top of page
Search

​ພາ​ສາ​ລາວຄຳວ່າ “ສໍ່າ” ແລະ “ຊ່ຳ” ​ຄວນ​ໃຊ້​ຄຳ​ໃດ​

  • Writer: Superphil Phil
    Superphil Phil
  • May 26, 2020
  • 1 min read

ອະ​ທິ​ບາຍ​ພາ​ສາ​ລາວຄຳວ່າ “ສໍ່າ” ແລະ “ຊ່ຳ” ​ຄວນ​ໃຊ້​ຄຳ​ໃດ​

ຕາມ​ທີ່​ໄດ້​ສັງ​ເກດ​ທີ່ຜ່ານໆມາເຫັນຫຼາຍຄົນທີ່​ສະ​ກົດ​ຄຳ​ນີ້​ຍັງ​ບໍ່​ຖືກ ແລະ ເຂົ້າໃຈຜິດຈາກ​ການ​ສະ​ກົດ ຫລື ພິມ “ສໍ່າ” ຜິດຜ້ຽນ​ໄປເປັນ “ຊໍ່າ” ກາຍເປັນການໃຊ້ແບບຜິດ ແລະ ເປັນ​ຄຳ​ທີ່​ບໍ່​ມີ​ຄວາມ​ໝາຍ​ຫາກ​ສະ​ກົດ​ແບບ​ນີ້.

ດັ່ງນັ້ນ, ເພື່ອຄວາມກະຈ່າງແຈ້ງບັນຫານີ້ ຈຶ່ງເປີດວັດຈະນານຸກົມ ແລະຄຳກອນບູຮານລາວພົບວ່າ

“ສໍ່າ” ທີ່ປະກອບດ້ວຍອັກສອນສູງ “ສ” ສະຫຼະ xຳ, ວັນນະຍຸດເອກ ມີອະທິບາຍໄດ້ດັ່ງນີ້:

“ສໍ່າ” ມີ​ຄວາມ​ຫມາຍ​ບົ່ງ​ບອກ​ເຖິງ​ຂະ​ໜາດ, ຮຸ່ນ​ຮາວ, ທໍ ເທົ່າ, ພວກ, ໜູ່ ຫລື ຊະ​ນິດ ເຊັ່ນ


ຕົວ​ຢ່າງ:

ເຮັດ​ໄດ້​ສ່ຳ​ນີ້​ຫວາ = ເຮັດ​ໄດ້​ເທົ່າ​ນີ້​ຫວາ,

ລາວ​ໄດ້​ຕຳ​ແໜ່ງ​ສ່ຳ​ຂ້ອຍ = ລາວ​ມີ​ຕ່ຳ​ແໜ່ງ​ເທົ່າ​ຂ້ອຍ,


ສ່ຳສອງ​ກິໂລ ​ຫ້າ​ແສນ​ກີບ​ຈ່າຍ​ໄດ້​ສະ​ບາຍ​ຢູ່​ແລ້ວ = ຂະ​ໜາດ​ສອງ​ກິ​ໂລ ຫ້າ​ແສນ​ກີບ​ຈ່າຍ​ໄດ້​ສະ​ບາຍ​ຢູ່​ແລ້ວ, ສ່ຳ​ສັດ​, …

“ສໍ່າ” ອີກ​ຄວາມ​ໝາຍ​ໜື້ງ​ກະ​ຄື ການ​ເວົ້າຄ່ອຍໆ ແລະໃກ້ຜູ້ຟັງ, ພາ​ສາ​ໄທ​ຈະ​ເວົ້າ​ວ່າ ກະ​ຊິບ (กระซิบ)


ຕົວ​ຢ່າງ:

ແມ່ຂ້ອຍ​ມາ​ສ່ຳ​ໃສ່​ຫູ​ຂ້ອຍ​ວ່າ ຢ່າ​ໃຫ້​ນ້ອງ​ຫລິ້ນ​ໂທ​ລະ​ສັບ​ຫລາຍ​ເດີ = ແມ່ຂ້ອຍ​ມາເວົ້າໃສ່​ຫູ​ຂ້ອຍ​ຄ່ອຍໆ​ວ່າ ຢ່າ​ໃຫ້​ນ້ອງ​ຫລິ້ນ​ໂທ​ລະ​ສັບ​ຫລາຍ​ເດີ

ພາ​ສາ​ໄທ​ຈະ​ເວົ້າ​ວ່າ แม่กระซิบบอกหนูว่าไม่ให้น้องเล่นมือถือมากเกินไป




ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ FacebookDoodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page