top of page
Search

ພະລັງງານ ແລະບໍ່ແຮ່ ປະກອບສ່ວນພັນທະຕໍ່ງົບປະມານ 15.566 ຕື້ກວ່າກີບ

  • Writer: Superphil Phil
    Superphil Phil
  • Mar 18, 2020
  • 1 min read

ກອງ​ປະ­ຊຸມ​ເປີດ​ກວ້າງ ສະ­ຫຼຸບ​ຕີ​ລາ­ຄາ ຖອດ​ຖອນ​ບົດ­ຮຽນ ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ວຽກ​ພັດ­ທະ­ນາ​ພະ­ລັງ­ງານ ແລະ ບໍ່​ແຮ່ 5 ປີ ຄັ້ງ​ທີ VIII(2016-2020) ແລະ ຄາດ​ຄະ­ເນ​ແຜນ​ພະ­ລັງ­ງານ ແລະ ບໍ່​ແຮ່ 5 ປີ ຄັ້ງ​ທີ IX (2021-2025)

ກອງ​ປະ­ຊຸມ​ຄັ້ງ​ນີ້ ໄດ້​ສຸມ​ໃສ່​ຄົ້ນ­ຄວ້າ ປະ­ກອບ​ຄຳ​ເຫັນ ແລະ ປຶກ­ສາ​ຫາ­ລື​ເນື້ອ​ໃນ​ວຽກ​ງານ​ສຳ­ຄັນ ເຊັ່ນ:

ສະ­ຫຼຸບ​ສະ­ພາບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ວຽກ​ງານ ພບ 5 ປີ ຄັ້ງ​ທີ VIII (2016-2020) ແລະ ຄາດ​ຄະ­ເນ​ແຜນ​ພັດ­ທະ­ນາ​ວຽກ​ງານ ພບ 5 ປີ​ຄັ້ງ​ທີ IX (2020-2025) ສະ­ພາບ​ການ​ລົງ­ທຶນ​ຂອງ​ພາກ​ລັດ ແລະ ພາກ​ເອ­ກະ​ຊົນ​ໃນ​ຂະ­ແໜງ ພບ ແລະ ສິ່ງ​ທ້າ​ທາຍ​ໃນ​ຕະ­ຫຼາດ​ສົ່ງ​ອອກ​ພະ­ລັງ­ງານ​ຂອງ ສປປ ລາວ

ປະ­ກອບ​ຄຳ​ເຫັນ​ໃສ່​ການ​ປັບ­ປຸງ​ໂຄງ​ສ້າງ​ລາ­ຄາ​ໄຟ­ຟ້າ​ໃນ​ໄລ­ຍະ​ໃໝ່ ກຳ­ນົດ​ແຜນ​ພັດ­ທະ­ນາ​ວຽກ​ງານ ພບ ແບບ​ເຊື່ອມ​ສານ ກຳ­ນົດ​ແຜນ​ພະ­ລັງ­ງານ ປຶກ­ສາ​ຫາ­ລື​ກ່ຽວ​ກັບ​ຫົວ­ໜ່ວຍ​ລາ­ຄາ​ກາງ​ການ​ກໍ່­ສ້າງ​ລະ­ບົບ​ສາຍ​ສົ່ງ​ຕາ​ຂ່າຍ ແລະ ໝໍ້​ແປງ ສິ່ງ​ທ້າ​ທາຍ​ໃນ​ການ​ພັດ­ທະ­ນາ​ພະ­ລັງ­ງານ​ທົດ​ແທນ ການ​ກວດ​ສອບ ແລະ ກວດ­ກາ​ຄວາມ​ປອດ​ໄພ​ຂອງ​ເຂື່ອນ​ໄຟ­ຟ້າ​ໃນ​ໄລ­ຍະ​ຜ່ານ​ມາ.

ທ່ານ ຄຳ​ມະ­ນີ ອິນ​ທະ​ລາດ ກ່າວ​ວ່າ: ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ວຽກ​ງານ 5 ປີ­ຜ່ານ­ມາ ໄດ້​ຮັບ​ຜົນ­ສຳ­ເລັດ ແລະ ມີ​ບາດ­ກ້າວ​ຂະ­ຫຍາຍ­ຕົວ​ຢ່າງ​ແຂງ­ແຮງ ສະ­ແດງ​ອອກ​ສາ­ມາດ​ບັນ­ລຸ​ຄາດ­ໝາຍ​ທີ່​ວາງ​ໄວ້ ປັດ­ຈຸ­ບັນ​ທົ່ວ​ປະ­ເທດ​ມີ​ແຫຼ່ງ​ຜະ­ລິດ​ໄຟ­ຟ້າ 78 ແຫ່ງ ກຳ­ລັງ​ຕິດ​ຕັ້ງ 9.972 ເມ​ກາ​ວັດ ຜະ­ລິດ​ພະ­ລັງ­ງານ​ໄຟ­ຟ້າ​ໄດ້ 52.211 ລ້ານ​ກິ​ໂລ​ວັດ​ໂມງ​ຕໍ່​ປີ

ນອກ​ນີ້ ຍັງ​ມີ​ໂຄງ­ການ​ໄຟ­ຟ້າ​ຖ່ານ​ຫີນ 1 ໂຄງ­ການ ພະ­ລັງ­ງານ​ໄຟ­ຟ້າ​ຊີ­ວະ​ມວນ 4 ແຫ່ງ ໂຄງ­ການ​ໄຟ­ຟ້າ​ແສງ​ຕາ­ເວັນ 5 ແຫ່ງ ໂຄງ­ການ​ພະ­ລັງ­ງານ​ລົມ 4 ແຫ່ງ ການ​ພັດ­ທະ­ນາ​ລະ­ບົບ​ສາຍ​ສົ່ງ​ກໍ​ດຳ­ເນີນ​ໄປ​ຢ່າງ​ແຂງ­ແຮງ ທົ່ວ​ປະ­ເທດ​ມີ​ລະ­ບົບ​ສາຍ​ສົ່ງ​ແຮງ​ສູງ ກາງ ແລະ ຕ່ຳ ຍາວ 65.563 ກວ່າ​ກິ­ໂລ­ແມັດ ແລະ ສະ­ຖາ­ນີ​ຈ່າຍ​ໄຟ­ຟ້າ 71 ແຫ່ງ ສົ່ງ​ອອກ​ຕ່າງ­ປະ­ເທດ 6.457 ເມ​ກາ​ວັດ

ໃນ​ນີ້ ປະ­ເທດ​ໄທ 5.620 ເມ​ກາ​ວັດ ແລະ ຄາດ​ວ່າ​ຈະ​ສົ່ງ​ອອກ​ຕື່ມ​ອີກ 2 ໂຄງ ການ​ໃນ​ປີ​ນີ້ ຄື:

ໂຄງ­ການ​ນ້ຳ​ເທີນ1 (520 ເມ​ກາ​ວັດ) ແລະ ໂຄງ­ການ​ນ້ຳ​ງື່ມ3 (480 ເມ​ກາ​ວັດ) ນອກ​ນີ້ ຍັງ​ຈະ​ສືບ­ຕໍ່​ເຈລະ­ຈາ​ຊື້-ຂາຍ​ໄຟ­ຟ້າ​ແບບ​ລັດ­ຖະ­ບານ​ຕໍ່​ລັດ­ຖະ­ບານ ແຕ່​ປີ 2020-2030 ໃຫ້​ໄດ້​ຄົບ 9.000 ເມ​ກາ​ວັດ ຂາຍ​ໃຫ້​ປະ­ເທດ​ຫວຽດ­ນາມ 570 ເມ​ກາ​ວັດ ປະ­ກອບ​ມີ​ໂຄງ­ການ​ເຂື່ອນ​ໄຟ­ຟ້າ​ເຊ​ຂະ​ໝານ1 ແລະ ເຊ​ຂະ​ໝານ3 ແລະ ວັນ​ທີ 4 ມັງ­ກອນ ຜ່ານ​ມາ ກໍ​ໄດ້​ລົງ​ນາມ​ສັນ­ຍາ​ຊື້-ຂາຍ​ຕື່ມ​ອີກ 5 ໂຄງ­ການ ຄື:

ນ້ຳ​ກົງ2 ນ້ຳ​ກົງ3 ນ້ຳ​ອີ​ມູນ ນ້ຳ​ຊັນ 3A ແລະ 3B ກຳ­ລັງ​ຕິດ​ຕັ້ງ 363 ເມ​ກາ​ວັດ ໂດຍ​ແຜນ­ການ​ຊື້-ຂາຍ​ພະ­ລັງ­ງານ​ໄຟ­ຟ້າ​ກັບ​ຫວຽດ­ນາມ​ຮອດ​ປີ 2020 ໃຫ້​ໄດ້ 1.000 ເມ​ກາ​ວັດ ປີ 2025 ໃຫ້​ໄດ້ 3.000 ເມ​ກາ​ວັດ ປີ 2030 ໃຫ້​ໄດ້ 5.000 ເມ​ກາ​ວັດ ຂາຍ​ໃຫ້​ປະ­ເທດ​ມຽນ​ມາ ຜ່ານ​ສາຍ​ສົ່ງ 22 kv ຈຳ­ນວນ 10 ເມ​ກາ​ວັດ ປີ 2020 ຈະ​ສົ່ງ​ເພີ່ມ​ອີກ 20 ເມ​ກາ​ວັດ ປີ 2023 ໃຫ້​ໄດ້ 100 ເມ​ກາ​ວັດ ແລະ ຮອດ​ປີ 2025 ໃຫ້​ໄດ້ 300 ເມ​ກາ​ວັດ

ສປປ ລາວ ປະ­ເທດ​ທຳ​ອິດ​ທີ່​ໄດ້​ຂາຍ​ໄຟ­ຟ້າ​ແບບ​ເຊື່ອມ​ໂຍງ​ໃນ​ກຸ່ມ​ປະ­ເທດ​ອາ​ຊຽນ ຫຼື ການ​ເຊື່ອມ​ໂຍງ​ກັບ​ພາກ​ພື້ນ ໃນ​ນີ້ ໄດ້​ສົ່ງ​ອອກ​ໄປ​ປະ­ເທດ​ມາ​ເລ​ເຊຍ​ແລ້ວ 100 ເມ​ກາ​ວັດ ໂດຍ​ຜ່ານ​ປະ­ເທດ​ໄທ ແລະ ປີ​ນີ້​ຈະ​ສົ່ງ​ໃຫ້​ໄດ້ 300 ເມ​ກາ​ວັດ ພ້ອມ​ນີ້​ກໍ​ສືບ­ຕໍ່​ເຈລະ­ຈາ​ຊື້-ຂາຍ ແລະ ເຊື່ອມ​ໂຍງ​ໄປ​ຮອດ​ປະ­ເທດ​ສິງ­ກະ­ໂປ.

ເວົ້າ​ລວມ​ແລ້ວ​ການ​ພັດ­ທະ­ນາ​ວຽກ​ງານ ພບ ໃນ​ໄລ­ຍະ​ຜ່ານ​ມາ ສາ­ມາດ​ເຮັດ​ໄດ້​ຖືກ­ຕ້ອງ​ຕາມ​ທິດ​ທາງ ແຜນ​ນະ­ໂຍ­ບາຍ​ປ່ຽນ­ແປງ​ໃໝ່​ຂອງ​ພັກ ແລະ ກົດ­ໝາຍ​ຂອງ​ລັດ 5 ປີ­ຜ່ານ­ມາ ຂະ­ແໜງ ພບ ໄດ້​ປະ­ກອບ­ສ່ວນ​ພັນ­ທະ​ຕໍ່​ງົບ­ປະ­ມານ​ລັດ­ຖະ­ບານ 1.754 ລ້ານ​ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 15.566,43 ຕື້​ກີບ

ໃນ​ນີ້ ຈາກ​ຂະ­ແໜງ­ການ​ພະ­ລັງ­ງານ 1.020 ລ້ານ​ໂດ​ລາ​ສະ­ຫະ­ລັດ ແລະ ຈາກ​ຂະ­ແໜງ­ການ​ບໍ່​ແຮ່ 734 ລ້ານ​ໂດ​ລາ​ສະ­ຫະ­ລັດ ເຊິ່ງ​ໄດ້​ປະ­ກອບ­ສ່ວນ​ຕໍ່​ລວມ​ຍອດ​ຜະ­ລິດ​ຕະ​ພັນ​ພາຍ​ໃນ ປະ­ມານ 16% ແລະ ກາຍ­ເປັນ​ຜູ້​ເຮັດ​ພາ­ລະ​ບົດ­ບາດ​ສຳ­ຄັນ​ທີ່​ສຸດ​ຂະ­ແໜງ­ການ​ໜຶ່ງ ​ໃນ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ແຫ່ງ​ຊາດ.

ຕິດຕາມ​ການ​ເຄືອນ​ໄຫວ​ເຫດ​ການເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page