top of page
Search

ມິຕິໃ​ຫມ່ຂອງການເດີນທາງທ່ອງທ່ຽວໃນລາວ ໂດຍ​ທາງ​ລົດ​ໄຟໃກ້ຈະມາຮອດແລ້ວ.

  • Writer: Superphil Phil
    Superphil Phil
  • Jun 20, 2020
  • 1 min read

ປະເທດລາວຈະ​ເຊື່ອມ​ຕໍ່​ກັບບັນ​ດາ​ປະ​ເທດ​ໂດຍ​ທາງ​ລົດ​ໄຟ. ​ອີງ​ຕາມ​ຂໍ້​ມູນ​ຂອງ​ເວັບ​ໄຊ www.targetlaos.com ໃຫ້​ຮູ້​ວ່າ, ເມື່ອທາງລົດໄຟ ໄທ-ລາວ-ຈີນ (ກຸງເທບ-ວຽງຈັນ-ຄຸນໝິງ) ເຊິ່ງຄາດການໄວ້ໜ້າຈະໃຊ້ເວລາອີກບໍ່​ດົນ ກໍ່​ຈະສາມາດສ້າງສໍາເລັດແລ້ວ, ເຊິ່ງ​ຈະ​ກາຍ​ເປັນມິຕິໃ​ຫມ່ຂອງການເດີນທາງທ່ອງທ່ຽວຈະເກີດຂຶ້ນຕະຫຼອດສອງຂ້າງທາງລົດໄຟສາຍທີ່ຍາວທີ່ສຸດໃນໂລກ​ເລີຍ​ກໍ່​ວ່າ​ໄດ້. ໂດຍທາງລົດໄຟສາຍນີ້ມີຈຸດເລີ່ມຕົ້ນທີ່ Woodlands ໃນປະເທດສິງກະໂປ ຂຶ້ນເໜືອຜ່ານສະຖານນີລົດໄຟເຊັນທັລກົວລາລໍາເປີ ລຽບຊາຍແດນຝັ່ງທະເລອັນດາມັນ, ຜ່ານພົມແດນປະເທດໄທ ທີ່ປາດັງເບຊາຣ໌ ຜ່ານສົງຂາ, ຜ່ານຄອງໄທ, ຜ່ານນະຄອນສີທໍາມະຣາດ ລຽບອ່າວໄທຂຶ້ນມາຜ່ານສຸຣາດທານີ, ຜ່ານເມືອງທ່ອງທ່ຽວເຊັ່ນ: ຫົວຫິນ, ຣາດຊະບູຣີ, ນະຄອນປະຖົມ ແລ້ວເຂົ້າສູ່ສູນກາງຂົນສົ່ງຂອງອາຊຽນທີ່ສະຖານີລົດໄຟກາງ ບາງຊື່ ກຸງເທບມະຫານະຄອນ ໂດຍໃຊ້ເວລາພຽງ 4 ຊົ່ວໂມງກໍເຖິງນະຄອນຫຼວງວຽງຈັນ, ເຊິ່ງຜ່ານເມືອງມໍລະດົກເຊັ່ນ: ພຣະນະຄອນສີອາຍຸດທະຍາ ແລະ ມໍລະດົກທາງທໍາມະຊາດຄືເຂົາໃຫຍ່, ສະຖານີປາກຊ່ອງ ແລະ ຂ້າມແມ່ນໍ້າຂອງທີ່ໜອງຄາຍ, ຈາກນັ້ນ ກໍຈະຜ່ານພົມແດນບໍລິເວນທ່ານາແລ້ງ, ນະຄອນຫຼວງວຽງຈັນ, ວັງວຽງ ແລະ ເມືອງມໍລະດົກໂລກຫຼວງພຣະບາງ ເຊິິ່ງອີກບໍ່ຮອດ 8 ຊົ່ວໂມງກໍຮອດຄຸນໝິງແລ້ວ.

ພາບ: targetlaos.com

ຈາກນັ້ນ, ຕໍ່ລົດໄຟຄວາມໄວສຼງສາຍປັກກິ່ງ-ຄຸນໝິງ ເຊິ່ງເປັນທາງລົດໄຟທີ່ຍາດທີ່ສຸດຂອງປະເທດຈີນ ໂດຍມີຄວາມຍາວ 2,760 ກິໂລແມັດ ຈະແລ່ນຜ່ານເມືອງສໍາຄັນຫຼາຍແຫ່ງເຊັ່ນ: ມົນທົນເຫີເປີ່ຍ, ເມືອງເຈີ້ງໂຈ້ ມົນທົນເຫີໜັນ, ເມືອງອູຫັ່ນ ມົນທົນຫູເປີ່ຍ, ເມືອງສາງຊາ ມົນທົນຫູໜານ ແລະ ນະຄອນກຸ້ຍຫຍັງໃນມົນທົນກຸ້ຍໂຈ ແລະ ທີ່ສໍາຄັນຄຸນໝິງສາມາດປ່ຽນເສັ້ນທາງໄປທາງລົດໄຟສາຍຫຼັງຄາໂລກ ຕ້າຫຼີ, ທິເບດ ແລະ ຈາກປັກກິ່ງ ຂຶ້ນລົດໄຟສາຍ, ເສັ້ນທາງລົດໄຟສາຍ “ທຣານມົງໂກກີ” ຊ່ວງເສັ້ນທາງລະຫວ່າງນະຄອນປັກກິ່ງ-ອູລັນບາຕໍ ລົດໄຟຈະໄປທາງທິດຕາເວັນຕົກສ່ຽງເໜືອ ແລະ ລອດເຂົ້າໄປຢູ່ໃນເຂດພູ ເຊິ່ງເປັນພູແນວຍາວຕະຫຼອດເສັ້ນທາງ, ຊ່ວງນີ້ຈະມີອຸມົງທີ່ຈະເຈາະລອດພູຫຼາຍກ່ວາ 50-60 ອຸມົງ ແລະ ທຸກໆເທື່ອທີ່ລົດໄຟອອກຈາກອຸມົງຈະພົບກັບຜາ ແລະ ແມ່ນໍ້າແບບອະລັງການຕະຫຼອດເສັ້ນທາງ ສິ່ງທີ່ຂາດບໍ່ໄດ້ກໍຄືກໍາແພງເມືອງຈີນນັ້ນເອງ. ປະເທດລາວຈະ​ເຊື່ອມ​ຕໍ່​ກັບບັນ​ດາ​ປະ​ເທດ​ໂດຍ​ທາງ​ລົດ​ໄຟ. ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page