top of page
Search

ພະທາດສີໂຄດຕະບອງ ທີ່ຕ້ອງ​ໄດ້ໄປຖ້າ​ມາ​ຮອດແຂວງຄຳມ່ວນ

  • Writer: Superphil Phil
    Superphil Phil
  • Mar 18, 2020
  • 1 min read

ພະທາດສີໂຄດຕະບອງ ຕັ້ງຢູ່ ບ້ານສີໂຄດ ແຄມຝັ່ງແມ່ນໍ້າຂອງໃນວັດເກົ່າ, ບໍລິເວນນີ້ເຄີຍເປັນໃຈກາງຂອງ ອະດີດເມືອງຫຼວງທີ່ເກົ່າແກ່ ຂອງອານາຈັກສີໂຄດຕະບອງ, ພະທາດປະກອບມີ ເສດຕະສັດ 7 ຊັ້ນ ໃນແກນເປັນເຫຼັກ ເຊິ່ງເສດຕະສັດ ແມ່ນເຮັດດ້ວຍ ແກ້ວ,ແຫວນ, ເງິນ, ຄໍາ; ປາຍເສດຕະສັດມີໂຄມແກ້ວ (ສະເພາະເສດຕະສັດສູງ 2 ແມັດ), ບໍລິເວນຕີນພະທາດ ກ້ວາງດ້ານລະ 25 ແມັດ, ສູງ 30 ແມັດ.

ພາບ: laosjourney.com


ພະທາດ​ສີໂຄດຕະບອງ ສ້າງຂຶ້ນໃນສະໄໝ ສີໂຄດຕະບອງ ລະຫວ່າງສັດຕະວັດທີ VI–VIII, ເປັນບ່ອນບັນຈຸກະດູກອັດຖິ ຂອງພະ​ພຸດທະເຈົ້າ. ພົງສາວະດານ ໄດ້ກ່າວເຖິງພະທາດສີໂຄດຕະບອງວ່າ: ໃນສັດຕະວັດທີ XVI ເຊິ່ງເປັນ​ໄລຍະທີ່ອານາຈັກລ້ານຊ້າງຄອບຄອງແຖບນີ້ ພຸດທະສາສະໜານິກາຍຫິນະຍານ ໄດ້ແຜ່ອິດທິພົ​ນເຂົ້າມາໃນຂົງເຂດ​​ນີ້ແລະ ເຈົ້າຊີວິດໃນສັດຕະວັດທີ່ 16 ໄດ້ສັ່ງໃຫ້ມີການບູລະນະພະທາດ.

ພາບ: laosjourney.com


ໃນ ຄ.ສ 1539, ການປະຕິສັງຂອນເປັນແບບສິລະປະລ້ານຊ້າງ ໂດຍເພີ່ມແບບປະຕິມະກຳທີ່ຕິດດອກບົວໃສ່ ຈອມທາດ. ໃນຍຸກສະໄໜຂອງພະເຈົ້າໄຊຍະເສດຖາທິລາດ ພະອົງໄດ້ບູລະນະຈົນເປັນແບບດັ່ງທີ່ເຫັນໃນປະຈຸບັນນີ້. ມາເຖິງປີ ຄ.ສ 1806. ຕໍ່ມາໃນສະໄໝການປົກຄອງຂອງ ເຈົ້າອານຸວົງ ພະທາດໜ່ວຍນີ້ກໍ່ໄດ້ຮັບໄພ ແລະ ການທໍາລາຍຈາກສົງຄາມຈົນຖືກປ່ອຍປະລະໃຫ້ພະທາດສີໂຄດເສົ້າໝອງຢ່າງສິ້ນເຊີງ.​

ພາບ: laosjourney.com


ຖັດນັ້ນມາ, ຫຼາຍສິ່ງ ຫຼາຍຢ່າງ ອ້ອມຂ້າງພະທາດໄດ້ຮັບການກໍ່ສ້າງຄືນໃໝ່ ໂດຍສະ ເພາະແມ່ນ “ສິມ” ໃນຊຸມປີ 1970 ແລະ ມີພະໃຫ່ຍອົງພະປະທານສະຖິດຢູ່​ພາຍໃນໄວ້ໃຫ້ຄົນສັກກາລະບູຊາ. ໃນຊຸມປີ 2010, ເພີ່ນໄດ້ສ້າງຮູບປັ້ນພະຍາສີໂຄດຕະບອງ ທີ່ຢືນຢ່າງ ສະຫງ່າຜ່າເຜີຍໃນບໍລິເວນເດີ່ນພະທາດນີ້. ປະຈຸບັນ​ນີ້, ພະທາດສີໂຄດຕະບອງເປັນປູສະນີຍະສະຖານ ແລະ ກາຍເປັນສັນຍາລັກຂອງແຂວງ. “ຄົນທີ່ເດີນທາງໄປ ແຂວງ ຄຳມ່ວນ ບໍ່ໄດ້ ໄປກາບໄຫ້ວພະທາດສີໂຄດຕະບອງຖືວ່າບໍ່ໄດ້ໄປຮອດ, ໄປເຖິງແຂວງຄຳມ່ວນ”.

ພະທາດແຫ່ງນີ້ ຫ່າງຈາກຕົວເມືອງທ່າແຂກ 6 ກິໂລແມັດ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Bình luận


© 2023 by NOMAD ON THE ROAD. Proudly created with Wix.com

bottom of page