ພາສາລາວ ຄໍາວ່າ ຊົດ ແລະ ໂຊດ ກັບຄວາມໝາຍຂອງມັນ?
- Superphil Phil
- Aug 12, 2020
- 1 min read
ພາສາລາວ ຄໍາວ່າ ຊົດ ແລະ ໂຊດ ກັບຄວາມໝາຍຂອງມັນ?
ເປັນຄຳທີ່ຫລາຍໆຄົນທີ່ອອກສຽງຄ້າຍຄືກັນ ແຕ່ພາສາລາວບາງຄັ້ງຄຳທີ່ອອກສຽງຄ້າຍຄືກັນບາງຄັ້ງຄວາມໝາຍກໍໃກ້ຄຽງກັນ ແລະ ບາງຄັ້ງກໍ່ແຕກຕ່າງກັນ, ສ່ວນເວລານຳໄປໃຊ້ ສໍານຽງສຽງເວົ້າກໍ່ອາດຟັງຍາກຂື້ນກັບຄົນຢູ່ແຕ່ລະເຂດ, ໂດຍສະເພາະຄົນຊົນເຜົ່າ ເວລາເວົ້າອອກສຽງຜິດພາດໄປເລັກນ້ອຍກໍຈະກາຍເປັນຄວາມໝາຍອື່ນ. ສະນັ້ນ, ໃນບົດຄວາມຕອນນີ້ ເຮົາຈະເວົ້າເຖິງຄວາມໝາຍຂອງຄໍາວ່າ ຊົດ ແລະ ໂຊດ ສອງຄໍານີ້ຖ້າເບິ່ງຈາກການຂຽນແມ່ນສາມາດຈໍາແນກໄດ້ຢ່າງຈະແຈ້ງວ່າຄໍາໃດເປັນຄໍາໃດເພາະວ່າສະກົດຕ່າງກັນຢູ່ ແຕ່ຖ້າເປັນການເວົ້າແມ່ນມີຄວາມຜິດພາດທາງດ້ານການອອກສຽງເປັນສ່ວນຫຼາຍ ແລະ ຄວາມໝາຍມັນກໍ່ຈະປ່ຽນຖ້າຫາກອອກສຽງບໍ່ຖືກຕ້ອງ.
ເພື່ອທໍາຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສອງຄໍານີ້ ຂໍອ້າງອີງເອົາຂໍ້ມູນຈາກວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ເຊິ່ງເພິ່ນໄດ້ອະທິບາຍຄວາມໝາຍສອງຄໍາສັບດັ່ງກ່າວ ໄວ້ຂ່ອນຂ້າງຊັດເຈນຄືດັ່ງນີ້:
ຄຳວ່າ ຊົດ. ຊົດ ໃຊ້ເປັນຄໍາກໍາມະ ມີຄວາມໝາຍວ່າ ເອົາບ່ວງຕັກນໍ້າແກງໃສ່ປາກແລ້ວດູດເຂົ້າ. ຕົວຢ່າງ: ລູກເອີ້ຍ! ເວລາກິນເຂົ້າຮ່ວມພາກັບຜູ້ໃຫຍ່ຢ່າຊົດນໍ້າແກງແຮງຫຼາຍ ມັນບໍ່ສຸພາບ. ຄຳວ່າ ໂຊດ. ໂຊດ ເປັນທັງຄໍານາມ ແລະ ຄໍາຄຸນນາມ ເຊິ່ງມີຄວາມແຕກຕ່າງກັນເຊັ່ນ: ໂຊດ (ຄໍານາມ): ເປັນຊື່ເອີ້ນຟານຕົວໃຫຍ່ກວ່າໝູ່ ເອີ້ນຟານໂຊດ. ຕົວຢ່າງ: ເມື່ອຄາວຍັງນ້ອຍຂ້ອຍໄປຍ່າງປ່າກັບພໍ່ ຂ້ອຍໄດ້ແນມເຫັນຟານໂຊດໂຕໜຶ່ງ ຖືວ່າເປັນບຸນຕາຂອງຂ້ອຍຫຼາຍ ເພາະສະໄໝນີ້ມັນຫາເບິ່ງໄປຍາກແລ້ວ. ໂຊດ (ຄໍາຄຸນນາມ): ມີຄວາມໝາຍວ່າ ເລີຍ, ອີ່ຫຼີ, ເລີຍແລ້ວ, ໂຊດແລ້ວ. ຄໍາວ່າ ຊົດ ແລະ ໂຊດ ຄືກັນ ຫຼື ຕ່າງກັນ, ສາມາດໃຊ້ແທນກັນໄດ້ບໍ່? ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments