top of page
Search

ມົນສະເໜ່ແຫ່ງເຊກອງ ຊົນເຜົ່າກະຕູ ກັບຄວາມເຊື່ອທີ່ເປັນເອກະລັກ

  • Writer: Superphil Phil
    Superphil Phil
  • May 12, 2020
  • 1 min read

Updated: May 13, 2020

ມົນສະເໜ່ແຫ່ງເຊກອງ ຊົນເຜົ່າກະຕູ ກັບຄວາມເຊື່ອທີ່ເປັນເອກະລັກ

ປະເທດລາວມີອະລິຍະທຳທີ່ເກົ່າແກ່ໃນອາຊີຕາເວັນອອກສຽງໃຕ້ ແລະ ມີຄວາມຫຼາກຫຼາຍທາງດ້ານຊົນເຜົ່າ, ວັດທະນະທຳ, ຮີດຄອງປະເພນີ ແລະ ຮູບແບບການດຳລົງຊີວິດ ພົນລະເມືອງລາວປະກອບມີຫຼາຍເຖິງ 50 ຊົນເຜົ່າ ເຊິ່ງຊົນເຜົ່າກະຕູ ກໍ່ເປັນໜຶ່ງໃນນັ້ນ ແລະ ນອນຢູ່ໃນກຸ່ມຊົນເຜົ່າທີ່ປາກເວົ້າພາສາມອນ-ຂະແມ ແລະ ມີຮູບແບບການດຳລົງຊີວິດທີ່ເປັນເອກະລັກ ອັນໄດ້ກາຍເປັນມົນສະເໜ່ສະເພາະຂອງເຂົາເຈົ້າ.

ພາບ: idsala.com

ແຂວງເຊກອງ ເປັນແຂວງນ້ອຍ ແຕ່ເຕັມໄປດ້ວຍສີສັນຂອງຮີດຄອງປະເພນີຈາກຫຼາກຫຼາຍຊົນເຜົ່າ ເຊິ່ງໃນນັ້ນມີຊົນເຜົ່າກະຕູຫຼາຍກວ່າໝູ່,​ ແຂວງເຊກອງ ຕັ້ງຢູ່ທາງພາກໃຕ້ຂອງລາວ ຫ່າງຈາກນະຄອນຫຼວງວຽງຈັນປະມານ 815 ກິໂລແມັດ, ທາງທິດຕາເວັນອອກມີຊາຍແດນຕິດກັບຫວຽດນາມ ປະກອບມີ 4 ເມືອງຄື: ເມືອງລະມາມ, ເມືອງກະລຶມ, ເມືອງທ່າແຕງ ແລະ ເມືອງດາກຈຶງ. ແຂວງເຊກອງ ຫຼື ຮູ້ຈັກກັນໃນອະດີດໃນຊື່ແຂວງຕາເວັນອອກ ເຄີຍເປັນສ່ວນໜຶ່ງຂອງແຂວງສາລະວັນ, ແຕ່ໄດ້ຮັບການແຍກຕົວອອກມາຕັ້ງເປັນແຂວງໜຶ່ງຕ່າງຫາກ ເມື່ອປີ 1983. ຈາກການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທ 4 ປີ 2015 ຂອງສູນສະຖິຕິແຫ່ງຊາດ ຊົນເຜົ່າກະຕູມີພົນລະເມືອງທັງໝົດ 28,378 ຄົນ ຍິງ 14,341 ຄົນ ກວມເອົາ 0.4% ຂອງພົນລະເມືອງລາວທັງໝົດ. ຕາມການສັນນິຖານຂອງນັກຄົ້ນຄວ້າຫຼາຍທ່ານໄດ້ໃຫ້ຮູ້ວ່າ: ຊົນເຜົ່າກະຕູ ໄດ້ອົບພະຍົບ ແລະ ເຄື່ອນຍ້າຍມາຈາກພາກຕາເວັນອອກສຽງໃຕ້ຂອງອິນເດຍ ແລະ ບໍລິເວນຕອນໃຕ້ຂອງຈີນ ເພາະຢູ່ເຂດນັ້ນ ຍັງປາກົດມີກຸ່ມຄົນທີ່ປາກເວົ້າພາສາມອນ-ຂະແມຢູ່ເຊັ່ນ: ກຸ່ມມູນດະ ແລະ ກຸ່ມໂກນເປັນຕົ້ນ, ຊົນເຜົ່າກະຕູປະກອບມີຫຼາຍແຊງດ້ວຍກັນຄື: ຕຣີວ, ດາກກັງ (ປັບເດງ), ອັຣນາ, ອາສານ ແລະ ເຟືອງ ຊົນເຜົ່າກະຕູໃນລາວ ສ່ວນໃຫຍ່ແມ່ນຢູ່ບັນດາແຂວງພາກໃຕ້ເຊັ່ນ: ເມືອງກະລຶມ, ເມືອງດາກຈຶງ, ເມືອງທ່າແຕງ ແຂວງເຊກອງ; ເມືອງເລົາງາມ ແຂວງສາລະວັນ, ເມືອງປາກຊ່ອງ ແລະ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ. ນອກຈາກນີ້ແລ້ວ ຊົນເຜົ່າກະຕູຍັງມີຢູ່ຫວຽດນາມເຊັ່ນ: ແຂວງກວາງນາມ, ແຂວງດານັ໋ງ ແລະ ແຂວງເທືອງທຽນເຫວ. ວິຖີຊີວິດຂອງເຜົ່າ ກະຕູ ແຂວງ ເຊກອງ ກັບຄວາມເຊື່ອທີ່ເປັນເອກະລັກ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page