top of page
Search

ພະທາດສາມປາງສັນຍາລັກຄວາມຮຸ່ງເຮືອງອະລິຍະທຳຂອມເຂດລາວໃຕ້

  • Writer: Superphil Phil
    Superphil Phil
  • Mar 18, 2020
  • 1 min read

ພະທາດສາມປາງ ເປັນສະຖາປັດຕະຍະກຳຫີນແບບຂອມບູຮານ ໃນທຸກໆປີມື້ຂຶ້ນ 15 ຄໍ່າເດືອນ 2 (ເດືອນຍີ່) ບັນດາຊາວບ້ານ, ຊາວເມືອງຈະມີການຈັດພິທີສະເຫຼີມສະຫຼອງພະທາດແຫ່ງນີ້ ເຊິ່ງຖືເປັນປະເພນີທີ່ໄດ້ສືບທອດກັນມາ. ພະທາດສາມປາງຕັ້ງຢູ່ເຂດ 4 ໂນນຍາງ ເມືອງສຸຂຸມາ ແຂວງຈຳປາສັກ ຫ່າງຈາກຕົວເມືອງສຸຂຸມາ ໄປທາງຕາເວັນຕົກສຽງເໜືອປະມານ 13 ກິໂລແມັດ ແລະ ຫ່າງຈາກເມືອງປາກເຊໄປທາງຕາເວັນຕົກສຽງໃຕ້ປະມານ 72 ກິໂລແມັດ. ສະຖານທີ່ແຫ່ງນີ້ ຕັ້ງຢູ່ທົ່ງຮາບຫ້ວຍຂະໜວນ ເຊິ່ງເປັນສາຂາໜຶ່ງຂອງແມ່ນໍ້າຂອງ; ໃນອະດີດ ຫ້ວຍນີ້ມີນໍ້າໄຫຼຕະຫຼອດຄົນບູຮານໄດ້ໃຊ້ເປັນທາງຂົນສົ່ງ ແລະ ໄປມາຫາສູ່ກັນ. ນອກຈາກນີ້ຍັງມີເສັ້ນທາງບູຮານທີ່ໄດ້ເນັ່ງຈາກວັດພູໄປທາງໃຕ້ຈົນເຖິງຊາຍແດນກຳປູເຈຍ.

ພາບ: laosjourney.com


ປັດຈຸບັນນີ້ ຍັງໄດ້ພົບເຫັນຮ່ອງຮອຍໂດຍສະເພາະແມ່ນເຂດທີ່ປະຊາຊົນທຳມາຫາກິນ ບໍ່ວ່າຈະເປັນການເຮັດໄຮ່, ເຮັດນາ, ປຸກເຮືອນໃສ່ ແຕ່ກໍ່ຍັງສາມາດສັນນິຖານໄດ້ວ່າ: ແມ່ນເສັ້ນທາງບູຮານ. ພະທາດສາມປາງ ເປັນຜາສາດຫີນສາມຍອດ ທີ່ເຄີຍຮຸ່ງເຮືອງ ແລະ ໄດ້ຫຼົ້ມສະຫຼາຍ ແຫ່ງອະຣິຍະທຳຂອມ, ເຊິ່ງຊາວຂອມບູຮານນັ້ນ ເດີມເປັນຊາດນິຍົມສາສະໜາຮິນດູ ແລະ ໄດ້ແຜ່ສາສະໜານີ້ໄປດ້ວຍຮູບແບບຕ່າງໆ ບໍ່ວ່າຈະເປັນຫຼັກການປົກຄອງ, ຄະຕິຄວາມເຊື່ອ ແລະ ວິຖີການດຳລົງຊີບ. ດ້ວຍເຫດຫຼັກປັດໄຈນີ້ ພະທາດສາມປາງອາດຈະເປັນເທວະສະຖານ, ເປັນຕົວແທນ ຫຼື ໝາຍເຖິງ ພະຊີວະ,ພະວິສະນຸ ແລະ ພະພົມ ກໍເປັນໄດ້.

ພາບ: laosjourney.com


ຕາມການບອກເລົ່າຂອງເຖົ້າແກ່ແນວໂຮມບ້ານໃນເຂດນັ້ນໃຫ້ຮູ້ວ່າ: ພະທາດສາມປາງເປັນພະ ທາດທີ່ກໍ່ສ້າງຂຶ້ນມາໃນໄລຍະສະຕະວັດທີ 12 ເຊິ່ງສ້າງບໍ່ສໍາເລັດ ໂດຍຕັ້ງລຽງກັນເທິງແທ່ນ ສັນນິຖານວ່າ: ສຸພາທາເປັນຜູ້ສ້າງຂຶ້ນ. ຜູ້ຊ່ຽວຊານທາງບູຮານນະຄະດີໄດ້ສັນນິຖານວ່າ: ສຸພາທາ ອາດແມ່ນບຸກຄົນດຽວກັນກັບ ທິວາກາຮາປັນດິຕາ ເຊິ່ງເປັນທີ່ປຶກສາຂອງເຈົ້າຊີວິດ. ຫີນສີລາຈາລຶກຢູ່ຕໍ່ໜ້າຫໍທີ່ມີໜັງສືຂຽນໄວ້ທັງ 4 ດ້ານ ສັນນິຖານວ່າ ມານດາຂອງພະອົງເປັນຄົນງາມ ແລະ ເປັນຜູ້ເກັ່ງທາງດ້ານອັກສອນສາດກໍຄືທາງດ້ານກາບກອນ. ຫີນສີລາຈາລຶກໄດ້ບັນທຶກເຫດການດັ່ງກ່າວນັ້ນໄວ້ ເຊິ່ງເປັນຂໍ້ມູນທີ່ສຳຄັນສຳລັບນັກຊ່ຽວຊານທາງດ້ານໜັງສືຈາລຶກຫີນສີລາ ເຊິ່ງພົວພັນເຖິງປະຫວັດສາດຂະແມ ຫຼື ກຳປູເຈຍໃນປັດຈຸບັນ.

ພາບ: laosjourney.com


ເຖິງຢ່າງໃດກໍ່ຕາມສະຖານທີ່ແຫ່ງນີ້ຍັງເປັນປິດສະໜາ ເຊິ່ງຫາຄຳຕອບຍັງບໍ່ໄດ້ວ່າໃຜເປັນຜູ້ສ້າງກັນແທ້ ແລະ ເພື່ອຈຸດປະສົງຫຍັງ ເພາະເປັນພຽງການບອກເລົ່າກັນມາປາກຕໍ່ປາກທີ່ຜູ້ເຖົ້າຜູ້ແກ່ທີ່ອາໄສຢູ່ບໍລິເວນນັ້ນເລົ່າໃຫ້ຟັງ, ບາງຄົນກໍ່ວ່າ: ທາດສາມປາງແມ່ນສະຖານທີ່ບູຮານທີ່ພວກຂອມສ້າງຂຶ້ນໂດຍການນຳພາຂອງສາມອ້າຍນ້ອງຜູ້ທີ 1 ຊື່ວ່າ: ກຳມະລໍ, ຜູ້ທີ 2 ຊື່ວ່າ: ກຳມະລິເກຍ ແລະ ຜູ້ທີ 3 ຊື່ວ່າ: ກຳມະລິເມຍ ແຕ່ກໍ່ຍັງຫາສາເຫດມາສະຫຼຸບບໍ່ໄດ້ເທື່ອເຖິງປະຫວັດຄວາມເປັນມາຢ່າງແທ້ຈິງ.

ພາບ: laosjourney.com


ປັດຈຸບັນ ພະທາດສາມປາງແຫ່ງນີ້ນອກຈາກ ຈະກາຍເປັນແຫຼ່ງທ່ອງທ່ຽວແລ້ວຍັງເປັນສະຖານທີ່ໃຫ້ຜູ້ຄົນລຸ້ນຫຼັງໄດ້ສຶກສາຮຽນຮູ້ເຖິງປະຫວັດຄວາມເປັນມາ, ຜູ້ທີ່ໃຝ່ຫາຄວາມຮູ້ໄດ້ເກັບກຳຂໍ້ມູນບໍ່ວ່າຈະເປັນດ້ານວັດທະນະທໍາ, ດ້ານສິລະປະກໍາ ແລະ ອື່ນໆອີກຫຼາຍຢ່າງ ເພື່ອປົກປັກຮັກສາສິ່ງທີ່ມີຄ່ານີ້ໄວ້ ແລະຊ່ວຍກັນເຜີຍແຜ່ໃຫ້ນັກທ່ອງທ່ຽວ ໄດ້ຮູ້ວ່າປະເທດລາວກໍ່ມີສະຖານທີ່ທີ່ເກົ່າແກ່ ແລະ ມີປະຫວັດຄວາມເປັນມາທີ່ໜ້າສົນໃຈ.

ພາບ: laosjourney.com


ພະທາດ 3 ປາງຍັງບໍ່ສະດວກຕໍ່ການເຂົ້າເຖິງພໍເທົ່າໃດ ແຕ່ກໍສາມມາດໄປສຶກສາ ຫຼື ທ່ຽວຊົມໄດ້ ໂດຍສະເພາະໃນລະດູແລ້ງ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

コメント


© 2023 by NOMAD ON THE ROAD. Proudly created with Wix.com

bottom of page