top of page
Search

ພິທີມອບ-ຮັບໜ້າທີ່ ຜູ້ອໍານວຍການ ລັດວິສາຫະກິດໄຟຟ້າລາວຄົນໃໝ່.

  • Writer: Superphil Phil
    Superphil Phil
  • Jun 19, 2020
  • 1 min read

ພິທີມອບ-ຮັບໜ້າທີ່ ຜູ້ອໍານວຍການ ລັດວິສາຫະກິດໄຟຟ້າລາວຄົນໃໝ່. ຕາມ​ທີ່​ເປັນ​ກະ​ແສ​ຂ່າວ​ຢ່າງ​ໜັກ​ຊ່ວງ​ພະ​ຍາດ​ລະ​ບາດ​ໂຄວິດ 19, ລັດ​ຖະ​ບານ​ມີ​ນະ​ໂຍ​ບາຍ​ໃຫ້​ອ້າຍ​ນ້ອງ​ທະ​ຫານ​ພະ​ນັກ​ງານ​ຕຳ​ຫລວດ ແລະ ແຮງ​ງານ​ທຸກ​ຄົນ​ຢູ່​ບ້ານ​ເພື່ອ​ປ້ອງ​ກັນ​ຕ້ານ​ພະ​ຍາດ​ນີ້, ເຮັດ​ໃຫ້​ມີ​ການ​ຊົມ​ໃຊ້​ໄຟ​ຟ້າ​ຫລາຍ​ຂື້ນປະ​ຈວບ​ເໝາະ​ກັບ​ການ​ປ່ຽນ​ແປງ​ລາ​ຄາ​ຄ່າ​ໄຟ​ຟ້າ​ເປັນ​ອັດ​ຕາ​ດຽວ​ກັນ​ໝົດ, ເລີຍ​ເຮັດ​ໃຫ້​ບາງ​ພາກ​ສ່ວນ​ມີ​ຄ່າ​ໄຟ​ເພີ່ມ​ຂື້ນ​ຫລາຍ​ສວນ​ທາງ​ກັບ​ນະ​ໂຍ​ບາຍ​ຂອງ​ນາຍ​ຍົກ​ລັດ​ຖະ​ມົນ​ຕີເຮັດ​ໃຫ້​ຫລາຍ​ຄົນ​ບໍ່​ພໍ​ໃຈ. ​ກະ​ແສ​ດັ່ງ​ກ່າວ​ຍັງ​ບໍ່​ທັນ​ຈົບ, ໃນວັນທີ 16 ມິຖຸນາ 2020 ນີ້, ຢູ່ທີ່ສໍານັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວ ນະຄອນຫຼວງວຽງຈັນ ໄດ້ມີພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ຕໍາແໜ່ງໃໝ່ ຂອງຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ລະຫວ່າງ ທ່ານ ບຸນອູ້ມ ສີວັນເພັງ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ (ຜູ້ເກົ່າ) ທີ່ໄດ້ອອກກະສຽນບໍານານ ແລະ ແຕ່ງຕັ້ງ ທ່ານ ຈັນທະບູນ ສຸກອາລຸນ ເປັນຜູ້ວ່າການຜູ້ອໍານວຍການ ລັດວິສາຫະກິດໄຟຟ້າລາວ (ຜູ້ໃໝ່) ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ທັງເປັນ ລັດຖະມົນຕີກະຊວງການເງີນ ເຊິ່ງ​ມີ ທ່ານ ປອ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມກັບແຂກທີ່ຖືກເຊີນ ເຂົ້າຮ່ວມ.

ພາບ: laophattananews.com​

ລັດວິສາຫະກິດໄຟຟ້າລາວ ເປັນຫົວໜ່ວຍທຸລະກິດຂອງລັດ ດຳເນີນທຸລະກິດດ້ານການຜະລິດ, ຄຸ້ມຄອງ, ບໍລິການ ແລະ ພັດທະນາພະລັງງານໄຟຟ້າຕາມແນວທາງຂອງ ພັກ ແລະ ກົດໝາຍຂອງລັດ ຕາມກົນໄກຕະຫລາດ ເພື່ອສະໜອງກະແສໄຟຟ້າ ໃຫ້ແກ່ຜູ້ຊົມໃຊ້ໄຟຟ້າທັງພາຍໃນ ແລະ ຂາຍອອກຕ່າງປະເທດ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງ ສປປ ລາວ ດ້ວຍຕົ້ນທືນຢ່າງສົມເຫດ ສົມຜົນ ຕອບສະໜອງຕໍ່ນະໂຍບາຍຂອງພັກ ແລະ ລັດຖະບານ ໂດຍຫັນເປັນອຸດສາຫະກຳທັນສະໄໝ. ລັດວິສາຫະກິດໄຟຟ້າ ລາວ-ມອບ ​ຮັບ​ຕ່ຳ​ແໜ່ງຜູ້ອໍານວຍການຄົນໃໝ່. ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page