top of page
Search

ພາສາລາວຄວາມໝາຍຂອງຄຳວ່າ ຊິງ ແລະ ຊີງ.

  • Writer: Superphil Phil
    Superphil Phil
  • Jul 25, 2020
  • 1 min read

ພາສາລາວຄວາມໝາຍຂອງຄຳວ່າ ຊິງ ແລະ ຊີງ. ທຸກໆພາສາໃນໂລກນີ້ລ້ວນແລ້ວແຕ່ມີເອກະລັກຂອງໃຜລາວ ແລະ ທຸກພາສາກໍ່ມີຄໍາສັບທີ່ຂຽນ ແລະ ອ່ານຄ້າຍຄືກັນ ລວມເຖິງການຕີຄວາມໝາຍຂອງມັນກໍ່ມີຫຼາຍຄໍາສັບທີ່ຄ້າຍຄືກັນ ແລະ ໃນພາສາລາວກໍ່ເປັນພາສາໜຶ່ງທີ່ມີຄໍາສັບຫຼາຍຄໍາທີ່ເຮົາຍັງນໍາໃຊ້ບໍ່ຖືກ. ຄຳວ່າ ຊິງ ແລະ ຊີງ ກໍເຊັ່ນດຽວກັນ ໂດຍສະເພາະແມ່ນພາສາເວົ້າ ເພາະວ່າສ່ວນຫຼາຍການຟ້ອງສະຫຼະໃນພາສາລາວມັນຂ່ອນຂ້າງຈໍາແນກໄດ້ຍາກ, ບາງຄໍາມັນຕ່າງກັນແຕ່ສຽງສັ້ນສຽງຍາວເທົ່ານັ້ນ ດັ່ງຄໍາສັບທີ່ເຮົາຈະນໍາມາເວົ້າໃນບົດຄວາມນີ້ຄື ຄໍາວ່າ ຊິງ ແລະ ຊີງ ສອງຄໍານີ້ຄ້າຍຄືກັນ ທັງການຂຽນ ແລະ ການອ່ານ ລວມເຖິງຄວາມໝາຍຂອງມັນກໍ່ໃກ້ຄຽງກັນ, ມີຂໍ້ແຕກຕ່າງພຽງແຕ່ໜ້ອຍດຽວ.

DooDiDo

ໂດຍອີງຕາມຂໍ້ມູນຈາກວັດຈະນານຸກົມພາສາລາວ ສະບັບທີ່ ຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ໄດ້ອະທິບາຍຄວາມໝາຍສອງຄໍາສັບດັ່ງກ່າວ ໄວ້ດັ່ງນີ້: ຄຳວ່າ ຊິງ. ເປັນຄໍານາມ ແລະ ຄໍາກໍາມະ ຊຶ່ງມີຫຼາຍຄວາມໝາຍແຕກຕ່າງກັນດັ່ງນີ້: ຊິງ (ຄໍານາມ) . ໝາຍເຖິງເຄື່ອງຊັ່ງນ້ຳໜັກ, ຊັ່ງ, ຕາຊັ່ງ. ຕົວຢ່າງ: ນາງນ້ອຍເອົາຊີ້ນໝູນີ້ໄປໃສ່ຊິງເບິ່ງ ໄດ້ຮອດ 1 ກິໂລກາມບໍ່ ຄຳວ່າ ຊີງ. ເປັນຄໍາກໍາມະ ໝາຍເຖິງ, ບຽດ, ຊ່ວງໄປກ່ອນ, ຍາດແຍ່ງເອົາໂດຍເຈົ້າຂອງບໍ່ໃຫ ຕົວຢ່າງ : ເມື່ອຍາມຢູ່ຕໍ່ໜ້າເຈົ້ານາຍ, ລູກນ້ອງມັກຊີງກັນເອົາໃຈນາຍ ເພື່ອເປັນຄວາມດີຄວາມຊອບ. ຄຳວ່າ ຊິງ ແລະ ຊີງ ມີຄວາມໝາຍຄືກັນ ແລະ ຕ່າງກັນແນວໃດ? ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page