top of page
Search

ມົນສະເໜ່ຂອງຊາວພວນ, ​ເມືອງ​ແປກ ແຂວງ​ຊຽງ​ຂວາງ.

  • Writer: Superphil Phil
    Superphil Phil
  • Apr 21, 2020
  • 1 min read

ເມືອງແປກ, ແຂວງຊຽງ​ຂວາງ ດິນ​ແດນ​ທີ່​ມີມົນສະເໜ່.

ເມືອງ​ແປກ ແຂວງ​ຊຽງ​ຂວາງ​ກໍ່​ເປັນ​ອີກ​ສະ​ຖານ​ທີ່​ໜື່ງ​​ນອກ​ຈາກ​ຈະ​ມີ​ອາ​ກາດ​ທີ່​ດີ​ແລ້ວ ຍັງມີ​ທຳ​ມະ​ຊາດ​ທີ່​ສວຍ​ງາມ ລວມ​ທັງ​ວັດ​ທະ​ນາ​ທຳ, ສຳ​ນຽງ​ສຽງ​ເວົ້າ​ທີ່​ເປັນ​ຕາ​ອອນ​ຊອນ ແລະ ມ່ວນ​ຫູ.

ພາບ​: laophattananews.com

ເມືອງແປກ, ແຂວງ ຊຽງຂວາງ(ໂພນສະຫວັນ ເກົ່າ ເປັນດິນແດນແຫ່ງມົນ ສະເໜ່ຂອງສາວຊາວພວນ ສໍາລັບນັກທ່ອງທ່ຽວທຸກຄົນທີ່ມາທ່ຽວຊົມແຂວງຊຽງ ຂວາງແມ່ນຂາດບໍ່ໄດ້ກໍຄື ການຂຶ້ນໄປເທິງ ຈອມພູຊ້າງ (ໂຮງແຮມພູຊ້າງ) ເພື່ອຈະ ໄດ້ຊົມທິວທັດທໍາມະຊາດ ຂອງຕົວເມືອງເທສະບານ ແຂວງຊຽງຂວາງ

ເຊິ່ງ ອອ້ມຮອບໄປດ້ວຍສາຍພູທີ່ມີທົ່ງຫຍ້າອັນກວ້າງໃຫຍ່ໄພສານພ້ອມດ້ວຍປ່າໄມ້ແປກອັນດົກໜາຂຽວງາມ ປົກຄຸມ ໄປຕາມສາຍພູທີ່ຍາວຢຽດ ຈົນສຸດຊົ່ວສາຍຕາເຮັດໃຫ້ ອາກາດເຂດນີ້ຊຸ່ມເຢັນຕະ ຫຼອດປີ ເໝາະໃຫ້ແກ່ການມາ ພັກຜ່ອນຢ່ອນໃຈເພື່ອຜ່ອນ ຄາຍຄວາມເຫງົາໃຫ້ຫາຍ ຈາກຄວາມເຄັ່ງຕຶງພ້ອມທັງ ໄດ້ສໍາພັດກັບທໍາມະຊາດທີ່ ມີອາກາດປອດໂປ່ງສົດໃສ ດີ.

ດ້ວຍເຫດນີ້, ຈຶ່ງເຮັດ ໃຫ້ພູຊ້າງ ເປັນຈຸດຊົມວິວທີ່ ໜ້າ ປະທັບໃຈ ແລະ ມີຄວາມ ໂດດເດັ່ນອີກແຫ່ງໜຶ່ງໂດຍ ສະເພາະແມ່ນໃນ ລະດູໜາວ ເຊິ່ງເລີ່ມແຕ່ເດືອນ ຕຸລາ- ເດືອນມີນາ ຈະເຮັດໃຫ້ ທ່ານ ໄດ້ສໍາພັດກັບຄວາມຊຸ່ມເຢັນຂອງທະເລໝອກສີຂາວ ນວນປົກຄຸມຕົວເມືອງແປກນີ້ໄວ້

