top of page
Search

ພາ​ສາ​ລາວ​ກັບ​ຄຳ​ວ່າ ບັນ​ຫາ ແລະ ປັນ​ຫາ.

  • Writer: Superphil Phil
    Superphil Phil
  • Jul 12, 2020
  • 1 min read

ອະ​ທິ​ບາຍ​ພາ​ສາ​ລາວ​ກັບ​ຄຳ​ວ່າ ບັນ​ຫາ ແລະ ປັນ​ຫາ.

ຖ້າຫາກ​ຈະ​ເວົ້າ​ເຖິງ​ສິ່ງ​ທີ່​ຕ້ອງ​ໄດ້​ແກ້​ໄຂ​ຕ່າງໆ ແລະ ໃນ​ໂລກ​ນີ້​ຍັງ​ມີ​ຫ​ລາຍ​ໆ​ຢ່າງ​ທີ່​ຕ້ອງ​ໄດ້​ແກ້​ໄຂ, ບໍ່​ວ່າ​ຈະ​ເປັນ​ບັນ​ຫາ​ເລື່ອງ​ລາວ​ຂອງ​ບ້ານ​ເມືອງ, ເລື່ອງ​ຂອງ​ພະ​ຍາດ​ລະ​ບາດ​ໂຄວິດ19 ຫລື ພະ​ຍາດ​ໄຂ້​ເລືອດ​ອອກ, ບັນ​ຫາ​ຂອງ​ພາ​ສາ​ຄຳ​ເວົ້າ​ຕ່າງໆ, ເຊິ່ງ​ໃນ​ນັ້ນ​ຄຳ​ທີ່​ເຮົາ​ຈະ​ເອົາ​ມາ​ອະ​ທິ​ບາຍ​ກັນ​ກໍ​ກ່ຽວ​ຂ້ອງ​ກັບ​ເລື່ອງ​ລາວ​ຕ່າງໆ​ທີ່​ໄດ້​ເວົ້າ​ມາ​ນີ້.

DooDiDo

​ໃນ​ພາ​ສາ​ລາວ​ຄຳ​ວ່າ ບັນ​ຫາ ແລະ ປັນ​ຫາ ອາດ​ຈະ​ສະ​ກົດ​ຄຳ​ແຕກ​ຕ່າງ​ກັນເລັກ​ນ້ອຍ​ລະ​ຫວ່າງ ອັກ​ສອນ​ຕົວ ບ ແລ ອັກ​ສອນ​ຕົວ ປ, ແຕ່​ວ່າເຖິງ​ຈະ​ສະ​ກົດ​ຄຳ​ດັ່ງ​ກ່າວ​ຕ່າງ​ກັນ​ກໍ່​ຕາມ, ຖ້າ​ຈະ​ເວົ້າ​ເຖິງເນື້ອ​ໃນ​ຄວາມໝາຍ​ຂອງ​ທັງ​ສອງ​ຄຳ​ແມ່ນ​ຄ້າຍ​ຄື​ກັນ​ ຫລື ເວົ້າ​ໄດ້​ວ່າ​ເປັນຄວາມ​ໝາຍ​ອັນ​ດຽວ​ກັນເລີຍ​ກໍ​ວ່າ​ໄດ້​, ເພາະ​ທ​ຸກ​ສິ່ງ​ທຸກ​ຢ່າງ​ທີ່​ຕ້ອງ​ການ​ການປືກ​ສາ​ຫາ​ລື​ຫາ​ທາງ​ອອກ ຕ້ອງ​ການການ​ແກ້​ໄຂໃນ​ເລື່ອງ​ນັ້ນໆບໍ່​ວ່າ​ຈະ​ເປັນ​ເລື່ອງ​ໃຫຍ່ ຫລື ນ້ອຍ ​ລ້ວນ​ແລ້ວ​ແຕ່​ສາ​ມາ​ເວົ້າ​ໄດ້​ວ່າ​ເປັນ​ ບັນຫາ ຫລື ປັນ​ຫາ. ຄຳ​ວ່າ ບັນ​ຫາ. ໝາຍ​ເຖິງ​ເລື່ອງ​ທີ່​ຕ້ອງ​ການ​ປືກ​ສາ​ຫາ​ລື​ເພື່ອ​ຫາ​ທາງ​ອອກ, ເລື່ອງ​ທີ່​ຕ້ອງ​ໄດ້​ແກ້​ໄຂ, ເປັນ​ເລື່ອງ​ທີ່​ຕ້ອງ​ປຶກ​ສາ​ຫາ​ສາຍ​ເຫດ​ທີ່​ຕ້ອງ​ໄດ້​ອະ​ທິ​ບາຍ​ສິ່ງ​ທີ່ບ​ໍ່​ຈະ​ແຈ້ງ ຄັກ​ແນ່, ຫົວ​ຂ​ໍ້​ທີ່​ປຶກ​ສາ​ຫາ​ລື​ຕົກ​ລົງກັນ​ໃນ​ກອງ​ປະ​ຊຸມ. ຕົວ​ຢ່າງ: ໃນ​ກອງ​ປະ​ຊຸມ​ມື້​ນີ້, ເຮົາ​ຈະ​ມາ​ເວົ້າ​ເຖິງ​ບັນ​ຫາ​ກ່ຽວ​ກັບ​ມົນ​ລະ​ຜິດ​ສິ່ງ​ແວດ​ລ້ອມ. ບັນ​ຫາຂອງແຮງ​ງານ​ຢູ່​ບ້ານ​ເຮົາ​​ກຳ​ລັງພົບ​ຢູ່​ນີ້​ກໍ່​ຄົງ​ຈະ​ແມ່ນ​ບັນ​ຫາ​ປາກ​ທ້ອງ​ເປັນ​ບັນ​ຫາ​ໃຫຍ່. ບັນ​ຫາ ແລະ ປັນ​ຫາ ມີ​ຄວາມ​ໝາ​ຍ​ຄື​ກັນ​ຕ່າງ​ກັນ​ແນວ​ໃດ?

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

コメント


© 2023 by NOMAD ON THE ROAD. Proudly created with Wix.com

bottom of page