ມີ 65 ທຶນຮຽນພ້ອມເບ້ຍລ້ຽງຟຣີ ສຳລັບຄົນຈົບປະຖົມ
- Superphil Phil
- Jul 25, 2020
- 1 min read
ມີ 65 ທຶນຮຽນພ້ອມເບ້ຍລ້ຽງຟຣີ ສຳລັບຄົນຈົບປະຖົມ. ນັບວ່າເປັນຂ່າວດີທີ່ສຸດສຳລັບຜູ່ທີ່ຕ້ອງການຢາກມີວິຊາຊີບຕິດຕົວ ຫລື ຜູ່ທີ່ກຳລັງບໍ່ມີວຽກເຮັດ ແລະ ສົນໃຈຢາກລອງຫາຮຽນຮູ້ ຫລື ອາຊີບໃໝ່ເພື່ອມີຫລາຍໆທາງເລືອກໃຫ້ຕົນເອງ, ເນືອງຈາກໃນທຸກມື້ນີ້ ຈາກສະພາບຂອງໂຄວິດ ແລະ ຄ່າເງິນຕົກຕ່ຳ ແລະ ອື່ນໆ ເຮັດໃຫ້ຫລາຍໆຄົນຕ້ອງຕົກງານບໍ່ມີວຽກເຮັດງານທຳ ນີ້ກໍເປັນອີກທາງເລືອກທີ່ດີຫລາຍ. ໂດຍສະເພາະແມ່ນສຳລັບຄົນທີ່ສົນໃຈສຶກສາຮໍ່າຮຽນໃນວຽກງານອາຫານ, ການໂຮງແຮມ ແລະ ການບໍລິການ ສາມາດສະໝັດໄດ້ ເນື່ອງຈາກມີການປະກາດຮັບສະໝັກຜູ້ເຂົ້າຮ່ວມຮຽນຟຣີເຖິງ 65 ທຶນ ໂດຍທີ່ບໍ່ຕ້ອງເສຍຄ່າໃຊ້ຈ່າຍໃດໆ ບຸລິມະສິດພິເສດຂໍຄົນທີ່ຈົບປະຖົມເທົ່ານັ້ນ ຂໍພຽງມີຄວາມຕັ້ງໃຈ ແລະ ຕ້ອງການສຶກສາມັກຮັກໃນສາຍອາຊີບນີ້ແທ້ ການຍື່ນສະໝັກແມ່ນໝົດກໍານົດ 15 ສິງຫາ 2020 ນີ້ ແລະ ນີ້ຄົງເປັນໂອກາດທີ່ດີຂອງທ່ານແລ້ວ.
ສໍາລັບທຶນທັງ 65 ທຶນມີ: ສາຂາ ວິຊາແຕ່ງອາຫານ 25 ທຶນ, ສາຂາ ວິຊາການໂຮງແຮມ 20 ທຶນ, ສາຂາ ວິຊາ ບໍລິການອາຫານ ແລະ ເຄື່ອງດື່ມ 20 ທຶນ. ເປັນການຮຽນໄລຍະສັ້ນ ໃຊ້ເວລາພຽງ 3 ເດືອນເທົ່ານັ້ນ ຫຼັງຈົບໄປຈະໄດ້ໃບປະກາດຊັ້ນຕົ້ນ, ສ່ວນການຮຽນແມ່ນຮຽນຫມົດມື້ແຕ່ເຊົ້າ ຫາຄໍ່າ. ສໍາລັບເງື່ອນໄຂຜູ້ສະໝັກຮຽນທຶນ ແມ່ນກຸ່ມຜູ້ທີ່ຮຽນຊັ້ນປະຖົມ ບໍ່ຈົບມັດທະຍົມຕົ້ນ ແລະ ປາຍ, ມີອາຍຸ 18-30 ປີ, ຄອບຄົວຂາດເຂີນທຶນສົ່ງເສີມການຮຽນ, ບໍ່ມີອາຊີບ, ບໍ່ມີວຽກເຮັດງານທຳ, ບໍ່ເຄີຍຮຽນວິຊາຊີບໃດໆມາກ່ອນ, ມີພາຫະນະທຽວການ (ຢໍ້າວ່າຕ້ອງມີພາຫະນະ). ດ່ວນ!!! ມີ 65 ທຶນຮຽນຟຣີ ສຳລັບຄົນຈົບປະຖົມພ້ອມມີເບ້ຍລ້ຽງໃຫ້ ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments