top of page
Search

ພະພຸດທະຮູບສູງ 100 ແມັດຈະຖືກສ້າງຂື້ນ ຢູ່ເຂດເສດຖະກິດພິເສດ ບຶງທາດຫລວງ.

  • Writer: Superphil Phil
    Superphil Phil
  • Aug 30, 2020
  • 1 min read

ພະພຸດທະຮູບສູງ 100 ແມັດຈະຖືກສ້າງຂື້ນ ຢູ່ເຂດເສດຖະກິດພິເສດ ບຶງທາດຫລວງ. ອີງຕາມລາຍງານຂອງສຳນັກຂ່າວສານປະເທດລາວໃຫ້ຮູ້ວ່າ ຜູ້ພັດທະນາໂຄງການເຂດເສດຖະກິດພິເສດ ບຶງທາດຫລວງ ມີແຜນຈະສ້າງຮູບປັ້ນພະພຸດທະຮູບໃຫຍ່, ເຊິ່ງມີຄວາມສູງປະມານ 100 ແມັດ ຢູ່ເຂດເສດຖະກິດພິເສດບຶງທາດຫລວງ ທີ່ຕັ້ງຢູ່ຈຸດໃຈກາງນະຄອນ ຫລວງວຽງຈັນ. ເພື່ອເປັນການດຶງດູງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ອງທ່ຽວສະຖານທີ່ດັ່ງກ່າວ ໃຫ້ນັບມື້ຫລາຍຂຶ້ນ. ອີງຕາມຂໍ້ມູນຈາກຜູ້ພັດທະນາໂຄງການລະບຸວ່າ: ຈຸດປະສົງໃນການສ້າງພະພຸດທະຮູບດັ່ງກ່າວ ກໍເນື່ອງຈາກວ່າ ພະພຸດທະຮູບເປັນທີ່ນັບຖື/ເຊື່ອຖື ຂອງຊາວສາສະໜາພຸດທັງຫລາຍ ນັບທັງ ສປປ ລາວ ແລະ ບັນດາປະເທດອ້ອມຂ້າງ ເຊັ່ນ: ໄທ, ກຳປູເຈຍ, ມຽນມາ ແລະ ຫວຽດນາມ ກໍຄືທົ່ວໂລກ.

ree
ພາບ: ສິງຄຳ

ພາຍຫລັງສ້າງສຳເລັດແລ້ວ ຈະສາມາດດຶງດູດຜູ້ທີ່ນັບຖືສາສະໜາພຸດ ກໍຄື ນັກທ່ອງທ່ຽວຈາກປະເທດອ້ອມຂ້າງ ແລະ ຈາກທົ່ວທຸກມູມໂລກ ເຂົ້າມາກາບໄຫວ້ບູຊາ ເປັນຈຳນວນຫລວງຫລາຍໃນແຕ່ລະປີ, ເຊິ່ງເປັນການດຶງດູດນັກທ່ອງທ່ຽວ ໃຫ້ເຂົ້າມາທ່ຽວ ສປປ ລາວ ໃຫ້ນັບມື້ນັບຫລາຍຂຶ້ນ ເຊິ່ງຈະສ້າງລາຍຮັບໃຫ້ກັບປະເທດ ແລະ ປະຊາຊົນລາວ ເປັນຈຳນວນຫລວງຫລາຍ. ການພັດທະນາເຂດເສດຖະກິດພິເສດບຶງທາດຫລວງ ກວມເອົາເນື້ອທີ່ທັງໝົດ 365 ເຮັກຕາ, ໂດຍມີອາຍຸສຳປະທານ 99 ປີ, ເຊິ່ງຈະພັດທະນາໃຫ້ກາຍເປັນຕົວເມືອງໃໝ່ທັນສະໄໝ ດ້ວຍງົບປະ ມານເຖິງ 5 ຕື້ໂດລາສະຫະລັດ, ໃນນັ້ນປະກອບ ມີ: ອາຄານຫ້ອງການ, ຮ້ານຊັບພະສິນຄ້າ, ໂຮງ ແຮມ, ສະຖານທີ່ບັນເທີງ, ທີ່ພັກອາໃສ, ໂຮງໝໍ, ໂຮງຮຽນ, ວັດວາອາຮາມ, ສະຖາບັນການເງິນ ແລະ ອື່ນໆ ຕາມອົງປະກອບຂອງຕົວເມືອງໃໝ່ສາກົນທັນສະໃໝ ທີ່ກົມກືນກັບວັດທະນະທຳທ້ອງຖິ່ນ. ຈະສ້າງພະພຸດທະຮູບຂະໜາດໃຫຍ່ຢູ່ເຂດເສດຖະກິດບຶງທາດຫລວງ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido.

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page