top of page
Search

ພາສາລາວ ຄວາມໝາຍຂອງຄໍາວ່າ “ບົກ”

  • Writer: Superphil Phil
    Superphil Phil
  • Apr 15, 2020
  • 1 min read

ພາ​ສາ​ລາວ ອະ​ທິ​ບາຍ​ຄວາມ​ໝາຍ​ຂອງຄໍາວ່າ “ບົກ”

“ບົກ” ສາມາດແປໄດຫຼາຍຄວາມໝາຍທີ່ແຕກຕ່າງກັນ ສິ່ງທີ່ເຮັດໃຫ້ຄວາມໝາຍແຕກຕ່າງກັນນັ້ນຈະຂຶ້ນກັບປະໂຫຍກ​ທີ່​ເຮົາ​ໃຊ້ ຫລື ຄຳ​ທີ່ມາຕໍ່ໃສ່ກັບ​ມັນ.


”ບົກ”ເປັນຄໍານາມ ເປັນຊື່ຂອງຕົ້ນໄມ້ຊະນິດໜຶ່ງທີ່ມີຂະໜາດໃຫຍ່ ມີໜ່ວຍມົນເປືອກຂອງໜ່ວຍເປັນເມືອກຢາງ ແກ່ນໃນມີນວນສີຂາວ ມີລົດຊາດມັນກິນໄດ້ ແລະ ລໍາຕົ້ນຂອງມັນສາມາດນໍາມາໃຊ້ໃຫ້ເກີດປະໂຫຍດຫຼານຢ່າງເຊັ່ນ:ເຜົາຖ່ານ; ໃຊ້ມາປຸກຕູບໄດ້…ແຕ່ບໍນິຍົມມາໃຊ້ກໍ່ສ້າງບ້ານເຮືອນຖາວອນໄດ້ ຍ້ອນມອດມັກກິນ. ”ບົກ” ເປັນຄໍາຄຸນນາມ ໝາຍເຖິງການແຫ້ງລົງ; ການຫຼຸດລົງຂອງປະລິມານຂອງທາດແຫຼວ ຫຼື ນໍ້າ ນັ້ນເອງ ເຊັ່ນ: ນໍ້າຢູ່ໜ້າເຂື່ອນບົກລົງ; ໜອງປາບົກລົງ;ແມ່ນໍ້າລໍາເຊບົກລົງຫຼາຍໃນປີນີ້ຍ້ອນຝົນບໍ່ຕົກ…ເຊິ່ງກໍ່ມີຄວາມໝາຍວ່າແຫ້ງລົງນັ້ນເອງ. “ບົກ” ໝາຍເຖິງສະຖານທີ່ ທີມີການປຽບທຽບກັນລະຫວ່າງໜ້າດິນກັບນໍ້າ ເຊັ່ນວ່າໜ້າດິນທີ່ຢູ່ແຄມຝັ່ງແມ່ນໍ້າເຮົາຈະເອີ້ນວ່າ ບົກ ແຕ່ຄວາມໝາຍກວ້າງຂວາງກໍ່ຄື ບົກ ໝາຍເຖິງໜ້າດິນທັງໝົດທີ່ເປັນບ່ອນແຫ້ງບໍ່ມີນໍ້າ ຕົວຢ່າງ: ສັດບົກ ໝາຍເຖິງສັດທີ່ດໍາລົງຊີວິດຢູ່ເທິງໜ້າດິນທີ່ບໍ່ສາມາດຫາຍໃຈຢູ່ໃນນໍ້າໄດ້ ເຊັ່ນ:ຊ້າງ;ມ້າ;ງົວ; ຄວາຍ… ສ່ວນສັດນໍ້າ ກໍ່ຄືສັດທີ່ອາໄສຢູ່ໃນນໍ້າ ບໍ່ສາມາດຫາຍໃຈຢູ່ເທິງບົກໄດ້ ເຊັ່ນ: ປູ;ປາ; ກຸ້ງ; ຫອຍ…ແຕ່ຖ້າທຽບໃສ່ຄົນກໍ່ຈະມີຄວາມໝາຍຕ່າງອີກເຊັ່ນວ່າ: ….

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page