ເໝືອນດັ່ງປະເທດນິວ ເຊີແລນ ເຊິ່ງໄດ້ປະສານກັບ ແສງອາທິດສີເຫລືອງສອດສ່ອງລົງມາໃນຍາມເຊົ້າ ແລະ ເປັ່ງປະກາຍລົງສູ່ພື້ນ ດິນໂດຍຜ່ານປ່າແປກທີ່ມີ ໝອກຄ້າງຕົກລົງມາເປັນ ເມັດໆ ກາຍເປັນພາບທີ່ເຫຼື້ອມ ລະຍິບລະຍັບສ້າງຄວາມປະ ທັບໃຈໃຫ້ກັບຜູ້ທີ່ມາທ່ຽວຊົມ ທັງຫຼາຍມີຄວາມຊື່ນໃຈເປັນພິເສດກັບດິນແດນສະວິດເຊີ ແລນເມືອງລາວແຫ່ງນີ້.

ຫຼັງຈາກທ່ານ ທ່ຽວຊົມ ທິວທັດທໍາມະຊາດເທິງພູ ຊ້າງແລ້ວ ທ່ານ ສາມາດລົງ ໄປກາບໄຫວ້ວັດເພຍວັດທີ່ ເກົ່າແກ່ ແລະ ສັກສິດທີ່ໄດ້ ສ້າງຂຶ້ນກ່ອນໝູ່ໃນດິນແດນເມືອງພວນ ເຊິ່ງຕັ້ງຢູ່ເຂດ ບ້ານເພຍວັດໃຈກາງເມືອງ ຄູນ ຫ່າງຈາກໂພນສະ ຫວັນ ໄປທາງທິດຕາເວັນຕົກສຽງໃຕ້ ປະມານ 30ກິໂລແມັດ, ໂດຍແມ່ນ ເຈົ້າລ້ານຄໍາກອງ ພະຍາປົກຄອງເມືອງພວນ ໃນຍຸກນັ້ນ, ໄດ້ນໍາອົາອາຈານ ທໍາມະຄາຖາ ຜູ້ທີ່ມີສີມືໃນ ການສ້າງວັດຢູ່ຫຼວງພະບາງມາສ້າງວັດ ແຫ່ງນີ້, ພາຍຫຼັງ ສໍາເລັດແລ້ວ, ເຈົ້າລ້ານຄໍາ ກອງກໍໄດ້ອັງເຊີນເອົາພະພຸດທະຮູບປາງສັກສິດມາຈາກ ຫົງສາວະດີ (ມຽນມາໃນປັດ ຈຸບັນ)ມາປະດິດສະຖານໄວ້ຢູ່ວັດແຫ່ງນີ້ ເຊິ່ງໄດ້ເຮັດ ໃຫ້ ເມືອງພວນມີຄວາມຈະເລີນຮຸ່ງເຮືອງທີ່ສຸດ ແລະ ວັດເພຍ ວັດກໍໄດ້ກາຍເປັນສະຖານທີ່ສຶກສາຮໍ່າຮຽນຂອງພະສົງສາມະເນນໃນຍຸກນັ້ນ. ເຊິ່ງ ມາຮອດ ປັດຈຸບັນມີອາຍຸປະມານ 700ປີ ແລ້ວ. ວັດ ເພຍວັດໄດ້ຖືກທໍາລາຍຈາກໄພສົງຄາມມາຫຼາຍສະໄໝ, ຄົງເຫຼືອໄວ້ໃຫ້ເຫັນພຽງພະພຸດທະຮູບອົງໃຫຍ່ ແລະ ສິມ ເກົ່າປະໄວ້ເພື່ອໃຫ້ທ່ານໄປ ທ່ຽວຊົມ ຮ່ອງຮອຍອັນໂຫດ ຮ້າຍປ່າເຖື່ອນຂອງສົງຄາມຮຸກຮານຂອງພວກຈັກກະ ພັດລ່າເມືອງຂຶ້ນແບບໃໝ່ ປະຖິ້ມໄວ້.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page