top of page
Search

​ພິ​ທີ ແລະ ບົດຄວາມເຫັນໃນວັນໂຄສະນາສາກົນ ຕ້ານລະເບີດບໍ່ທັນແຕກ

  • Writer: Superphil Phil
    Superphil Phil
  • Apr 21, 2020
  • 1 min read

ບົດຄວາມເຫັນ ຂອງ ລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ, ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ

ໃນແຕ່ລະປີຂອງ ວັນທີ 4 ເມສາ ພວກເຮົາຈັດພີທີຊຸມນຸມເພື່ອລະນຶກເຖິງວັນ ວັນສາກົນໂຄສະນາ ເພື່ອຕ້ານລະເບີດບໍ່ທັນແຕກ ຊຶ່ງໃນວັນທີ 4 ເມສາ 2020 ແມ່ນຄົບຮອບ 15 ​ປີ, ແຕ່ໃນປີນີ້ ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລາໂຣກສາຍພັນໃໝ່ (ໂຄວິດ-19).


ພາບ: pasaxon.org.la

ສປປ ລາວ ເປັນປະເທດທີ່ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກ (ລບຕ) ໜັກໜ່ວງກ່ວາໝູ່ໃນໂລກ, ທຽບໃສ່ຫົວຄົນ. ຕະຫຼອດ 9 ປີ (ປີ 1964 ​ເຖິງ​ປີ 1973) ຂອງການ ຖີ້ມລະເບີດ, ທຸກໆ 8 ນາທີ

ມີຍົນຫລາຍກ່ວາ 580.000 ຖ້ຽວ ​ບັນທຸກລະເບີດ ມາຖີ້ມລົງໃສ່ຜືນແຜ່ນດິນລາວ ຊຶ່ງມີປະມານ 3 ລ້ານໂຕນ,ໃນ​ນັ້ນ ມີລະ​ເບີ​ດລູກ​ຫ່ວານ (ລະ​ເບີດ ບົມ​ບີ) ປະມານ 270 ລ້ານ​ໜ່ວຍ ແລະ ບົມໃຫ່ຍປະມານ 4 ລ້ານໜ່ວຍ.

ນັກວິຊາການດ້ານ​ລະ​ເບີ​ດ ຄາດ​ຄະ​ເນ​ວ່າ 30 ສ່ວນ​ຮ້ອຍຂອງ​ລະ​ເບີດ​ດັ່ງ​ກ່າວແມ່ນບໍ່​ທັນ​ແຕກ, ໝາຍ​ຄວາມ​ວ່າ ພາຍຫຼັງ​ສົງຄາມ​ສິ້ນສຸດ​ ຍັງມີລະ​ເບີ​ດລູກຫ​ວ່ານປະມານ 8​0 ລ້ານ​ໜ່ວຍ ແລະ ບົມໃຫ່ຍອີກຫຼາຍລ້ານໜ່ວຍ ຍັງບໍ່​ທັນ​ແຕກຕົກຄ້າງຢູ່ປະເທດເຮົາ ​​ເຮັດ​ໃຫ້​ປະຊາຊົນ​ລາວບັນດາເຜົ່າ ທີ່ດໍາລົງຊີວິດ, ທໍາມາຫາກິນ​ໄດ້​​ເສຍ​ຊີວິດ ​ແລະ ຖືກບາດ​ເຈັບ​ເປັນ​ຈຳນວນ​ຫລວງຫລາຍ, ແຕ່ປີ 2009 ເຖິງ ປັດຈຸບັນ ກໍ່ມີຜູ້ໄດ້ຮັບບາດເຈັບ ແລະ ເສຍຊີວິດ ຈາກລະເບີດບໍ່ທັນແຕກ ປະມານ 50 ຄົນຕໍ່ປີ.

ການຈັດຕັ້ງປະຕິບັດວຽກງານແກ້ໄຂບັນຫາ ລບຕ ໄດ້ຈັດຕັ້ງປະຕິບັດໃນຊຸມປີ 1990 ຈົນເຖິງປັດຈຸບັນ ພວກເຮົາໄດ້ໂຄສະນາທີ່ມາ ແລະ ຜົນຮ້າຍຂອງ ລບຕ; ໄດ້ຊ່ວຍເຫຼືອປິ່ນປົວການແພດ, ຟື້ນຟູສຸຂະພາບ ແລະ ປະກອບອາຊີບ ໃຫ້ຜູ້ລອດຊີວິດຈາກ ລບຕ; ໄດ້ກວດກູ້ ລບຕ ອອກຈາກພື້ນທີ່ປະຊາຊົນຕ້ອງການທໍາການຜະລິດກະສິກໍາ ແລະ ໂຄງການພັດທະນາ. ສໍາລັບ ປີ 2019, ພວກເຮົາໄດ້ປະຕິບັດການໂຄສະນາທີ່ມາ ແລະ ຜົນຮ້າຍ ຈາກ ລບຕ ຢູ່ 572 ເທື່ອບ້ານ ເຮັດໃຫ້ຈໍານວນມີຜູ້ບາດເຈັບ ແລະ ເສຍຊີວິດຈາກ ລບຕ ຫຼຸດລົງເປັນ 25 ຄົນ; ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກ ລບຕ ໄດ້ທັງໝົດ 216 ຄົນ; ສໍາຫຼວດບໍ່ແມ່ນວິຊາການ ເພື່ອຊອກຫາຈຸດຫຼັກຖານ ລບຕ ໄດ້ 608 ບ້ານ; ສໍາຫຼວດວິຊາການ ກໍານົດພື້ນທີ່ ລບຕ ໄດ້ 19.862 ເຮັກຕາ; ກວດກູ້ ລບຕ ອອກຈາກພື້ນ​ທີ່​ໄດ້ທັງ​ໝົດ 5.658 ເຮັກຕາ ແລະ ທໍາລາຍ ລບຕ ໄດ້ທັງໝົດ 128.145 ໜ່ວຍ. ທັງໝົດນີ້ ແມ່ນການປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍ່ຄືເປົ້າໝາຍການພັດທະນາແບບຍືນຍົງ ໂດຍສະເພາະ ເປົ້າໝາຍການພັດທະນາແບບຍືນຍົົງ ອັນດັບທີ 18.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page