top of page
Search

ພາສາລາວຕອນນີ້ຈະມາເວົ້າກ່ຽວກັບຄຳສັບທີ່ວ່າ “ຫ່ວງ” ແລະ “ຮ່ວງ”

  • Writer: Superphil Phil
    Superphil Phil
  • Mar 31, 2020
  • 1 min read

ໃນ​ເຟ​ສ​ບຸກ​ຈາກ ເພ​ຈ ພາ​ສາ​ລາວ ໄດ້​​ອະ​ທີ່​ບາຍ​​ຫົວ​ຂໍ້ໄວ້​ຢ່າງ​ໜ້າ​ສົນ​ໃຈ​, ເຊິງ​ມີ​ເນື້ອ​ຫາ​ດັ່ງ​ລຸ່ມ​ນີ້:

ໃນ­ການ­ຂຽນ­ຄໍາ­ທີ່­ມີອັກ­ສອນ­ຄູ່ (ອັກ­ສອນ­ສູງ-ອັກ­ສອນ­ຕໍ່າ­ທີ່­ມີສຽງພະຍັນຊະນະ­ຄືກັນ ເຊັ່ນ ຂ-ຄ) ມີໄມ້ເອກ ( x່ ) ຄົນ­ລາວເຮົາ ໂດຍສະ­ເພາະ­ແມ່ນໄທວຽງ­ຈັນ­ລົງໄປຮອດ­ສີພັນ­ດອນ ມັກສະ­ກົດ­ຜິດເລື້ອຍໆ­ ຍ້ອນເວລາອອກ­ສຽງ­ຄໍາ­ທັງ­ສອງແມ່ນ­ຄືກັນ. ມື້­ນີ້ ຂໍນໍາເອົາ­ຄໍາວ່າ “ຫ່ວງ” ແລະ­ “ຮ່ວງ” ມາ­ສະ­ເໜີ:

ຫ່ວງ ມີສອງ­ຄວາມ­ໝາຍ: 1) ເປັນ­ຄໍານາມ ໝາຍເຖິງເຄື່ອງຄ້ອງ, ຂອງເປັນບ້ວງເກາະ­ກັນ, ສາຍແນນ, ຂອງ­ທີ່ເປັນ­ວົງ ເຊັ່ນ ຫ່ວງສຸບ­ມືສຸບ­ຕີນ ດັ່ງໃນ­ບົດ­ວັນນະ­ຄະ­ດີ “ທ້າວຮຸ່ງທ້າວເຈືອງ” ຂຽນໃນ­ຕອນ­ໜຶ່ງວ່າ “ຊັກຫ່ວງຊີ້ ເຊີນ­ມິງແມນຫຼວງ” 2) ເປັນ­ຄໍາກິລິຍາ ໝາຍເຖິງ ຜູກ­ພັນ, ກັງ­ວົນ, ພະ­ວົງ, ອາໄລນໍາ ດັ່ງໃນ­ບົດເພງ­ໜຶ່ງ­ທີ່­ມີເນື້ອໃນວ່າ “ຢ່າຫ່ວງ ຢ່າຫ່ວງອ້າຍເລີຍ ນາງແກ້ວ…”

ຮ່ວງ ມີສອງ­ຄວາມ­ໝາຍ: 1) ເປັນ­ຄໍາ­ຄຸນ­ນາມ ໝາຍເຖິງ ຫອມ ເຊັ່ນ “ກິ່ນຮ່ວງເຮົ້າ ຫອມ­ກົ້ວທົ່ວໄພ” 2) ເປັນ­ຄໍາກິລິຍາ ໝາຍເຖິງ ຫຼຸດ, ຫຼົ່ນ, ໃບໄມ້ຫຼືດອກໄມ້­ທີ່ຫ່ຽວແຫ້ງແລ້ວຫຼົ່ນ­ລົງ ເອີ້ນວ່າ ໃບໄມ້ຮ່ວງ ດອກໄມ້ຮ່ວງ. ມີນັກແປພາ­ສາ­ຫວຽດເປັນ­ພາ­ສາ­ລາວ ມັກຈະ­ປ່ຽນ­ຄໍາວ່າ “ລະ­ດູໃບໄມ້ຫຼົ່ນ” ເປັນ “ລະ­ດູຮ່ວງໂຮຍ”.

ດັ່ງ­ນັ້ນ ເວລາ­ຂຽນ­ຄໍາ­ທີ່­ມີໝາຍວ່າ ຜູກ­ພັນ-ກັງ­ວົນ-ອາໄລນໍາ ກໍຕ້ອງ­ຂຽນວ່າ “ຫ່ວງໃຍ” ບໍ່ແມ່ນ “ຮ່ວງໃຍ”

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

ແຫລ່ງ​ທີ່​ມາ​: fb ພາສາລາວ

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page