ພາສາລາວຄໍາວ່າ ກ່ຽວຂ້ອງ ແລະ ກ່ຽວດອງ ມີຄວາມໝາຍແນວໃດ?
- Superphil Phil
- Jul 25, 2020
- 1 min read
ພາສາລາວຄໍາວ່າ ກ່ຽວຂ້ອງ ແລະ ກ່ຽວດອງ ມີຄວາມໝາຍແນວໃດ? ເນື່ອງຈາກວ່າ ພາສາລາວເປັນພາສາທີ່ມີຄວາມອຸດົມສົມບູນໃນການນໍາໃຊ້ ມີບາງຄໍາສັບທີ່ຂຽນ ແລະ ອ່ານຄ້າຍຄືກັນ ແຕ່ມີຄວາມໝາຍແຕກຕ່າງກັນ, ບາງຄໍາສັບຂຽນ ແລະ ອ່ານຕ່າງກັນ ແຕ່ພັດວ່າມີຄວາມໝາຍທີ່ຄ້າຍຄືກັນ ເຊິ່ງຖ້າເຮົາບໍ່ສຶກສາລະອຽດກໍ່ອາດເຮັດໃຫ້ການນໍາໃຊ້ຄໍາສັບນັ້ນໆບໍ່ຖືກຕ້ອງຕາມຮູບແບບໂຄງສ້າງຂອງປະໂຫຍກ ແລະ ເຮັດໃຫ້ຄວາມໝາຍຂອງປະໂຫຍກນັ້ນໆປ່ຽນໄປ.ໃນບົດຄວາມນີ້ເຮົາຈະມາເວົ້າກ່ຽວກັບຄໍາວ່າ ກ່ຽວຂ້ອງ ແລະ ກ່ຽວດອງ ຊຶ່ງສອງຄໍານີ້ມີການສະກົດຄໍາ ແລະ ການອ່ານອອກສຽງແມ່ນທີ່ແຕກຕ່າງກັນ ເຊິ່ງເຮົາສາມາດຈໍາແນກຄໍາດັ່ງກ່າວອອກໄດ້ຢ່າງຊັດເຈນໃນທາງດ້ານການຂຽນ ແລະ ການອ່ານ. ແຕ່ວ່າ, ທາງດ້ານການຕີຄວາມໝາຍຂອງມັນ ແມ່ນມີຄວາມສັບສົນຫຼາຍພໍສົມຄວນ ເນື່ອງຈາກວ່າ ສອງຄໍາສັບນີ້ມີຄວາມໝາຍທີ່ໃກ້ຄຽງກັນ ແລະ ເຊື່ອວ່າຄົນສ່ວນຫຼາຍກໍ່ຄົງບໍ່ເຂົ້າໃຈລະອຽດໃນການໃຊ້ສອງຄໍາສັບນີ້. ສະນັ້ນ, ເຮົາຈະມາອະທິບາຍຄວາມໝາຍ ແລະ ວິທີການໃຊ້ສອງຄໍາສັບດັ່ງກ່າວ.
ອີງຕາມຂໍ້ມູນຈາກວັດຈະນານຸກົມພາສາລາວ ສະບັບທີ່ ຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ ເຮົາສາມາດອະທິບາຍຄວາມໝາຍຄໍາສັບດັ່ງກ່າວໄດ້ດັ່ງນີ້: ຄຳວ່າ ກ່ຽວຂ້ອງ. ຄໍານີ້ໃຊ້ເປັນຄໍາກໍາມະ ມີຄວາມໝາຍວ່າ ຂ້ອງຄາກັນ, ຕິດຕໍ່ກັນ, ຜູກພັນກັນດ້ວຍ… ຕົວຢ່າງ: ຄອບຄົວບໍ່ໄດ້ກ່ຽວຂ້ອງກັບການຕັດສິນໃຈຂອງຂ້ອຍໃນການເລືອກສາຂາວິຊາຮຽນ. ຜູ້ເປັນພໍ່ ແລະ ແມ່ ກ່ຽວຂ້ອງໃນການລ້ຽງລູກຮ່ວມກັນ ເຖິງແມ່ນວ່າທັງສອງຄົນໄດ້ຍ່າຮ້າງກັນໄປແລ້ວ. ຄຳວ່າ ກ່ຽວດອງ. ຄໍານີ້ກໍ່ໃຊ້ເປັນຄໍາກໍາມະເຊັ່ນກັນ, ມີຄວາມໝາຍວ່າ ຜູກພັນກັນໃນທາງແຕ່ງດອງ, ເປັນຍາດພີ່ນ້ອງກັນໃນທາງແຕ່ງດອງ. ຄໍາວ່າ ກ່ຽວຂ້ອງ ແລະ ກ່ຽວດອງ ມີຄວາມໝາຍແນວໃດ? ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments