ພາສາລາວຄຳວ່າ ສ້ອນ ແລະ ຊ້ອນ ມີຄວາມໝາຍແນວໃດ?
- Superphil Phil
- Aug 1, 2020
- 1 min read
ພາສາລາວຄຳວ່າ ສ້ອນ ແລະ ຊ້ອນ ມີຄວາມໝາຍແນວໃດ?
ມີຫຼາຍຄໍາສັບໃນພາສາລາວທີ່ຂຽນ ແລະ ອ່ານອອກສຽງຄ້າຍຄືກັນ ແຕ່ມີຄວາມໝາຍຕ່າງກັນ ແລະ ຄໍາສັບໜຶ່ງກໍ່ສາມາດແປເປັນຫຼາຍຄວາມໝາຍໄດ້ ຂຶ້ນກັບຮູບປະໂຫຍກຂອງມັນ, ຊຶ່ງບາງຄໍາສັບກໍ່ມີຄວາມໝາຍທີ່ສັບສົນເວລານໍາໃຊ້, ຍົກຕົວຢ່າງຄໍາວ່າ: ສ້ອນ ກັບ ຊ້ອນ ການອອກຂຽນແມ່ນມີຄວາມແຕກຕ່າງກັນ ແຕ່ວ່າການອອກສຽງຈໍາແນກໄດ້ຂ່ອນຂ້າງຍາກ.
ສອງຄຳນີ້ສິ່ງທີ່ເປັນບັນຫາແມ່ນການຕີຄວາມໝາຍຂອງມັນ, ເຊິ່ງຄົນສ່ວນຫຼາຍມັກເຂົ້າໃຈວ່າຄໍາສັບສອງຄໍານີ້ມີຄວາມໝາຍດຽວກັນ ສາມາດໃຊ້ໂຕໃດກໍ່ໄດ້, ແຕ່ໃນຄວາມເປັນຈິງແລ້ວມັນມີຄວາມໝາຍທີ່ແຕກຕ່າງກັນ ແລະ ແນ່ນອນວ່າຫຼາຍຄົນຄົງເຄີຍເຂົ້າໃຈຜິດກ່ຽວກັບຄວາມໝາຍຂອງສອງຄໍານີ້. ແລະ ອີງຕາມຂໍ້ມູນຈາກວັດຈະນານຸກົມພາສາລາວ ຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ເຮົາສາມາດຕີຄວາມໝາຍຂອງຄໍາສັບທັງສອງຄໍາດັ່ງກ່າວຄື: ຄຳວ່າ ສ້ອນ: ເປັນທັງຄໍານາມ ແລະ ຄໍາກໍາມະ ມີຄວາມໝາຍໃກ້ຄຽງໃກ້ຄື. ຄຳນາມ ແປວ່າ ເຄື່ອງໃສ່ເອົາປາເຮັດຄືໄຊແຕ່ບໍ່ມີງາປາເຂົ້າໄປຄາຢູ່ກົ້ນ ຄໍາກຳມະ ແປວ່າ ເອົາສະຫວິງ, ສະນາງ(ຈາງນາງ) ຫຼື ຂອງອື່ນຊວ້ານເອົາປາກຸ້ງຢູ່ໃນນ້ຳ. ຕົວຢ່າງ: ມື້ນີ້ຂ້ອຍຈະໄປສ້ອນກຸ້ງສ້ອນປາຢູ່ຫ້ວຍຫົວນາມາເອາະສູ່ແມ່ກິນ. ເຈາະຈິ້ມສໍ້ເອົາຄວາມສຳຄັນ ເອີ້ນວ່າ ສ້ອນເອົາຄວາມ. ຫຼານເປັນໄຂຫຼາຍມື້ຍັງບໍ່ເຊົາ ພໍ່ຕູ້ຈຶ່ງໃຫ້ຜູ້ເຖົ້າມາເຮັດພິທີເອີ້ນຂວັນ (ການທຳພິທີເອີ້ນເອົາຂວັນຂອງຄົນເຈັບດ້ວຍການເອົາແພ ຫຼື ສະຫວິງສ້ອນເອົາຂວັນ (ຕາມຄວາມເຊື່ອຂອງສາດສະໜາ). ຄຳວ່າ ຊ້ອນ: ເປັນທັງ ຄໍານາມ, ຄໍາກໍາມະ ແລະ ຄໍາຄຸນນາມ ມີຄວາມໝາຍຕ່າງກັນຄື: ຄຳນາມ. ຄວາມໝາຍທີ່ 1. ແມ່ນຊື່ຂອງດອກໄມ້ສະນິດໜຶ່ງເປັນດອກນ້ອຍສີຂາວທີກິ່ນຫອມ ເອີ້ນວ່າ ດອກຊ້ອນ, ມີສອງແນວດອກຊ້ອນນ້ອຍ ແລະ ຊ້ອນສະເພົາ. ຕົວຢ່າງ: ທຸກໆວັນສິນ ແມ່ຂອງຂ້ອຍເກັບດອກຊ້ອນມາຮ້ອຍເປັນພວງມະໄລເພື່ອບູຊາພະ. ຄຳວ່າ ສ້ອນ ແລະ ຊ້ອນໃນພາສາລາວມີຄວາມໝາຍດຽວກັນບໍ່? ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments