ພາສາລາວກັບຄຳວ່າ ສິລະປະກອນ ແລະ ສິລະປະກຳ
- Superphil Phil
- Apr 8, 2020
- 1 min read
ອະທິບາຍຄຳ “ສິລະປະກອນ” ແລະ “ສິລະປະກຳ”
ບົດນີ້ນຳເອົາ 2 ຄຳ ໃນພາສາລາວ ທີ່ມີເຄົ້າມາຈາກພາສາບາຣີ ແລະ ສັນສະກິດຄື: ສິລະປະກຳ ແລະ ສິລະປະກອນມາທໍາຄວາມເຂົ້າໃຈຮ່ວມກັນ.

ກ່ອນອື່ນໝົດມາສຶກສາຄຳວ່າ: “ສິລະປະ” ສາກ່ອນ; ສິລະປະ ເປັນຄຳນາມ ຄຳນີ້ມີເຄົ້າກໍາເນີດມາຈາກພາສາ ສັນສະກິດ ເຊິ່ງໝາຍເຖິງຄວາມງົດງາມ,ຄວາມໂດດເດັ່ນ,ຄວາມສາມາດ,ຄວາມເປັນທຳມະຊາດຂອງຄົນໃນດ້ານໃດດ້ານໜຶ່ງເຊັ່ນ: ຄໍາວ່າສິລະປະກອນ ກໍ່ຄື: ຄວາມສາມາດໃນການເວົ້າ,ໃນການຂຽນ,ໃນການແຕ່ງ,ໃນການຮ້ອງເພງ, ການຂັບ ,ການລຳ,ການຟ້ອນ, ການເຕັ້ນ,ສິລະປະໄມ້ມວຍຕ່າງໆ ແລະ ສີມືໃນການເຮັດອາຫານຕ່າງໆ ເຊິ່ງມີຄວາມຊຳນິຊຳນານ
“ສິລະປະກອນ “ໝາຍເຖິງ: ຜູ້ທີິ່ມີພອນສະຫວັນໃນດ້ານໃດດ້ານໜຶ່ງທີ່ສະແດງອອກມາໃຫ້ຜູ້ອື່ນໄດ້ເບິ່ງໄດ້ຊົມ ໄດ້ຍິນ ໄດ້ຟັງແລ້ວມີຄວາມສຸກແລະຊືຶ່ນຊົມໃນຜົນງານອອກມາຢ່າງປະທັບໃຈ ເຊັ່ນ: ຮ້ອງເພງມ່ວນ, ເຕັ້ນເກັ່ງ, ຟ້ອນງາມ,ສະແດງລະຄອນເກັ່ງ… ແລະ ສ່ວນຄຳທີ່ມັກພົບເຫັນ ສັ້ນໆຄື ສິລະ ຫຼື “ສິລ” ໃນຮູບການຂຽນ “ສິນ” ເປັນຄຳທີ່ມີເຄົ້າກໍາເນີດມາຈາກພາສາບາຣີ, ເປັນຄຳນາມ ໝາຍເຖິງ:
ຫົວ, ຍອດ, ບ່ອນສຸດ ເຊິ່ງໃນນີ້ຄຳວ່າ: ສິລະປະກອນ ເວົ້າລວມກໍ່ຄືຜູ້ທີ່ມີສີມືດີສຸດຍອດຫຼືສຸດໆໄປເລີຍ (ພົດຈະນານຸກົມພາສາລາວສະບັບຮິບໂຮມຮຽບຮຽງໂດຍ ທ່ານ ດຣ ທອງຄຳ ອ່ອນມະນີສອນ, ຈັດພິມປີ 1992).
ສ່ວນຄຳ: “ສິລະປະກຳ” ກໍ່ ເປັນຄຳ ທີ່ມີເຄົ້າມາຈາກພາສາສັນ ສະກິດ, ເປັນຄຳນາມ, ໝາຍເຖິງສິ່ງ ທີ່ເປັນສິລະປະ ໝາຍເຖິງຄວາມງົດງາມຂອງສີມືຄົນ,ສຸດຍອດໃນການປະດິດຄິດແຕ່ງ, ການອອກແບບ ໄດ້ເບິ່ງໄດ້ຊົມແລ້ວປະທັບໃຈ ໃນສີມື ການຊ່າງສິລະປະ ຫລື ສິ່ງທີ່ຜະລິດຂຶ້ນທີ່ມີຄວາມງົດງາມ ຂອງຜູ້ທີ່ມີຫົວຄິດປະດິດສ້າງ ແລະ ສີມືດີທີ່ມີການຜະລິດອອກມາເປັນຮູບປະທຳ ໃຫ້ຄົນໄດ້ເບິ່ງໄດ້ຊົມ ຢ່າງມີຄວາມສຸກ ແລະ ປະທັບໃຈ ນັ້ນເອງ. ອະທິບາຍຄຳ “ສິລະປະກອນ” ແລະ “ສິລະປະກຳ”
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments