top of page
Search

ພາສາລາວ ຄຳວ່າ ແຂບ ແລະ ແຄບ ມີຄວາມໝາຍແນວໃດ?

  • Writer: Superphil Phil
    Superphil Phil
  • Aug 8, 2020
  • 1 min read

ພາສາລາວ ຄຳວ່າ ແຂບ ແລະ ແຄບ ມີຄວາມໝາຍແນວໃດ?

ບາງເທື່ອພາສາວລາວກໍຍັງສັບສົນໃນການນໍາໃຊ້ ທັງທາງດ້ານການຂຽນ, ການເວົ້າ ແລະ ການແປຄວາມໝາຍ ເພາະວ່າຄໍາສັບໜຶ່ງສາມາດແປ ໄດ້ຫຼາຍຄວາມໝາຍ ຈົນເຮັດໃຫ້ຈໍາແນກບໍ່ໄດ້ວ່າຄວນໃຊ້ຄໍາໃດຈຶ່ງຈະຖືກຕ້ອງ ແລະ ມັນມີ​ຫລາຍໆ​ຄຳ​ທີ່​ອອກ​ສຽງ​ຄ້າຍ​ຄື​ກັນ ລວມ​ທັງ​ຄວາມ​ໝາຍ​ກໍ​ໃກ້​ຄຽງ​ກັນ ເວ​ລາ​ນຳ​ໄປ​ໃຊ້ຕົວຈິງ ສໍານຽງສຽງເວົ້າກໍ່ແຕກຕ່າງກັນໄປ.  ບົດນີ້ເຮົາຈະຍົກເອົາຄໍາວ່າ ແຂບ ແລະ ແຄບ ມາອະທິບາຍຄວາມໝາຍ ແລະ ວິທີການນໍາໃຊ້ ສອງຄໍານີ້ສະກົດຄືກັນ ແຕ່ມັນອອກສຽງຄ້າຍຄືກັນ ຈຶ່ງຈໍາແນກໄດ້ຍາກ ຫຼາຍຄົນບໍ່ຄ່ອຍໃຫ້ຄວາມສໍາຄັນພໍປານໃດ, ແຕ່ວ່າເຮົາຄວນຈໍາແນກໃຫ້ອອກລະຫວ່າງສອງຄໍາສັບນີ້ ເພາະວ່າມັນມີຄວາມໝາຍຕ່າງກັນ ການນໍາໃຊ້ໃນໂຄງສ້າງປະໂຫຍກກໍ່ບໍ່ຄືກັນ.

DooDiDo

    ເພື່ອທໍາຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສອງຄໍານີ້ ຂໍນໍາເອົາຂໍ້ມູນບາງສ່ວນຈາກວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ມາປະກອບໃສ່ໃນການອະທິບາຍຄວາມໝາຍສອງຄໍາສັບດັ່ງກ່າວ:

ຄຳວ່າ ແຂບ: ແຂບ ສາມາດເປັນໄດ້ທັງຄໍານາມ ແລະ ຄໍາກໍາມະ ເຊິ່ງມັນມີຄວາມໝາຍແຕກຕ່າງກັນອອກໄປເຊັ່ນ: ແຂບ (ຄໍານາມ) ໝາຍເຖິງ ສິ່ງທີ່ເຮັດເປັນວົງ ຫຼື ວົງປາກພາຊະນະຕ່າງໆ, ແຄມ, ຮີມ, ເຂດ, ແດນ ເອີ້ນວ່າ ແຂບ. ຕົວຢ່າງ: ເວລາດື່ມນໍ້າປາກເຮົາຈະຈຸໃສ່ແຂບຈອກນໍ້າ. (ເອີ້ນວ່າແຂບຈອກ). ແຂບ (ຄໍາກໍາມະ1) ໝາຍເຖິງ ເອົາແຜນແພ ຫຼືຂອງອື່ນໆຫຍິບ ຫຼືມັດ ຫຼືແຄມໄວ້ ເພື່ອໃຫ້ໝັ້ນ ເອີ້ນວ່າ ແຂບ ເຊັ່ນ: ແຂບຜາ, ແຂບແພມົນ. ຄຳວ່າ ແຄບ: ແຄບ ໃຊ້ເປັນຄໍາຄຸນນາມ ມີຄວາມໝາຍວ່າ ບໍ່ກວ້າງ, ມີຄວາມກວ້າງໜ້ອຍ. ຕົວຢ່າງ: ເຮືອນບໍ່ກວ້າງ ເອີ້ນວ່າ ເຮືອນແຄບ;ໃຈບໍ່ເຜື່ອແຜ່ ເອີ້ນວ່າ ໃຈແຄບ. ດັ່ງຄໍາກາບປູເວົ້າວ່າ: ຄົນໃຈຊາມຢ່າເອົາເປັນແບບ ຄົນໃຈແຄບຢ່າໄດ້ເປັນຝູງ ຄົນໃຈສູງຈັ່ງຍ່າງນໍາກົ້ນ. ຄຳວ່າ ແຂບ ແລະ ແຄບ ໃນພາສາລາວມີຄວາມໝາຍແນວໃດ? ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page