ພາສາລາວຕອນນີ້ຈະມາເວົ້າກ່ຽວກັບຄຳສັບທີ່ວ່າ “ເຫຼົ່າ” ແລະ ເລົ່າ
- Superphil Phil
- Mar 31, 2020
- 1 min read
ໃນເຟສບຸກໄດ້ພົບເຫັນຫົວຂໍ້ອະທີ່ບາຍຄຳນີ້ໄວ້ຢ່າງໜ້າສົນໃຈຈາກ ເພຈ ພາສາລາວ, ເຊິງມີເນື້ອຫາດັ່ງລຸ່ມນີ້:
– ເປັນສະມຸຫະນາມ ມີຄວາມໝາຍວ່າ ໝູ່, ພວກ ເຊັ່ນປະໂຫຍກທີ່ວ່າ ‘ຍາມນີ້ ເຫຼົ່ານັກສຶກສາພາກັນກຽມໂຕເສັງພາກຮຽນທີ 1 ແລ້ວ’.
– ເປັນນາມ ມີຄວາມໝາຍວ່າ ບ່ອນທີ່ເຄີຍປູກຝັງແລ້ວໄດ້ປະຮ້າງເກີດເປັນປ່າໃໝ່ຂຶ້ນ ເຊັ່ນ ປ່າເຫຼົ່າ, ໄຮ່ເຫຼົ່າ
ເຫຼົ່າກໍ ນ. ວົງວານ, ຈຸ້ມເຈື້ອ ຖ້າໃຊ້ເປັນຄຳໂຕງໂຕຍ ກໍວ່າ ເທືອກເຖົາເຫຼົ່າກໍ.
ກົກເຫຼົ່າ ນ ຜູ້ເລີ່ມຕົ້ນຂອງຕະກູນ, ແຫລ່ງທີ່ມາຈາກ
ເຫຼົ່ານີ້ ນ. ຈຳນວນນີ້, ໝູ່ນີ້.
ເລົ່າ – ເປັນຄຳກິລິຍາ ມີຄວາມໝາຍວ່າ ເວົ້າຫຼືບອກເລື່ອງລາວ, ທ່ອງ (ບົດຮຽນ) ຕົວຢ່າງເຊັ່ນ ພໍ່ຕູ້ເລົ່ານິທານສູ່ຫຼານໆຟັງ. – ເປັນຄຳວິເສດ ມີຄວາມໝາຍວ່າ ອີກ, ຊ້ຳໆຊາກໆ ເຊັ່ນ ເວົ້າແລ້ວເວົ້າເລົ່າ ບໍ່ເຊົາຈັກເທື່ອ. – ເປັນຄຳນາມ ມີຄວາມໝາຍວ່າ ຖ້ຽວ, ຄາວ, ຫຼົບ ເຊັ່ນ ລາວທຽວມາຫາຂ້ອຍຫຼາຍຫຼົບຫຼາຍເລົ່າແລ້ວ.

ເວລາຂຽນ ‘ບັນຫາເຫຼົ່ານີ້’ ເຊິ່ງມີຄວາມໝາຍວ່າ ‘ບັນຫາຊຸມນີ້’ ຢ່າໄດ້ຂຽນເປັນ ‘ບັນຫາເລົ່ານີ້’ ຫຼື ‘ບັນຫາເຫຼົ້ານີ້’ ເປັນເດັດຂາດ ເພາະມັນບໍ່ຖືກຕາມຄວາມໝາຍຂອງຄຳສັບ.
ຫຼືເວລາຂຽນ ‘ເລົ່າເລື່ອງໃຫ້ຟັງແດ່!’ ຢ່າໄດ້ຂຽນວ່າ ‘ເຫຼົ່າເລື່ອງໃຫ້ຟັງແດ່!’ ເປັນເດັດຂາດ ຍ້ອນວ່າມັນຜິດຈາກຄວາມໝາຍເດີມຂອງຄຳສັບ.
ດັ່ງນັ້ນ, ເວລາຂຽນ ‘ເຫຼົ່າ’ ທີ່ມີຄວາມໝາຍວ່າ ໝູ່, ພວກ ແລະ ‘ເລົ່າ’ ທີ່ມີຄວາມໝາຍວ່າ ບອກເລື່ອງລາວ ຕ້ອງລະວັງໃຫ້ດີ ເພາະສອງຄຳນີ້ສະກົດຕ່າງກັນ ແຕ່ອອກສຽງຄືກັນ.
ແລ້ວເພື່ອນໆເດ, ຜ່ານມາເຄີຍຂຽນຫຼົງກັນບໍ?
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido ແລະ ເວັບໄຊ doodido.com
ແຫລ່ງທີ່ມາ: fb ພາສາລາວ
Comments