top of page
Search

ພາສາລາວກັບຄໍາວ່າ ກະດ້າງ ແລະ ກະແດ້ງມີຄວາມໝາຍແນວໃດ?

  • Writer: Superphil Phil
    Superphil Phil
  • Aug 23, 2020
  • 1 min read

ພາສາລາວກັບຄໍາວ່າ ກະດ້າງ ແລະ ກະແດ້ງມີຄວາມໝາຍແນວໃດ? ເພື່ອຄວາມເຂົ້າໃຈກະຈ່າງແຈ້ງຕື່ມ ໃນການນໍາໃຊ້ຄໍາສັບພາສາລາວ ບົດຄວາມນີ້ເຮົາຈຶ່ງຍົກເອົາບາງຄໍາສັບຂຶ້ນມາ ເພື່ອອະທິບາຍວິທີການນໍາໃຊ້ ແລະ ແປຄວາມໝາຍຂອງມັນ, ເຊິ່ງເຮົາຈະເວົ້າກ່ຽວກັບຄໍາວ່າ ກະດ້າງ ແລະ ກະແດ້ງ ສອງຄໍາສັບນີ້ອາດມີການໃຊ້ຫຼົງກັນເລື້ອຍໆ ສ່ວນຫຼາຍຄົນຄິດວ່າມັນແມ່ນຄໍາສັບດຽວກັນ ແຕ່ໃນຄວາມເປັນຈິງແລ້ວມັນມີຄວາມໝາຍຕ່າງກັນ. ໂດຍອີງຕາມຂໍ້ມູນຈາກວັດຈະນະນຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ດຣ. ທອງຄໍາ ອ່ອນມະນີ ເຮົາສາມາດອະທິບາຍຄວາມໝາຍ ແລະ ວິທີການນໍາໃຊ້ສອງຄໍາສັບດັ່ງກ່າວ ໄດ້ດັ່ງນີ້:

ree
DooDiDo

ກະດ້າງ. (ຄໍານາມ) ໝາຍເຖິງ ຊື່ເຫັດສະນິດໜຶ່ງທີ່ເກີດຂຶ້ນຕາມຂອນໄມ້ແຫ້ງ ເອີ້ນວ່າ ເຫັດກະດ້າງ. ຕົວຢ່າງວ່າ: “ເຫັດກະດ້າງຈັບຂ້າງຂອນຈິກ”. (ຄໍາຄຸນນາມ1) ໝາຍເຖິງ ແຂງ, ບໍ່ອ່ອນ, ຄົນທີ່ເວົ້າບໍ່ໄດ້ ເອີ້ນວ່າ ລີ້ນກະດ້າງ. ຕົວຢ່າງ: ຄໍາຜະຫຍາ “ເປັນສັງນ້ອງຈອມພະນາງມາບໍ່ປາກ ຫຼື ແມ່ນ້ອງປ້ອນຊີ້ນແຂ້ ຄາງກະແຕເຈົ້າບໍ່ລັ່ນແມ່ນ້ອງປ້ອນຊີ້ນຊ້າງ ຄາງກະດ້າງ ປາກບໍ່ເປັນ ຊັ້ນບໍ”. (ຄໍາຄຸນນາມ2) ໝາຍເຖິງ ຄົນທີ່ບໍ່ຟັງຄໍາສັ່ງສອນຂອງພໍ່ແມ່ ຄູອາຈານ ເອີ້ນວ່າ ຄົນກະດ້າງ ຫຼືຄົນແຂງກະດ້າງ ກໍ່ວ່າ. ກະແດ້ງ. ໝາຍເຖິງ ຫ່ຽວແຫ້ງ, ບໍ່ມີ ເຊັ່ນ: ຍິງບໍ່ເຄີຍມີຜົວ ເອີ້ນວ່າ ແມ່ກະແດ້ງ, ຫຼືວ່າ ມີຜົວແຕ່ບໍ່ມີລູກ ກໍ່ເອີ້ນວ່າ ແມ່ກະແດງ/ພໍ່ກະແດ້ງ. ໝາຍເຖິງ ກັນດານ, ອັດຕະຄັດ, ຂັດສົນ. ຕົວຢ່າງ: ບ້ານເມືອງທີ່ອັດຕະຄັດຂັດສົນ ເຕັມໄປດ້ວຍໂລກໄພໄຂ້ເຈັບ ເອີ້ນວ່າ ບ້ານກະແດ້ງ. ຄໍາວ່າ ກະດ້າງ ແລະ ກະແດ້ງມີຄວາມໝາຍແນວໃດ? ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido.

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page