top of page
Search

ພະທາດໂຜ່ນ ອົງພະທາດສັກສິດແຫ່ງໄຊພູທອງ

  • Writer: Superphil Phil
    Superphil Phil
  • Mar 26, 2020
  • 1 min read

ປະຫວັດຄວາມ​ເປັນ​ມາ​ຂອງ ພະທາດໂຜ່ນ ອົງພະທາດສັກສິດ ແຫ່ງໄຊພູທອງ

ຫາກ​ໃຜ​ໄດ້​ໄປ​ທາງ ເມືອງໄຊພູທອງ, ​ແຂວງ​ສະ​ຫວັນ​ນະ​ເຂດ, ຢາກ​ໃຫ້​ທ່ານ​ລອງ​ໄປ​ທ່ຽວ​ຊົມ​ເບິງ​ທາດ​ທີ່​ມີ​ຄວາມ​ສວາຍ​ງາມ ແລະ ປະ​ຫວັດ​ຄວາມ​ເປັນ​ມາ​ທີ່​ເກົ່າ​ແກ່ ແລະ ຍາວ​ນານ, ເຊິງທາດໂຜ່ນ ແມ່ນທາດໜຶ່ງ ທີ່ມີຄວາມສັກສິດ ແລະ ເປັນທີ່ເພິ່ງຂອງສາທະລະນະຊົນທັງຫລາຍ ທາດນີ້ຕັ້ງຢູ່ ບ້ານທາດໂຜ່ນ, ເມືອງໄຊພູທອງ ແຂວງ ສະຫວັນນະເຂດ ແລະ ມີຕໍານານ ຈາກການເລົ່າຂານກັນມາ;

ກາລະຄັ້ງໜຶ່ງ ພຣະສັມມາສັມພຸດທະເຈົ້າ ໄດ້ສະເດັດມາ ຈາກເມືອງຫລ້ານໍ້າ ພຣະອົງ ນັ້ນຊື່ວ່າ: ເວສາລີ; ໄດ້ມາສະແດງ ທັມມະໂຜດມະນຸດທັງຫລາຍ ຢູ່ທີ່ໂພນຊ້າງສານ ເຖິງ 7 ຄືນ, ມີເທວະດາ, ມະນຸດ, ອະມະນຸດ ຟັງທັມມະເທດສະໜາ ເປັນຈໍານວນຫຼວງຫລາຍ.

ຮູບພາບ ແລະ ຂໍ້ມູນ ໂດຍ : Anousone Manisouk ເກັບກໍາຂໍ້ມູນໂດຍ :ລາວ Temple


ເມື່ອເຖິງ 7 ວັນແລ້ວ ພຣະອົງ ກໍ່ປວດທວານໜັກ ພໍພຣະອົງນຶກພຽງເທົ່ານັ້ນ ກໍ່ມີພະຍານາກ ທີ່ຢູ່ໃນຖໍ້າ ຂຶ້ນມາເນລະມິດ ສ້າງເວຈາກິດຕິ (ທາຕຸ) ໃຫ້ພຣະອົງ ແລ້ວພຣະອົງ ກໍ່ສົ່ງທວານໜັກທີ່ນັ້ນ ເພື່ອເປັນບ່ອນ ຫລືສະຖານທີຂາບໄຫວບູຊາ ໃຫ້ຣະນຶກເຖິງການມາເຖິງດິນແດນແຫ່ງນີ້ຂອງພຣະອົງໄວ້ໃນພາຍພາກໜ້າ, ເມື່ອສໍາເຣັດດພຸດທະກິດແລ້ວ ກໍສະເດັດຈາກຈາກໄປ.

ຮູບພາບ ແລະ ຂໍ້ມູນ ໂດຍ : Anousone Manisouk ເກັບກໍາຂໍ້ມູນໂດຍ :ລາວ Temple


ສະນັ້ນ ຄົນທັງຫລາຍຈຶ່ງເອີ້ນ ພຣະທາດອົງນີ້ວ່າ: “ ທາດໂຜ່ນ ” ຕໍ່ມາຫລາຍປີຈົນຮອດ ສະໄໝລ້ານຊ້າງຊຽງທອງ ສະເຫວີ+ຍຣາຊະສົມບັດ ໂດຍສົມເດັດພຣະເຈົ້າ ພຸດທະວົງສາ ໄດ້ມີສັດທາ ພ້ອມໄພ່ຟ້າຂ້າແຜນດິນກໍ່ໄດ້ສ້າງ ພຣະໂຜ່ນອົງນີ້ຂຶ້ນ ເພື່ອໄວ້ເປັນທີ່ບູຊາ, ພຣະທາດໂຜ່ນນີ້ ໄດ້ມີລູກທາດ ອ້ອມຢູ່ຖານລຸ່ມ ມີ 7 ໜ່ວຍ, ສ້າງເມື່ອເດືອນ 12 ວັນພຸດ ພສ 235.

ຮູບພາບ ແລະ ຂໍ້ມູນ ໂດຍ : Anousone Manisouk ເກັບກໍາຂໍ້ມູນໂດຍ :ລາວ Temple


ຕໍ່ມາສະໄໝພຣະຍາຊຽງດົງ-ຊຽງທອງ, ໄດ້ຖະຫວາຍດິນເປັນທັມມະທານ ເພື່ອເປັນເຂດແດນ ຂອງພຣະທາດໂຜ່ນແລ້ວ ໄດ້ຢາດນໍ້າໝາຍທານຕັ້ງອະທິຖານໄວ້ວ່າ: ຖ້າຜູ້ໃດຕັ້ງຖິ່ນຖານ ສ້າງເຮືອນ, ສ້າງໄຮ ທໍານາໃນຂອບເຂດດິນ ຂອງພຣະທາຕຸໂຜ່ນແຫ່ງນີ້ຕ້ອງໄດ້ບູຣະນະ ຣິຈນາ ຮັກສາ ປະຕິບັດເຄົາຣົບຂາບໄຫວ້ ຕາມລະດູການ ບໍ່ໃຫ້ຂາດທຸກໆປີ.

ຮູບພາບ ແລະ ຂໍ້ມູນ ໂດຍ : Anousone Manisouk ເກັບກໍາຂໍ້ມູນໂດຍ :ລາວ Temple

ຕິດຕາມ​ການ​ເຄືອນ​ໄຫວ​ເຫດ​ການເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

留言


© 2023 by NOMAD ON THE ROAD. Proudly created with Wix.com

bottom of page