ພາສາລາວຄໍາວ່າ ດັງ ແລະ ດັ່ງ ມີຄວາມໝາຍແນວໃດ?
- Superphil Phil
- Aug 23, 2020
- 1 min read
ພາສາລາວຄໍາວ່າ ດັງ ແລະ ດັ່ງ ມີຄວາມໝາຍແນວໃດ? ບົດຄວາມນີ້ ເຮົາຈະເວົ້າເຖິງຄວາມໝາຍຂອງຄໍາວ່າ ດັງ ແລະ ດັ່ງ ສອງຄໍານີ້ອ່ານອອກສຽງຄ້າຍຄືກັນຫຼາຍ ແລະ ມີຫຼາຍຄົນໃຊ້ຫຼົງ. ສະນັ້ນ, ເພື່ອທໍາຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສອງຄໍານີ້ ເຮົາຈະອະທິບາຍວິທີການນໍາໃຊ້ ແລະ ຄວາມໝາຍຂອງມັນ ໂດຍອີງຕາມຂໍ້ມູນຈາກວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ສາມາດອະທິບາຍຄວາມໝາຍສອງຄໍາສັບດັ່ງກ່າວ ຄື:
ຄຳວ່າ ດັງ. ດັງ ໃຊ້ເປັນທັງຄໍາກໍາມະ ແລະ ຄໍານາມ ມີຄວາມໝາຍທີ່ແຕກຕ່າງກັນອອກໄປເຊັ່ນ: ດັງ (ຄໍານາມ) ໝາຍເຖິງ ອະໄວຍະວະຂອງຄົນ ແລະ ສັດ ບ່ອນສໍາລັບຫາຍໃຈ ເອີ້ນວ່າ ດັງ. ດັງແປ ເອີ້ນ ດັງແໝບ; ດັງບານ ຫຼື ຮູດັງກວ້າງ ເອີ້ນ ດັງປື່ງ; ດັງໂດ່ງ ຫຼື ດັງໃຫຍ່ ເອີ້ນດັງໂມ; ດັງແວ່ງຫຼາຍເອີ້ນ ດັງວືກ; ດັງແວ່ງປານກາງ ເອີ້ນ ດັງວາກ… ດັງ (ຄໍາກໍາມະ1) ໝາຍເຖິງ ບັງເກີດສຽງຂຶ້ນ, ກົງກັນຂ້າມກັບມິດ. ຕົວຢ່າງ: ສຽງຟ້າຮ້ອງດັງສະນັ່ນຫວັ່ນໄຫວ. ເຮົາມັກໄດ້ຍິນສຽງກະໂພກດັງກຶກກ້ອງທົ່ວເມືອງຍາມປີໃໝ່ຈີນ ຫຼື ກຸດຈີນ. ດັງ (ຄໍາກໍາມ2) ໝາຍເຖິງ ຕິດ, ກໍ່, ຈູດ. ຕົວຢ່າງ: ນ້ອງຂອງຂ້ອຍດັງໄຟນຶ້ງເຂົ້າທຸກເຊົ້າແລງ. ຄຳວ່າ ດັ່ງ. ດັ່ງ ເປັນຄໍາຄຸນນາມ ມີຄວາມໝາຍວ່າ ປະດຸດ, ຄ້າຍ, ເໝືອນ ເຊັ່ນ: ເປັນດັ່ງ, ປະດຸດດັ່ງ, ຄືດັ່ງ, ເໝືອນດັ່ງ ເປັນຕົ້ນ. ນອກນັ້ນ ຍັງມີຄໍາວ່າ ດັ່ງໃດ ແປວ່າ: ຢ່າງໃດ, ເປັນແນວໃດ; ດັ່ງນີ້ ແປວ່າ ເປັນຢ່າງນີ້, ເປັນແນວນີ້; ດັ່ງນັ້ນ ແປວ່າ ເປັນຢ່າງນັ້ນ, ເປັນແນວນັ້ນ… ຄໍາວ່າ ດັງ ແລະ ດັ່ງ ຄືກັນ ຫລື ຕ່າງກັນແນວໃດໃນພາສາລາວ? ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido.
Comentários