ພາສາລາວ “ຜູ້ຕິດເຊື້ອ” ຫລື “ຜູ່ຕິດເຊື້ອ”
- Superphil Phil
- Apr 6, 2020
- 1 min read
“ຜູ້ຕິດເຊື້ອ Covid-19” ຫລື “ຜູ່ຕິດເຊື້ອ Covid-19” ເຮົາຄວນໃຊ້ຄຳໃດຈຶ່ງຖືກຕ້ອງ.
ປະຈຸບັນນີ້, ຫລາຍໆຄົນອາດຍັງບໍ່ເຂົ້າໃຈລະອຽດໃນການໃຊ້ຄຳສັບ ຫລື ຄຳເວົ້າດັ່ງກ່າວຈຶ່ງເຮັດໃຫ້ມີການສະກົດຜິດໆຖືກໆກັນຢູ່ເປັນປະຈຳ, ສະນັ້ນເຮົາລອງມາສືກສາ ແລະ ແບ່ງປັນຄວາມນີ້ໄປນຳກັນ. ‘ຜູ່ ຫຼື ຜູ້’ ອອກສູ່ສັງຄົມອິນເຕີເນັດມາຫຼາຍເທື່ອແລ້ວກໍຕາມ, ແຕ່ກໍປາກົດວ່າຍັງມີຜູ້ໃຊ້ຄຳວ່າ ‘ຜູ່’ ຢູ່ຈຳນວນໜ້ອຍໜຶ່ງ ໂດຍສະເພາະໃນໄລຍະທີ່ພະຍາດໂຄວິດ-19 ກຳລັງແຜ່ລະບາດ ມີສື່ອອນລາຍຈຳນວນໜຶ່ງສະກົດ ‘ຜູ້ຕິດເຊື້ອ Covid-19’ ເປັນ ‘ຜູ່ຕິດເຊື້ອ Covid-19’ ເຊິ່ງຖືວ່າສະກົດຜິດ. ເພື່ອເປັນການລິ້ມຄວາມຮູ້ເກົ່າຄືນ, ມື້ນີ້ “ພາສາລາວ” ຂໍອະນຸຍາດນຳສະເໜີບົດຄວາມກ່ຽວກັບ “ຜູ່ ຫຼື ຜູ້” ຄືນຕື່ມອີກເທື່ອໜຶ່ງ:

ແຕ່ມາປີ 1967 ໃນໄວຍາກອນຂອງທ່ານພູມີ ວົງວິຈິດ ທີ່ໃຊ້ໃນເຂດປົດປ່ອຍແມ່ນກຳນົດໃຫ້ຂຽນເປັນ ‘ຜູ້’.
ຕົກມາໃນປີ 1973 ລາຊະບັນດິດສະພາລາວທີ່ວຽງຈັນກໍໄດ້ກຳນົດໃຫ້ຂຽນ ‘ຜູ້’ ເຊັ່ນກັນ.
ເມື່ອຕົກມາເຖິງປີ 1975 ສປປ ລາວໄດ້ຮັບການສ້າງຕັ້ງຂຶ້ນ ແລະຫຼັກການຂຽນພາສາລາວຕາມສຽງແບບຂອງທ່ານພູມີ ວົງວິຈິດ ກໍໄດ້ຮັບການນຳໃຊ້ເຂົ້າໃນລະບົບການສຶກສາຂອງລາວ ແລະການຂຽນຄຳນີ້ ກໍເປັນ ‘ຜູ້’ ຈົນມາເຖິງປັດຈຸບັນ.
ມີພຽງແຕ່ບາງກຸ່ມຄົນທີ່ເຄີຍຮຽນຕາມປຶ້ມແບບຮຽນສະໄໝເກົ່າທີ່ໃຊ້ການສະກົດ ‘ຜູ່’, ເຖິງຫຼັກການຂຽນໃນປັດຈຸບັນເພິ່ນໃຫ້ຂຽນ ‘ຜູ້’ ແຕ່ກໍຍັງຢຶດຕິດກັບການໃຊ້ ‘ຜູ່’ ແບບປ່ຽນແປງບໍ່ໄດ້ ຈຶ່ງເກີດມີການໃຊ້ ‘ຜູ່’ ໃນບາງເອກະສານທາງການ ແລະບາງສື່ສິ່ງພິມ. ໂດຍສະເພາະແມ່ນໃນກົດໝາຍທີ່ສະພາແຫ່ງຊາດເປັນຜູ້ອອກໃນປີ 2010–2014 ຈະປາກົດເຫັນສະກົດເປັນ “ຜູ່”. ແຕ່ເພື່ອເຮັດໃຫ້ການສະກົດຄຳນີ້ໃຫ້ຖືກຕາມວັດຈະນານຸກົມພາສາລາວ ແລະຕາມໄວຍາກອນລາວທີ່ໃຊ້ຂຽນປຶ້ມແບບຮຽນແຕ່ຊັ້ນປະຖົມເຖິງມັດທະຍົມປາຍຂອງກະຊວງສຶກສາທິການ ແລະກິລາ, ທາງສະພາແຫ່ງຊາດຈຶ່ງໄດ້ຕົກລົງໃຊ້ “ຜູ້” ແຕ່ປີ 2015 ເປັນຕົ້ນມາ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments