top of page
Search

ພາ​ສາ​ລາວ​​ຄວນ​​ໃຊ້​ ຄຳ​ໃດ​ລະ​ຫວ່າງ ຄຳ​ວ່າ ສຳ​ລັບ ແລະ ສຳ​ຫລັບ.

  • Writer: Superphil Phil
    Superphil Phil
  • Jun 30, 2020
  • 1 min read

ພາ​ສາ​ລາວ​​ຄວນ​​ໃຊ້​ ຄຳ​ໃດ​ລະ​ຫວ່າງ ຄຳ​ວ່າ ສຳ​ລັບ ແລະ ສຳ​ຫລັບ. ໃນ​ພາ​ສາ​ລາວ​ການ​ນຳ​ໃຊ້ ຄຳ​ສັບ ສຳ​ລັບ ນີ້​ຍັງ​ຄົງ​ມີ​ການ​ນຳ​ໃຊ້ ເປັນ ສຳ​ຫລັບ ຢູ່ ເຊິງ​ຖ້າ​ຈະ​ເວົ້າ​ໃນ​ຫລັກ​ການ​ກົດ​ຂອງ​ພາ​ສາ​ລາວ​ແມ່ນ​ບໍ່​ຖືກ​ເພາະ​ໃນ​ພ​າ​ສາ​ລາວ​ເຮົາ​ແທ້​ແມ່ນ​ເປັນ​ຄຳເຊື່ອມທີ່ໃຊ້ແທນຄຳວ່າ “ເພື່ອ” ແລະ ເປັນການບົ່ງບອກເຖິງຄວາມຄູ່ກັບ.., ຄວນກັບ…ສິ່ງໃດໜຶ່ງ ໃນພາສາລາວຂຽນວ່າ ສຳລັບ ຕົວຢ່າງ: ຄົນນີ້ເໝາະສຳລັບເຈົ້າ, ສຳລັບຂ້ອຍຈະເປັນແນວໃດກໍຊ່າງ, ຂ້ອຍເຮັດທຸກຢ່າງສຳລັບເຈົ້າ… ຄຳ​ວ່າ ສຳລັບ ເປັນຄຳສອງພະຍາງ ໃນພະຍາງທີສອງ #ລັບ ຕ້ອງໃຊ້ພະຍັນຊະນະ ລ (ສຽງຕໍ່າ), ແຕ່ມີຄົນຈຳນວນບໍ່ໜ້ອຍທີ່ໃຊ້ ຫຼ (ສຽງສູງ) ເຊິ່ງເປັນການຂຽນຕາມແບບພາສາໄທ (สำหรับ) ເຊິງ​ຜິດ​ຜ້ຽນ​ຈາກ​ຫລັກ​ໄວ​ຍາ​ກອນ​ຂອງ​ພາ​ສາ​ລາວ, ຫາກ ສຳ​ຫລັບ ຄຳ​ສອງ​ພະ​ຍາງ​ນີ້ ຍັງ​ບໍ່​ທັນ​ໄດ້​ມີ​ໃນ​ຫລັກ​ການ​ພາ​ສາ​ລາວ ແຕ່​ຖ້າ​ຫາກ​ແຍກ​ເປັນ​ແຕ່​ລະ​ພ​ະ​ຍາງ​ຈະ​ຍັງ​ມີ​ຄວາມ​ໝາຍ​ຢູ່, ຫາກ​ຕົວ​ລົງ​ທ້າຍ​ຂອງ ສຳ​ຫລັບ​ນີ້, #ຫຼັບ(หลับ) ເປັນກຳມະ ໝາຍເຖິງ ປິດໄວ້ແບບສະໜິດ, ອັດໄວ້ ໃຊ້ກັບຕາ ເຊັ່ນ ຫຼັບຕາ, ນອນບໍ່ຫຼັບ, ເຫງົາຫຼັບ, ນອນຫຼັບນອນຝັນ, ກິນເຂົ້າແຊບນອນຫຼັບ… ນອກຈາກນີ້ຍັງໃຊ້ກັບການເຮັດທ່າຫູບໍ່ໄດ້ຍິນ ເອີ້ນຫຼັບຫູ ເຊັ່ນ ຫຼັບຫູຫຼັບຕາ….

​ເວົ້າ​ລາວ​ກັນ

ສາເຫດທີ່ພາໃຫ້ຫຼາຍຄົນໃຊ້ #ສຳລັບ ເປັນ #ສຳຫຼັບ ຕາມ​ການ​ສັນ​ນິ​ຖານ​ຂອງ​ຫລາຍ​ຄົນ​ທີ່​ໄດ້​ສືກ​ສາ​ກ່ຽວ​ກັບ​ເລື່ອງ​ພາ​ສາ​ລາວ​ໃຫ້​ຮູ້​ວ່າ, ອາດມີສ່ວນມາຈາກການເສບສື່ທີ່ເປັນພາສາໄທ ທີ່​ສະ​ກົດ​ຄຳ​ວ່າ ສຳ​ລັບ ເປັນ ສຳ​ຫລັບ ເວ​ລາ​ຜ່ານ​ໄປ​ດົນ​ນານ ຈຶ່ງມີ​ການ​ສະ​ກົດ​ຜິດ​ຜ້ຽນ​ຈາກ​ເຄົ້າ​ພາ​ສາ​ລາວ​ເດີມ​ຈົນ​ກາຍ​ເປັນ​ການຂຽນຄຳ​ວ່າ ສຳ​ຫລັບ​ ນີ້​ຂື້ນ​ມາ. ສະນັ້ນ, ເຊິ່ງ​ຈຸດ​ນີ້​ຄົນ​ລາວ​ຫລາຍໆ​ຄົນຄວນຫັນກັບມາໃສ່ໃຈພາສາລາວ, ການອອກສຽງແບບຄົນລາວຈະເປັນການດີທີ່ສຸດ​ເພື່ອ​ການ​ນຳ​ໃຊ້ຄຳ​ເວົ້າ ແລະ ການ​ສະ​ກົດ​ຄຳ ໃຫ້​ຖືກ​ຕ້ອງ​ຕາມ​ຫລັກ​ການໄວ​ຍາ​ກອນ​ຂອງ​ພາ​ສາ​ລາວ. ພາ​ສາ​ລາວ ສຳ​ລັບ ແລະ ສຳ​ຫລັບ ເຮົາ​ຄວນ​ໃຊ້​ຄຳ​ໃດ? ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page