top of page
Search

ພຣະທາດອີງຮັງບູຮານສະຖານທີ່ເປັນເອກະລັກຂອງສະຫວັນນະເຂດ.

  • Writer: Superphil Phil
    Superphil Phil
  • Oct 29, 2020
  • 1 min read

ພຣະທາດອີງຮັງບູຮານສະຖານທີ່ເປັນເອກະລັກຂອງສະຫວັນນະເຂດ. ພຣະທາດອີງຮັງ ມໍລະດົກ​ແຫ່ງ​ຊາດ, ປູ​ຊະ​ນິຍະສະ​ຖານ ມິ່ງຂວັນ ຊາວແຂວງສະຫວັນນະເຂດຫຼັກຖານທາງຕຳນານ ແລະ ອຸລັງຄະທາດພຣະທາດອີງຮັງສ້າງຂຶ້ນໃນສະໄໝອານາຈັກສີໂຄດຕະບອງຮຸ່ງເຮືອງປະມານພ.ສ 400 ເຊິ່ງໃນຄາວນັ້ນເປັນຣາຊະການຂອງພຣະເຈົ້າ ສຸມິດຕະທັມ ວົງສາ ເຊິ່ງສ້າງຂຶ້ນຕາມຄຳແນະນໍາຂອງ ສະມະນະທູດ ທາງພຸດທະ​ສາສະໜາ ​ແຫ່ງ ​ເມືອງ ​ກຸ​ສິນາຣາຍຈາກ​ອິນ​ເດຍ​ ໃນ​ສະ​ໄໝ​ພຣະ​ເຈົ້າ​ອະ​ໂສ​ກະຣາດທີ່​ໄດ້​ນໍາສາສະໜາ​ພຸດ​ມາ​ເຜີຍ​ແຜ່​ໃນ​ສຸວັນນະ​ພູມ​ປະ​ເທດ​ເປັນ​ຄັ້ງ​ທໍາ​ອິດ. ທໍາອິດເພິ່ນໄດ້ສ້າງເປັນ​ທາດ​ກູ່: ​ເມື່ອ​ສ້າງ​ສໍາ​ເລັດ​ແລ້ວ ຈຶ່ງ​ເຊີນ​ພຣະສາຣິຣິກະທາດ ( ກະດູກ​ສັນຫຼັງ​ພຣະພຸທທະ​ເຈົ້າ ) ຈາກ​ກຸງຣາຊະ​ຄຶກມາ​ບັນຈຸ​ໄວ້​ໃນ​ໂກນ​ພຣະທາດ. ​ເພື່ອ​ເປັນ​ເຄື່ອງໝາຍ​ແທນ​ໃຫ້ ​ແກ່​ສະຖານ​ທີ່​ປະຣິນິພານ​ຂອງ​ພຣະພຸທທະອົງທີ່​ປ່າ​ໄມ້​ຮັງ.ຕໍານານ​ອຸ​ລັງ​ຄະທາ​ດກ່າວ​ວ່າ:​ ໃນ​ສະ​ໄໝ​ພຸດທະການ; ພຣະສໍາ​ມາ​ສໍາ​ພຸດທະ​ເຈົ້າ​ໄດ້​ສະ​ເດັດ​ມາ​ໂປຣດ ສັດ​ໂລກ ​ແລະ ຮັບຣາທະ​ນາ​ສັນ​ພັດ​ຕະນທ່ຽງ ອີງ​ຕົ້ນ​ໄມ້​ຮັງ​ນະ​ທີ່​ນີ້, ພຣະ​ເຈົ້າ​ສຸ​ມິດຕະທັມ ວົງສາ ຜູ້​ປົກຄອງ​ອານາຈັກ​ສີ​ໂຄດ​ຕະບອງ ຈຶ່ງ​ສ້າງ​ພຣະທາດ​ລູກ​ນີ້​ຂຶ້ນ​ເພື່ອ​ເປັນ​ທີ່​ລະນຶກ ​ແລະ ນັບຖື, ສະ​ນັ້ນ​ຈຶ່ງ​ໃສ່​ຊື່ວ່າ ພຣະທາດ​ອີງ​ຮັງ.​

ພາບ: savannakhet.gov.la

ເມື່ອ​ເຖິງ​ສະຕະວັດ ທີ 09 ອານາຈັກ​ສີ​ໂຄດ​ຕະບອງ​ເສື່ອ​ມອໍານາດ​ລົງ ຊົນ​ຊາດ​ຂອມ​ໄດ້​ມາ​ມີ​ອໍານາດ​ແທນ.ພຣະທາດໄດ້ຖືກດັດແປງມາເປັນເທວະສະຖານຂອງສາສະໜາພຣາມລັດທິສິວະເທບ ຫຼື ຮິນດູພາຍໃຕ້ການນໍາຂອງພະເຈົ້າສຸມິນທາທິລາດລາຊາເຊິ່ງກໍ່ກວມທາດກູ່ທີ່ມີຢູ່ແລ້ວໂດຍສ້າງຂື້ນຕື່ມ ອີກຂັ້ນໜຶ່ງສ່ວນລວດລາຍປະດັບກໍ່ໄດ້ຄວດຕື່ມໃສ່ຕາມຄະຕິຄວາມເຊື່ອຂອງສາສະໜາພຣາມຄື: ເລື່ອງເມຖຸນສັງວາດ;ເທບນິຍາຍຣາມາຢານ;ຈາກນັ້ນລັກສະນະຂອງພຣະທາດເລີຍກາຍເປັນຜາສາດ ຫຼື ພຣະປາງຂອງຂອມບູຮານໄປ. ໃນຄາວນັ້ນເພິ່ນໄດ້ເອີ້ນວ່າ:ອິນທຣະຜາສາດແລ້ວອາດກາຍມາເປັນອີງຮັງໃນສະໄໝຊົນຊາດລາວເຮົາມີອໍານາດແທນຂອມ ເຊິ່ງເລີ່ມມາແຕ່ສະຕະວັດ ທີ 14. ມາເຖິງຣາຊະການພຣະເຈົ້າ ໂພທິສາຣາດ ແຫ່ງອານາຈັກລ້ານຊ້າງໄດ້ນໍາພາໄພ່ຟ້າປະຊາຊົນປະຕິສັງຂອນ ພຣະທາດພຣະນົມ, ພຣະທາດສີໂຄດຕະບອງ, ພຣະທາດອີງຮັງ, ພຣະທາດໂຜ່ນຄືນໃໝ່.ປີຄ.ສ1548 ພຣະໄຊຍະເສດຖາທິຣາຊ ເຈົ້າກະສັດແຫ່ງອານາຈັກລ້ານຊ້າງ ໄດ້ຕໍ່ເຕີມສີລະປະ ລາວລ້ານຊ້າງໃສ່ຊຸ້ມປະຕູເຂົ້າ ແລະ ເສີມຍອດດວງປີໃສ່ອົງພຣະທາດອີງຮັງດັດແປງໃຫ້ເປັນ ພຣະທາດທາງ ພຣະພຸດທະສາສະໜາ; ພຣະທາດກວ້າງດ້ານລະ 9 ແມັດ ສູງ 25 ແມັດ. ພຣະທາດອີງຮັງບູຮານສະຖາທີ່ສັກສິດຂອງແຂວງສະຫວັນນະເຂດ. ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

 
 
 

Comentarios


© 2023 by NOMAD ON THE ROAD. Proudly created with Wix.com

bottom of page