top of page
Search

ພົບຜູ້ຕິດເຊື້ອ COVID-19 ເພີ່ມ 2 ຄົນໃນ ສປປ ລາວ

  • Writer: Superphil Phil
    Superphil Phil
  • Apr 8, 2020
  • 2 min read

ຈ່ຳ​ນວນຜູ້ຕິດເຊື້ອ COVID-19 ໃນ ສປປ ລາວ ເພີ່ມເປັນ 14 ຄົນ​ແລ້ວ, ຫລັງ​ຈາກກວດ​ພົບ​ໃໝ່​ອີກ​ 2 ຄົນ.

ເລີ້ມແຕ່ເດືອນມັງກອນ 2020 ຫາ ວັນທີ 6 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 765 ຄົນ, ກວດພົບເຊື້ອທັງໝົດ 14 ຄົນ. ສະເພາະແຮງງານລາວທີ່ກັບມາຈາກ ປະເທດໄທ ໄດ້ເກັບຕົວຢ່າງທັງໝົດ 92 ຄົນ (ທັງໝົດກວດບໍ່ພົບເຊື້ອ).

ພາບ: pasaxon.org.la

ທ່ານ ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດ​ອັກ​ເສບ​ປອດ​ທີ່​ເກີດ​ຈາກ​ເຊື້ອຈຸລະ​ໂລກ​ສາຍ​ພັນໃໝ່ COVID-19 ໄດ້​ຖະ​ແຫຼງ​ຂ່າວປະຈໍາວັນທີ 7 ເມສາ 2020ນີ້​ວ່າ:

ໃນວັນທີ 6 ເມສາ 2020 ໄດ້ມີກໍລະນີສົງໃສ ແລະ ເກັບຕົວຢ່າງມາກວດ 73 ຄົນ. ໃນ​ນີ້ ຢູ່ນະຄອນຫລວງຽງຈັນ 59 ຄົນ, ຕ່າງແຂວງ 14 ຄົນ ເປັນຕົ້ນ: ແຂວງ ຈຳປາສັກ ມີ 2 ຄົນ, ແຂວງ ບໍ່ແກ້ວ ມີ 3 ຄົນ, ແຂວງ ໄຊສົມບູນ ມີ 5 ຄົນ, ແຂວງຫົວພັນ 1 ຄົນ,ຫຼວງພະບາງ 1 ຄົນ, ຊຽງຂວາງ 1 ຄົນ ແລະ ວຽງຈັນ 1 ຄົນ, ຊຶ່ງຜົນກວດພົບຜູ້ຕິດເຊື້ອ 2 ຄົນ ມີດັ່ງຕໍ່ໄປນີ້:

ຜູ້ທີ 1 ກໍລະນີທີ 13 ເພດຊາຍ ອາຍຸ 40 ປີ ພະນັກງານບໍລິສັດພູເບຍມາຍນິງ ປະຈຸບັນຢູ່ເຮືອນເລກທີ 044, ໜ່ວຍ 02, ບ້ານດອນກອຍ, ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ໄລຍະວັນ​ທີ 30-31 ມີນາ ຜູ້ກ່ຽວແມ່ນໄດ້ພົວພັນວຽກກັບຜູ້ຕິດເຊື້ອຜູ້ທີ 11 (ພະນັກງານພູເບັ້ຍມາຍນິງ), ວັນທີ 1 ເມສາ ຜູ້ກ່ຽວເລີ່ມມີອາການໄຂ້, ເຈັບຫົວ, ຫາຍໃຈຍາກ ແຕ່ບໍ່ໄດ້ປິ່ນປົວ, ວັນທີ 2 ເມສາ ໄດ້ເດີນທາງຈາກແຄມພູຄຳ ແຂວງ ໄຊສົມບູນ ມາພັກທີ່ບ້ານ (ເມຍ ແລະ 2 ຄົນໄປຮັບ), ວັນທີ 3-4 ເມສາ, ເຮັດວຽກຢູ່ບ້ານ ໄດ້ພົບກັບແມ່, ນ້ອງສາວ, ນ້ອງເຂີຍ ແລະ ເພື່ອນບ້ານອີກ 2 ຄົນ, ວັນທີ 5 ເມສາ ໄດ້ຮັບຂ່າວວ່າກໍນະນີ 11 ຕິດເຊື້ອ ຈຶ່ງໄດ້ມາກວດທີ່ໂຮງໝໍ ມິດຕະພາບ ເກັບຕົວຢ່າງວິເຄາະ ແລະ ຢັ້ງຢືນວ່າຕິດເຊື້ອ, ລວມມີຜູ້ສຳຜັດທັງໝົດ 18 ຄົນດັ່ງນີ້: ເພື່ອນຮ່ວມງານທີ່ຂີ່ລົດຄັນດຽວກັບນະຄອນຫຼວງວຽງຈັນ ຈໍານວນ 7 ຄົນ, ຄອບຄົວ: ລູກ, ແມ່, ນ້ອງສາວ ແລະ ນ້ອງເຄີຍ ຈໍານວນ 5 ຄົນ, ເພື່ອນກິນເບຍຢູ່ບ້ານດອນກອຍ ເມືອງສີສັດຕະນາກ ຈໍານວນ 2 ຄົນ, ເພື່ອນຮ່ວມງານທີ່ຢູ່ຫ້ອງດຽວກັນ ແຄມພູຄໍາ ແຂວງໄຊສົມບູນ 1 ຄົນ, ທີມງານປະຊຸມແຕ່ລະເຊົ້າຢູ່ແຄມພູຄໍາ ແຂວງໄຊສົມບູນ 3 ຄົນ.

ຜູ້ທີ 2: ກໍລະນີທີ 14: ເພດຍິງ ອາຍຸ 19 ປີ ນັກສຶກສາລາວ ຮຽນຢູ່ ວິທະຍາໄລ Bellerby College, ລອນດອນ ປະເທດອັງກິດ, ປະຈຸບັນຢູ່ ເຮືອນເລກທີ 521, ໜ່ວຍ 31, ບ້ານ ຊ້າງຄູ້, ເມືອງໄຊທານີ ນະຄອນຫຼວງວຽງຈັນ, ປະຫວັດການເດີນທາງ: ວັນທີ 22 ມີ​ນາ 2020 ເດີນທາງຈາກປະເທດອັງກິດ, ວັນທີ 23 ມີ​ນາ 2020 ເດີນທາງຈາກບາງກອກ ສະໜາມບິນສຸວັນນະພູມ ດ້ວຍຖ້ຽວບິນ TG 574 ຮອດສະໜາມບິນວັດໄຕ (ຖ້ຽວບິນດຽວກັບ ກໍລະນີ 11 ແລະ 12), 23 ມີນາ ຫາ ວັນທີ 5 ເມສາ ຜູ້ກ່ຽວໄດ້ຈໍາກັດບໍລິເວນຕົນເອງຢູ່ເຮືອນຂອງຕົນໂດຍມີພໍ່ແມ່ ອ້າຍນ້ອງຢູ່ນຳກັນແຕ່ໄດ້ແຍກບ່ອນກິນ ແລະ ເຄື່ອງໃຊ້ຕ່າງໆ, ວັນທີ 5 ເມ​ສາ 2020 ຜູ້ກ່ຽວໄດ້ຮັບຂ່າວວ່າໝູ່ທີ່ມານຳກັນຕິດເຊື້ອພະຍາດ (ຜູ້ທີ 12), ວັນທີ 6 ເມສາ 2020 ຈຶ່ງໄດ້ມາກວດຢູ່ໂຮງໝໍມິດຕະພາບ (ບໍ່ມີອາການ ສະແດງ), ເກັບຕົວຢ່າງມາກວດ ແລະ ພົບວ່າຕິດເຊື້ອໂຄວິດ 19. ປະຈຸບັນແມ່ນນອນປິ່ນປົວຢູ່ຫ້ອງແຍກປ່ຽວ ໂຮງໝໍມິດຕະພາບ, ລວມກໍລະນີມີ​ຜູ້ສຳພັດໃກ້ຊິດ ທັງໝົດ 10 ຄົນ ມີດັ່ງນີ້: ໜູ່ເພື່ອນເດີນທາງຮ່ວມກັນມາຈໍານວນ 5 ຄົນ, ພໍ່ ແມ່ , ອ້າຍ 2 ຄົນ, ນ້ອງສາວ ລວມທັງໝົດ ຈໍານວນ 5 ຄົນ, ຮອດວັນທີ 6 ເມ​ສາ 2020 ຍັງມີຜູ້ສຳຜັດໃກ້ຊິດກັບກໍລະນີຕິດເຊື້ອທີ່ຈະຕ້ອງສືບຕໍ່ຕິດຕາມອາການທັງໝົດ 70 ຄົນ.

ສໍາລັບຜູ້ຕິດເຊື້ອທັງໝົດ 14 ຄົນ ໄດ້ແບ່ງເປັນແຫຼ່ງ ຕິດເຊື້ອອອກເປັນ 5 ກຸ່ມ (ພະນັກງານໂຮງແຮມ, ພະນັກງານນຳທ່ຽວ, ຊ່າງເສີມສວຍ, ພະນັກງານພູເບັ້ຍມາຍນິງ, ນັກສຶກສາຈາກອັງກິດ)

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page