top of page
Search

ພາສາລາວຄຳວ່າ ຂອບ ແລະ ຄອບ ມີຄວາມໝາຍແນວໃດ?

  • Writer: Superphil Phil
    Superphil Phil
  • Aug 8, 2020
  • 1 min read

ພາສາລາວຄຳວ່າ ຂອບ ແລະ ຄອບ ມີຄວາມໝາຍແນວໃດ?

ໃນພາສາລາວຄໍາວ່າ ຂອບ ແລະ ຄອບ ການອອກສຽງຫລາຍຄົນອາດຈະເວົ້າວ່າເປັນຄຳດຽວກັນ ແລະ ຫຼາຍຄົນມັກໃຊ້ຫຼົງກັນ ຍ້ອນວ່າການສະກົດຄໍາຄ້າຍຄືກັນ, ຖ້າແມ່ນຄົນຊົນເຜົ່າເວົ້າແຮງຈໍາແນກໄດ້ຍາກ, ແຕ່ເຖິງຢ່າງໃດກໍ່ຕາມ ສອງຄໍາສັບນີ້ມີຄວາມໝາຍແຕກຕ່າງກັນຢ່າງສິ້້ນເຊີງ. ໃນບົດຄວາມຕອນນີ້ເຮົາຈະມາອະທິບາຍກ່ຽວກັບຄວາມໝາຍຂອງຄໍາວ່າ ຂອບ ແລະ ຄອບ, ໂດຍອີງຕາມຄໍາອະທິບາຍຄວາມໝາຍສັບພາສາລາວຈາກວັດຈະນະນຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ດຣ. ທອງຄໍາ ອ່ອນມະນີ ເຮົາສາມາດສະຫຼຸບລວບລວມຄວາມໝາຍ ແລະ ວິທີການນໍາໃຊ້ສອງຄໍາສັບດັ່ງກ່າວ ເຊິງໄດ້ມີລາຍລະອຽດທີ່ໜ້າສົນໃຈຫລາຍ ຈະຂໍອະທິບາຍດັ່ງນີ້:


https://doodido.com/
DooDiDo

ຄໍາວ່າ ຂອບ. ໃຊ້ເປັນຄຳນາມ ມີຄວາມໝາຍວ່າ: ເຂດ, ແດນ, ເຂດເມືອງ. ຕົວຢ່າງ: ປະຊາຊົນທີ່ອາໄສຢູ່ບໍລິເວນຊາຍແດນຮູ້ຂອບເຂດຂອງຕົນດີ. ນອກຈາກນັ້ນ, ຄໍາວ່າ ຂອບຍັງສາມາດໃຊ້ເປັນຄໍາກໍາມະ ແລະ ຄໍາຄຸນນາມໄດ້ເຊີ່ງມີຄວາມໝາຍແຕກຕ່າງອອກໄປເຊັ່ນ: ຄໍາກໍາມະ: ຄວາມໝາຍທີ່ 1. ໝາຍເຖິງ ບອກ, ເລົ່າ, ການບອກໃຫ້ຮູ້ເມື່ອເຮົາຢາກສະແດງຄວາມຮູ້ບຸນຄຸນໃນນໍ້າໃຈທີ່ມີເມດຕາກະລຸນາ ຫຼື ກ່າວຕອບແທນບຸນຄຸນຜູ້ອື່ນ ເຮົາກໍ່ໃຊ້ຄໍາວ່າຂອບໃຈ. ຄໍາວ່າ ຄອບ. ສາມາດໃຊ້ເປັນໄດ້ທັງ ຄໍາຄຸນນາມ, ຄໍານາມ ແລະ ຄໍາກໍາມະ ເຊິ່ງມີຄວາມໝາຍທີ່ແຕກຕ່າງກັນດັ່ງນີ້:\ ຄຳຄຸນນາມ. ຄວາມໝາຍທີ່ 1. ໝາຍຄວາມວ່າ ຍ້ອນ, ດ້ວຍເຫດ, ເພາະ, ເພື່ອ. ຕົວຢ່າງ: ຄໍາພາສິດທີ່ວ່າ: ທຸກຄອບປາກ ຍາກຄອບທ້ອງ ເຄີຍແລ້ວຢູ່ບໍ່ເປັນ. ຄວາມໝາຍທີ່ 2. ໝາຍຄວາມວ່າ ບອກໃຫ້ຮູ້, ບອກເລົ່າ. ຄຳວ່າ ຂອບ ແລະ ຄອບ ມີຄວາມໝາຍແຕກຕ່າງກັນແນວໃດ? ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page