້ຮູ້ວ່າ ໄດ້ມີພິທີມອບ-ຮັບ ແລະ ເປີດນຳໃຊ້ໂຄງການພັດທະນາພື້ນຖານໂຄງລ່າງ ລວມທັງສິ່ງອຳນວຍຄວາມສະດວກເພື່ອສົ່ງເສີມການທ່ອງທ່ຽວຢູ່ສອງເມືອງຂອງແຂວງຫລວງພະບາງຄື: ເມືອງຈອມເພັດ ແລະ ເມືອງປາກອູ ໄດ້ຈັດຂຶ້ນໃນຕົ້ນເດືອນກັນຍານີ້ ໂດຍມອບໃຫ້ອົງການປົກຄອງແຂວງເປັນຜູ້ຮັບຜິດຊອບຄຸ້ມຄອງ ແລະ ນຳໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ. ຫົວໜ້າໂຄງການພັດທະນາໂຄງລ່າງພື້ນຖານ ທ່ານ ສູນ ມະນີວົງສ໌ ກ່າວໃຫ້ຮູ້ວ່າ: ການປະຕິບັດໄລຍະທຳອິດຂອງໂຄງການນີ້ແມ່ນໄດ້ຮັບທຶນກູ້ຢືມຈາກທະນາຄານພັດທະນາອາຊີ ລວມມູນຄ່າທັງໝົດ 43 ລ້ານໂດລາສະຫະລັດ.
ໃນນັ້ນ ມີທຶນສົມທົບຂອງລັດຖະບານ 3 ລ້ານໂດລາສະຫະລັດ ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2015 ຢູ່ແຂວງອຸດົມໄຊ ໄດ້ກໍ່ສ້າງເສັ້ນທາງໄປຫາຖ້ຳຈອມອອງ ຄວາມຍາວ 54 ກມ ລວມທັງສິ່ງອຳນວຍຄວາມສະດວກບໍລິເວນໜ້າຖ້ຳ ແລະ ພາຍໃນຖ້ຳ, ວຽກງານພັດທະນາບຸກຄະລາກອນໃນຂະແໜງການທ່ອງທ່ຽວທັງພາກລັດ ແລະ ພາກທຸລະກິດ.

ສ່ວນແຂວງຄຳມ່ວນ ກໍໄດ້ສ້າງເສັ້ນທາງໄປຖ້ຳຊ້າງ ຄວາມຍາວ 4,5 ກມ, ກໍ່ສ້າງສິ່ງອຳນວຍຄວາມສະດວກບໍລິເວນໜ້າຖ້ຳ, ກໍ່ສ້າງເສັ້ນທາງ ແລະ ສິ່ງອຳນວຍຄວາມສະດວກບໍລິເວນເດີ່ນພະທາດສີໂຄດຕະບອງ ແລະ ພັດທະນາບຸກຄະລາກອນໃນຂະແໜງການທ່ອງທ່ຽວ ທັງພາກລັດ ແລະ ພາກທຸລະກິດເຊັ່ນດຽວກັນ.
ສະເພາະຢູ່ແຂວງຫລວງພະບາງ ໂຄງການພັດທະນາໂຄງລ່າງພື້ນຖານ ເພື່ອສົ່ງເສີມການທ່ອງທ່ຽວໄດ້ເລີ່ມລົງມືມາແຕ່ເດືອນມັງກອນ 2018, ຈັດຕັ້ງປະຕິບັດຢູ່ເມືອງປາກອູ ແລະ ເມືອງຈອມເພັດ. ໃນນັ້ນ ເມືອງປາກອູໄດ້ສ້າງເສັ້ນທາງ ອາ1 ແຕ່ທາງ 13 ເໜືອຫາປາກອູ ມີຄວາມຍາວ 8,4 ກິໂລແມັດ, ສ້າງທາງພາຍໃນບ້ານຊ່າງໄຫ ແລະ ບ້ານປາກອູ ຍາວທັງໝົດ 1,2 ກິໂລແມັດ, ພ້ອມທັງ ສ້າງຂັ້ນໄດຂຶ້ນລົງທ່ານ້ຳ ຢູ່ບ້ານຊ່າງໄຫ 2 ແຫ່ງ, ຢູ່ບ້ານປາກອູ 1 ແຫ່ງ ແລະ ສ້າງຫ້ອງນ້ຳສາທາລະນະ, ບ່ອນຈອດລົດ ແລະ ສ້າງສູນຂໍ້ມູນຂ່າວສານ ບ້ານລະ 1 ແຫ່ງ, ພ້ອມຕິດຕັ້ງໄຟເຍືອງທາງ. ວຽກດ່ວນ! ມອບ-ຮັບສົ່ງເສີມການທ່ອງເລັ່ງພັດທະນາໂຄງລ່າງພື້ນຖານ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido.
Comments