top of page
Search

ພາ​ສາ​ລາວ​ຄຳ​ວ່າ​ “ໄປໃສ?” ແລະ ສັບເວົ້າ​ແບບພື້ນບ້ານ

  • Writer: Superphil Phil
    Superphil Phil
  • Apr 14, 2020
  • 1 min read

ອະ​ທິ​ບາຍ​ຄຳ​ສັບ​ພາ​ສາລາວ ແລະ ສັບພາ​ສາ​ລາວ​ແບບພື້ນບ້ານ “ໄປໃສ?”, “ໄປກະເຫຼີ?”, “ໄປຊິເດີ?”

ປະເທດລາວເປັນປະເທດທີ່ມີຫຼາຍຊົນເຜົ່າທີ່ມີສັບພາສາປາກເວົ້າ ແລະ ສຳ​ນຽງ​ທີ່ແຕກຕ່າງກັນໄປ​ຕາມ​ແຕ່​ລະ​ຂົງ​ເຂດ, ແຕ່ລະບ້ານ ແຕ່ລະເມືອງ ແຕ່ລະແຂວງ ແລະ ແຕ່ລະພາກ ນັບ​ແຕ່​ເໜືອ​ຮອດ​ໃຕ້.


“ໄປໃສ” ເປັນພາສາກາງຂອງລາວໃຊ້ໃນປັດຈຸບັນ ເປັນຄໍາກິລິຍາ ຫຼື ຄໍາກໍາມະທີ່ສະແດງເຖິງການເຄື່ອນໄຫວ ໃຊ້ເປັນຄໍາຖາມໃນການທີ່ບຸກຄົນໃດໜຶ່ງກໍາລັງເດີນທາງ ໂດຍທີ່ເຮົາຢາກຮູ້ວ່າລາວກຳລັງຊິເດີນທາງໄປສະຖານທີ່ແຫ່ງໃດ ແຫ່ງໜຶ່ງ ເຊັ່ນ: ເຈົ້າຊິໄປໃສ ? ແລະ ຜູ້ທີ່ຖືກຖາມ ກໍ່ຈະຕອບເຖິງສະຖານທີ່ ທີ່ຕົນຈະໄປ ເຊັ່ນ: ຂ້ອຍຊິໄປໄຮ່; ຂ້ອຍຊິໄປນາ; ຂ້ອຍຊິໄປໂຮງຮຽນ…

“ໄປກະເຫຼີ” ມີຄວາມໝາຍດຽວກັບຄໍາວ່າ ໄປໃສ ແຕ່ເປັນພາສາທ້ອງຖິ່ນຂອງຄົນພາກເໜືອໃນທາງທິດຈາເວັນອອກສ່ຽງເໜືອຂອງລາວໂດຍສະເພາະແມ່ນຄົນແຂວງຊຽງຂວາງ ແລະ ແຂວງຫັວພັນເປັນສ່ວນຫຼາຍ ເພາະການອອກສຽງເຂົາເຈົ້າແມ່ນ ໃx ອອກສຽງເປັນ ເີ ເຊິ່ງມີເຄົ້າກໍາເນີດການອອກສຽງຂອງຊົນເຜົ່າໄທແດງ ແລະ ຊົນເຜົ່າໄທພວນ ເປັນສ່ວນໃຫຍ່ ແຕ່ແຂວງອື່ນໆທາງພາກເໜືອກໍ່ມີເຊັ່ນດຽວກັນ ແຕ່ມີໜ້ອຍ. ບາງຂົງເຂດກໍ່ມີຄວາມແຕກຕ່າງກັນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page