top of page
Search

​ພາ​ສາ​ລາວ​ຄວາມ​ໝາຍ​ຂອງ​ຄຳ​ວ່າ ຊ່ວງ ບໍ່​ແມ່ນ​ຄຳ​ທີ​ໃຊ້​ກັບ​ເວ​ລາ.

  • Writer: Superphil Phil
    Superphil Phil
  • Jun 27, 2020
  • 1 min read

​ພາ​ສາ​ລາວ​ຄວາມ​ໝາຍ​ຂອງ​ຄຳ​ວ່າ ຊ່ວງ ບໍ່​ແມ່ນ​ຄຳ​ທີ​ໃຊ້​ກັບ​ເວ​ລາ. ຄຳໃນພາສາລາວທີ່ມີຄວາມໝາຍໃຊ້ກັບເວລາມີຫຼາຍຄຳເຊັ່ນ ຕອນ,​ ຫວ່າງ,​ ໄລຍະ,​ ເວລາ,​ ຍາມ,​ ການ,​ ຊົ່ວ,​ ລະດູ ໂດຍການນຳໃຊ້ມີຄວາມຄ້າຍຄື ແລະ ແຕກຕ່າງກັນການ​ນຳ​ໄປ​ໃຊ້​ເພື່ອ​ຄວາມ​ຖືກ​ຕ້ອງ ແລະ ເຂົ້າ​ໃຈ​ໄດ້ ຕ້ອງ​ໄດ້​ເບິ່ງ​ເປັນ​ແຕ່​ລະ​ກໍ​ລະ​ນີ​ອີກ, ສະ​ນັ້ນ​ໃນ​ພາ​ສາ​ລາວ​ການ​ທີ່​ໃຊ້​ຄວາມ​ໝາຍ​ຂອງ​ຄຳ​ວ່າ ຊ່ວງ ທີ່​ຫລາຍໆ​ທ່ານ​ອາດ​ລື້ງ​ໃຊ້​ກັນ​ນັ້ນ​ອາດ​ຈະ​ຕ້ອງ​ໄດ້​ປ່ຽນ​ໃໝ່​ເພື່ອ​ຄວາມ​ຖືກ​ຕ້ອງ ແລະ ຫາກ​ເປັນ​ເວ​ລາ​ຈະ​ເວົ້າ​ລະ​ອຽດ​ດັ່ງ​ນີ້. #ຕອນ ເປັນຄຳລາວເດີມ ໃຊ້ກັບເວລາພາຍໃນມື້ນັ້ນໆ ແລະໃຊ້ກັບທັງອະດີດ,​ ປັດຈຸບັນ ແລະອະນາຄົດ ເຊັ່ນ: ຕອນບ່າຍ,​ ຕອນສວາຍ ແລະຕອນແລງ,​ ຕອນນັ້ນ,​ ຕອນນີ້,​ ຕອນທີ່ເຮົາໄປນຳກັນ,​ ຕອນນອນນຳກັນ,​ ຊິໄປຕອນແລງນີ້ລະ,​ ຕອນນີ້ຂ້ອຍຢູ່ເຮືອນ, ຕອນໃດເຈົ້າວ່າງສຳລັບເຮົາ,​ ຕອນຕໍ່ໄປເຮົາຈະ…​ #ຫວ່າງ ເປັນຄຳລາວເດີມ ໃຊ້ກັບເວລາພາຍໃນມື້, ອາທິດ,​ ເດືອນ,​ ປີ ທີ່ເປັນອະດີດ ແລະປັດຈຸບັນ ບໍ່ປາກົດມີການໃຊ້ອະນາຄົດ ເຊັ່ນ ຫວ່າງເຊົ້ານີ້,​ ຫວ່າງອາທິດແລ້ວນີ້,​ ຫວ່າງປີກາຍ,​ ຫວ່າງນີ້ບໍ່ໄດ້ໄປໃສ,​ ຫວ່າງນີ້ເຈົ້າເຮັດຫຍັງ.​ (ບໍ່ມີ ຫວ່າງອາທິດໜ້າ,​ ຫວ່າງມື້ອື່ນ)​.

​ເວົ້າ​ລາວ​ກັນ

#ໄລຍະ ເປັນຄຳປາລີ ມາຈາກ ລະຍະ ໃຊ້ກັບເວລາຕ່າງໆຄ້າຍຄືຫວ່າງ ທີ່ບົ່ງບອກເຖິງ ຕອນໜຶ່ງຫາຕອນໜຶ່ງເຊັ່ນ ໄລຍະຂອງການປູກໝາກຖົ່ວແມ່ນໃຊ້ເວລາ 4 ອາທິດ,​ ໄລຍະແຫ່ງການ….,​ ໄລຍະທີ່ຖືກປົກຄອງດ້ວຍ….,​ ເປັນໄລຍະທີ່….,​ ມັນອາດບັນເທົາໄດ້ຊົ່ວໄລຍະໜຶ່ງ…,​ ໄລຍະແຕ່ປີ….​ຂ້ອຍຢູ່ອັງກິດ,​ ໄລຍະນີ້ຮ້ອນຫຼາຍ…,​ ຕະຫຼອດໄລຍະ….​ປີຜ່ານມາ. #ເວລາ ໃຊ້ບອກໄລຍະໃດໜຶ່ງ ທີ່ກ່ຽວກັບຕອນທີ່ເປັນອະນາຄົດ,​ ອະດີດ ຫຼື ປັດຈຸບັນ ໂດຍມີກຳນົດ ແລະບໍ່ມີກຳນົດເຊັ່ນ ເວລາທີ່ຂ້ອຍຢູ່ນຳເຈົ້າ,​ ເວລານັ້ນ,​ ເວລານີ້,​ ມີເວລາໃຫ້ຂ້ອຍແດ່,​ ເວລາໃດກໍຕາມ,​ ມື້ໃດເຈົ້າມີເວລາວ່າງ,​ ເວລາໃດກໍໄດ້ບອກຂ້ອຍແດ່…,​ ເປັນເວລາ 3 ວັນ…​ຕະຫຼອດເວລາຜ່ານມາ ໃນ​ພາ​ສາ​ລາວ ຊ່ວງ ບໍ່​ແມ່ນ​ຄຳ​ທີ​ໃຊ້​ກັບ​ເວ​ລາ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page