ພາສາລາວ ອະທິບາຍຄວາມໝາຍຂອງຄຳວ່າ ຕື່ມ ແລະ ເຕີມ.
- Superphil Phil
- Jun 27, 2020
- 1 min read
ພາສາລາວ ອະທິບາຍຄວາມໝາຍຂອງຄຳວ່າ ຕື່ມ ແລະ ເຕີມ. ໃນບົດນີ້ເຮົາຈະຂໍຍົກເອົາສອງຄຳທີ່ຄ້າຍຄືກັນອີກມາເພື່ອອະທິບາຍ ແລະ ລົມກັນເພື່ອຈະໄດ້ເຂົ້າໃຈພາສາລາວແຕ່ລະຄຳໃຫ້ດີຂື້ນພ້ອມທັງນຳໃຊ້ໃຫ້ຖືກຕ້ອງໃສພາສາລາວ, ສອງຄຳນັ້ນກໍ່ຄື ຕື່ມ ແລະເຕີມ ເຊິ່ງຂ້າພະເຈົ້າຕ້ອງໄດ້ຂໍຂອບໃຈ ເພຈ ປ່ອງຢ້ຽມພາສາລາວ ທີ່ເປັນເພຈ ທີ່ຂ້າພະເຈົ້າຕິດຕາມມາຕະຫລອດ ແລະ ສອງຄຳນີ້ກໍ່ເຊັ່ນດຽວກັນ ໄດ້ນຳເອົາມາຈາກເພຈ ປ່ອງຢ້ຽມພາສາລາວ ມາໃຫ້ບັນໄດ້ທ່ານໄດ້ຮູ້ລະອຽດນຳກັນ. ຍ້ອນສອງຄຳນີ້ມີຄວາມໝາຍອັນດຽວກັນ ຈຶ່ງມີຄົນສົງໄສວ່າ ອັນໃດຖືກ-ອັນໃດຜິດ, ອັນໃດເໝາະສົມ-ອັນໃດບໍ່ເໝາະສົມ, ອັນໃດທາງການ-ອັນໃດເວົ້າ ແລະ ຈະນຳໃຊ້ແບບໃດເພື່ອໃຫ້ຖືກຕ້ອງຕາມຫລັກການໃນພາສາລາວ, ເຊິ່ງວ່າຄຳວ່າ ຕື່ມ ແລະ ເຕີມ ຖ້າຈະເວົ້າເຖິງຄວາມໝາຍຂອງມັນນັ້ນແມ່ນມີຄວາມໝາຍດຽວກັນຄືໝາຍເຖິງ “ແຖມ, ເຮັດໃຫ້ຫຼາຍຂຶ້ນ, ເພີ່ມເຂົ້າ, ເອົາໃຫ້ອີກ, ເສີມໃສ່…
ຄວາມຈິງຄຳສອງຄຳນີ້ມີບໍລິບົດທີ່ແຕກຕ່າງເຊັ່ນ:
ໄດ້ຂໍ້ມູນເພີ່ມເຕີມຈາກ…..
ຊອກຫາຂໍ້ມູນເພີ່ມຕື່ມໄດ້ທີ່….
ເຕີມຮັກທີ່ຂາດຫາຍ ເຕີມໃຈທີ່ຂາດຮັກ
ເຕີມຮັກເຕີມໃຈ (ຖ້າວ່າຕື່ມໃຈ ຈະໝາຍເຖິງເຮັດໃຫ້ມີຫຼາຍໃຈ)
ເພີ່ມເຕີມເສີມໃສ່
ໃສ່ອີກຕື່ມ, ເອົາຕື່ມ, ກິນຕື່ມ
ຕື່ມໃສ່ບ່ອນວ່າງ
ບັດຕື່ມເງິນ
ຂ້ອຍຊິແວ່ເຕີມນໍ້າມັນລົດ ເງິນບໍ່ພໍຂໍຕື່ມແດ່
ຕື່ມໃສ່ຜູ້ລະເລັກລະໜ້ອຍ ເພື່ອໃຫ້ເຕີມເຕັມ
ນໍ້າແກງໜ້ອຍ ເອົານໍ້າໃສ່ຕື່ມ
ເມື່ອກີ້ຂ້ອຍເຫັນນໍ້າແກງໜ້ອຍ ຈຶ່ງເຕີມນໍ້າໃສ່ອີກຕື່ມ
ສຳລັບບໍລິບົດຂອງກອນສາມາດທົດແທນກັນໄດ້ເຊັ່ນ -ເຕີມຕື່ມນໍ້າ…ນົວເພີ່ມພໍດີ
ຄັນວ່າເຮົາເຕີມເຕັມ ຕື່ມໃຈຈອງໄວ້
ພຽງແຕ່ເຕີມເຕັມໃຫ້ ຫົວໃຈເຕັມຕື່ມ ……..
ການນຳໃຊ້ ຕື່ມ ແລະ ເຕີມ ແລະ ຄວາມໝາຍໃນພສາລາວ ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments