ພົບຜູ້ຕິດເຊື້ອ 19 ຄົນແລ້ວໃນ ສປປ ລາວ ເພີ່ມຂື້ນຕໍ່ເນືອງ.
- Superphil Phil
- Apr 15, 2020
- 1 min read
ສປປ ລາວ ຢືນຢັນຜູ້ຕິດເຊື້ອໂຄວິດ-19 ລວມເປັນ 19 ຄົນແລ້ວ.
ສາທາຢືນຢັນ ພົບຜູ້ຕິດເຊື້ອໂຄວິດເພີ່ມອີກ 1ຄົນ ເພດຊາຍ ມີປະຫວັດພົວພັນໃກ້ຊິດກັບກໍລະນີທີ 16 ເຮັດໃຫ້ປັດຈຸບັນຍອດລວມຜູ້ຕິດເຊື້ອໃນລາວມີທັງມົດ 19 ຄົນ.
ໃນວັນທີ 12 ເມສາ 2020 ເວລາ 14:30ໂມງ, ຕາມປົກກະຕິ ຄະນະສະເພະກິດ ຄວບຄຸມພະຍາດໂຄວິດ-19, ໄດ້ຖະແຫຼ່ງຂ່າວ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ໂດຍມີສື່ມວນຊົນຈາກຫຼາຍພາກສ່ວນເຂົ້າຮ່ວມ.

ສຳລັບການເຝົ້າລະວັງ ແລະ ວິເຄາະໃນວັນທີ 11 ເມສາ 2020, ໄດ້ເກັບຕົວຢ່າງມາກວດທັງໝົດ 46 ຄົນ, ໃນນັ້ນ ມີຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ 18 ຄົນ, ກໍລະນີມີອາການສົງໄສ 28 ຄົນ, ແຮງງານລາວ ທີ່ກັບມາແຕ່ໄທ 0 ຄົນ. ໃນຈຳນວນ 46 ຄົນທີ່ມາກວດນັ້ນ ມີນະຄອນຫຼວງວຽງຈັນ 32 ຄົນ ແລະ ຕ່າງແຂວງ 14 ຄົນ, ເຊິ່ງຜົນກວດທັງໝົດ ແມ່ນພົບເຊື້ອ 01 ກໍລະນີ ເຊິ່ງແມ່ນຜູ້ສຳຜັດໃກ້ຊິດກັບກໍລະນີທີ 16, ເຮັດໃຫ້ຍອດລວມຜູ້ຕິດເຊື້ອໃນລາວເພີ່ມເປັນ 19ຄົນ.
ປະຫວັດການເຄື່ອນໄຫວຂອງກໍລະນີທີ 19: ເພດຊາຍ ອາຍຸ 21 ປີ, ອາຊີບ ນັກສຶກສາ, ບ້ານ ໂພນປ່າເປົ້າ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນມີດັ່ງນິ້:
-ຜູ້ກ່ຽວໄດ້ພັກຢູ່ຫ້ອງດຽວກັນກັບຜູ້ຕິດເຊື້ອກໍລະນີທີ 16 ຕັ້ງແຕ່ວັນທີ 27 ມີນາ 2020 ຫາ 08 ເມສາ 2020
-ໃນຊ່ວງວັນທີ 29 ມີນາ ແລະ ວັນທີ 04 ເມສາ ໄດ້ມີການຊຸມແຊວກັນ ເປັນໄລຍະກັບໝູ່ຜູ້ຕິດເຊຶື້ອກໍລະນີທີ 16, 17, 18 ທີ່ຢູ່ຫ້ອງແຖວດຽວກັນ
-ວັນທີ 08 ເມສາ 2020 ຜູ້ກ່ຽວໄດ້ກັບຄືນຫ້ອງແຖວຂອງຕົນທີ່ຂຶ້ນກັບ ບ້ານ ໂພນປ່າເປົ້າ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comentários