top of page
Search

ພະຍາດວໍ້ອັນຕະລາຍຫລາຍຄົນລາວເສຍຊິວິດຍ້ອນວໍ້ 8 ຄົນໃນປີ2020.

  • Writer: Superphil Phil
    Superphil Phil
  • Aug 30, 2020
  • 1 min read

ພະຍາດວໍ້ອັນຕະລາຍຫລາຍຄົນລາວເສຍຊິວິດຍ້ອນວໍ້ 8 ຄົນໃນປີ2020. ຄືຫລາຍຄົນຮູ້ແລ້ວວ່າພະຍາດວໍ້ເປັນພະຍາດຕິດຕໍ່ທີ່ຮ້າຍແຮງ, ຜູ້ທີ່ຕິດເຊື້ອແລ້ວຈະບໍ່ສາມາດປິ່ນປົວໄດ້ ໂດຍຈະພົບເຊື້ອພະຍາດດັ່ງກ່າວນີ້ ຈາກສັດລ້ຽງລູກດ້ວຍນໍ້ານົມທຸກຊະນິດເຊັ່ນ:​ ໝາ, ແມວ,​ງົວ, ຄວາຍ, ​ໝູ, ກະຕ່າຍ,​ ເຈຍ, ​ລີງ,​ ຮອກ, ​ກະແຕ,​ ເສືອ​, ໝີ ແລະ ຕິດຕໍ່່ຈາກສັດສູ່ຄົນໄດ້. ພະຍາດວໍ້ນີ້ມີຄວາມຮຸນແຮງຫລາຍເຊັ່ນ: ມີອາການທາງລະບົບປະສາດສະໝອງ ມີການແຜ່ເຊື້ອໃນຮ່າງກາຍສັດ ແລະ ຄົນ,​ ຖ້າຕິດເຊື້ອພະຍາດນີ້ແລ້ວ ແມ່ນຈະພາໃຫ້ເສຍຊີວິດ. ປັດຈຸບັນ, ພະຍາດນີ້ ຍັງບໍ່ມີຢາປິ່ນປົວ ແຕ່ສາມາດປ້ອງກັນໄດ້ ໂດຍການສັກຢາວັກຊີນກ່ອນ ຫຼືຫຼັງການສຳຜັດເຊື້ອພະຍາດນີ້. ຕາມການລາຍງານຂອງໜັງສືພິມວຽງຈັນທາຍໃຫ້ຮູ້ວ່າ: ສະເພາະປີ 2020 ມີຄົນເຈັບ ຕິດເຊື້ອພະຍາດວໍ້ທັງໝົດ 8 ກໍລະນີ ແລະ ເສຍຊີວິດທັງ 8 ກໍລະນີ.

ພາບ: targetlaos.com

ເຊິງສູນວິໄຈພະຍາດສັດ ກະຊວງກະສິກ ແລະ ປ່າໄມ້ ໃຫ້ຮູ້ເມື່ອບໍ່ດົນມານີ້:​ ພະຍາດນີ້ ເປັນພະຍາດທີ່ຮ້າຍແຮງ ເຊິ່ງສະແດງອອກໃນແຕ່ລະປີ ໃນທົ່ວໂລກ ມີຜູ້ເສຍຊີວິດຍ້ອນພະຍາດວໍ້ປະມານ 50-60 ພັນຄົນ, 95% ເກີດຂຶ້ນຢູ່ໃນປະເທດ ທີ່ກຳລັງພັດທະນາ ແລະ 95% ນັ້ນ ແມ່ນເກີດຈາກໝາກັດ. ສຳລັບການແຜ່ລະບາດຂອງພະຍາດວໍ້ ຂອງ ສປປ ລາວ ນັບຕັ້ງແຕ່ປີ 2015 ຫາ ເດືອນ ກໍລະກົດ ປີ 2020 ທົ່ວປະເທດ ກວດພົບເຊື້ອພະຍາດວໍ້ໃນສັດທັງໝົດ 211 ຕົວຢ່າງ, ພົບການລະບາດພະຍາດວໍ້ໃນ 13 ແຂວງ ແລະ ຍັງ 5 ແຂວງ ບໍ່ໄດ້ຮັບຕົວຢ່າງ ແລະ ບໍ່ໄດ້ຮັບການລາຍງານ. ນອກຈາກນີ້, ຍັງພົບເຊື້ອພະຍາດດັ່ງກ່າວ ໃນຄົນ ແລະ ມີຄົນເຈັບຕິດເຊື້ອທັງໝົດ 283 ຄົນ, ໃນນັ້ນ ເສຍຊີວິດ 42 ຄົນ. ສະເພາະ ປິ 2020 ມີຄົນເຈັບຕິດທັງໝົດ 8 ກໍລະນີ ແລະ ເສຍຊີວິດທັງ 8 ກໍລະນີ. ຕ້ອງໄດ້ລະວັງ!!! ປີ 2020 ຄົນລາວເສຍຊິວິດຍ້ອນຕິດເຊື້ອວໍ້ 8 ຄົນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido.

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page