top of page
Search

ພູຜາຮຸ້ງ ສະຖານທີ່ທຳມະຊາດທີ່ສຸດແສນອຸດົມສົມບູນ.

  • Writer: Superphil Phil
    Superphil Phil
  • Aug 9, 2020
  • 1 min read

ພູຜາຮຸ້ງ ສະຖານທີ່ທຳມະຊາດທີ່ສຸດແສນອຸດົມສົມບູນ. ພູຜາຮຸ້ງ ສະຖານທີ່ເລື່ອງເລົານິທານ ແລະ ເປັນສະຖານທີ່ທຳມະຊາດທີ່ສວຍງາມ, ມີທີ່ຕັ້ງຢູ່ຕີນພູຜາແດງ ແລະ ພູໂອ, ໃກ້ກັບສາຍນ້ຳຍອນ, ເມືອງຕົ້ນເຜີ້ງ, ແຂວງບໍ່ແກ້ວ ຢູ່ຫ່າງຈາກເທດສະບານເມືອງໄປທາງທິດເໜືອປະມານ 28 ກິໂລແມັດ ແລະ ມີຄວາມສູງເໜືອໜ້ານ້ຳທະເລປະມານ 1,106 ແມັດ. ນິທານເລົ່າຂານຕໍ່ກັນມາວ່າ ຍ້ອນຄວາມອຸດົມສົມບູນຢູ່ບໍລິເວນດັ່ງກ່າວ ຈຶ່ງມີພະຍາຮຸ້ງສອງຜົວເມຍ ມາອາໃສຢູ່ເທິງພູຜາຮຸ້ງ ເພື່ອອາໄສຊອກກິນສັດນ້ອຍໃຫຍ່ ຢູ່ເຂດນັ້ນ; ບາງຄັ້ງ ກໍ່ກິນຮອດມະນຸດ, ພະຍາຮຸ້ງສອງຜົວເມຍນັ້ນ ມີນິໄສດຸຮ້າຍ, ເດືອດຮ້ອນຮອດ ພະຍາແຖນຢູ່ເທິງຟ້າ, ພະຍາແຖນ ຈຶ່ງເອີ້ນເອົາພະຍາຮຸ້ງສອງຜົວເມຍນັ້ນ ມາກ່າວເຕືອນຫຼາຍຄັ້ງ ແຕ່ກບໍ່ຍອມເຊື່ອຟັງ. ພະຍາແຖນໃຈຮ້າຍ ຈິ່ງສາບໃຫ້ພະຍາຮຸ້ງສອງໂຕດັ່ງກ່າວ ໃຫ້ກາຍເປັນຫີນ. ແຕ່ເຖິງຈະເປັນຫີນກໍ່ຕາມ ວິນຍານຂອງພະຍາຮຸ້ງສອງຜົວເມຍທີ່ສິງຢູ່ ກໍ່ຍັງຄົງຄວາມດຸຮ້າຍ.

ພາບ: laogov.gov.la

ເມື່ອໃດ ມີຄວາມຫີວໂຫຍ ກໍ່ເປັ່ງສຽງຮ້ອງອອກມາຢ່າງແຮງ ຈົນໄດ້ຍິນໄປທົ່ວບໍລິເວນ ແລ້ວແກວ່ງຫົວໄປມາ, ເມື່ອໃດຫົວພະຍາຮຸ້ງ ປີ່ນໜ້າໄປທາງທິດໃດ ຜູ້ຄົນຢູ່ທາງທິດນັ້ນ ຕ້ອງມີການລົ້ມຕາຍເກີດຂຶ້ນ ແລະ ຝູງສັດທີ່ຢູ່ແຖວນັ້ນ ກໍ່ແຕກຕື່ນໜີໄປໝົດ, ຍ້ອນແນວນັ້ນ ພະຍາແຖນຜູ້ປົກປັກຮັກສາ ທ້ອງຖິ່ນນັ້ນຈຶ່ງເຮັດ ໃຫ້ເກີດມີຟ້າຜ່າໃສ່ຫີນພະຍາຮຸ້ງໂຕຜົວ ມຸ່ນທະລາຍລົງຕີນພູ, ຍັງຄົງເຫຼືອແຕ່ນາງຮຸ້ງຕົວເມຍ ຈັບງອຍຜາຫີນໂຕດຽວ ດ້ວຍຄວາມໂສກເສົ້າອາໄລອາວອນ ຫາ ພະຍາຮຸ້ງຜູ້ເປັນຜົວ. ຫຼັງຈາກ ຟ້າຜ່າພະຍາຮຸ້ງແລ້ວ ເຫດການທັງໝົດກໍ່ຢຸດຕິລົງ. ປະຈຸບັນ ຍັງມີຮຸ້ງນ້ອຍສອງຜົວເມຍ ປາກົດ ຢູ່ບໍລິເວນພູຜາຮຸ້ງແຫ່ງນີ້, ມັນມັກອອກມາບິນຫຼິ້ນ ໃນມື້ວັນສິນ, ເມື່ອປະຊາຊົນໄດ້ພົບເຫັນ ກໍ່ບໍ່ກ້າທຳລາຍ ຫຼື ນຳມາເປັນອາຫານຂອງຕົນ ເພາະຢ້ານກົວສິ່ງສັກສິດ. ພູຜາຮຸ້ງ ສະຖານທີ່ທຳມະຊາດທີ່ສວຍງາມຂອງເມືອງຕົ້ນເຜີ້ງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido.

 
 
 

Kommentare


© 2023 by NOMAD ON THE ROAD. Proudly created with Wix.com

bottom of page