top of page
Search

ພຶດຕິກຳທີ່ເກີດຂຶ້ນໃຫມ່ ແລະ ກຳລັງຈະກາຍເປັນເລື່ອງປົກກະຕິໃນອະນາຄົດອັນໃກ້ໆ.

  • Writer: Superphil Phil
    Superphil Phil
  • Jul 11, 2020
  • 1 min read

“New Normal” ດ້ານການທ່ອງທ່ຽວ ຫຼັງສະຖານະການໂຄວິດ-19.

ຖ້າ​ຈະ​ເວົ້າ​ເຖິງ “New Normal” ​ທີ່​ເຮົາ​ພາ​ກັນ​ໄດ້​ຍິນ​ຈາກ​ສື່​ຕ່າງໆຢູ່​ໃນ​ຊ່ວງ​ໂຄວີດ19 ຈົນ​ເຖິງ​ປະ​ຈ​ຸ​ບັນ​ນີ້, ຄວາມໝາຍຂອງຄໍານີ້ ຖ້າແປແຍກຄໍາອອກມາກໍຈະໄດ້ເປັນ “New” ທີ່ແປວ່າ “ໃຫມ່” ແລະ “Normal” ທີ່ແປວ່າ “ປົກກະຕິ” ເມື່ອລວມເຂົ້າກັນກໍຈະໄດ້ ຄວາມປົກກະຕິໃນຮູບແບບໃຫມ່ ຫຼືອະທິບາຍເຂົ້າໃຈງ່າຍໆກໍຄື ພຶດຕິກຳທີ່ເກີດຂຶ້ນໃຫມ່ ແລະ ກຳລັງຈະກາຍເປັນເລື່ອງປົກກະຕິໃນອະນາຄົດອັນໃກ້ໆ.

ພາບ: laopost.com

ໂຄວິດ19 ເຮັດໃຫ້ສັງຄົມປ່ຽນໄປຢ່າງຫຼວງຫຼາຍ ທ່າມກາງລະບົບເສດຖະກິດຫຼາຍຢ່າງກຳລັງລົ້ມລະລາຍນັ້ນ ເຮົາຍັງສາມາດເບິ່ງເຫັນບາງເລື່ອງທີ່ດີໆ ຂອງສັງຄົມທີ່ກຳລັງກໍ່ຕົວຂຶ້ນເຊັ່ນ ຄອບຄົວໄດ້ມີໂອກາດຢູ່ຮ່ວມກັນຫຼາຍຂຶ້ນ, ຄົນຫັນມາເບິ່ງແຍງສຸຂະພາບຕົນເອງ ແລະ ຄົນອ້ອມຂ້າງຫຼາຍຂຶ້ນ… ແລະ ຖ້າຫາກເບິ່ງໃນດ້ານຂອງທຸລະກິດການທ່ອງທ່ຽວ ເຮົາໄດ້ມີເວລາພັກຜ່ອນຫຼາຍ ທໍາມະຊາດຂອງບ້ານເຮົາກໍມີເວລາໄດ້ຟື້ນຕົວ ທີ່ສໍາຄັນທຸກຄວນໄດ້ຮຽນຮູ້ວ່າເຮົາບໍ່ຄວນ ປະໝາດ ໃນການໃຊ້ຊີວິດ ເພາະວ່າສິ່ງທີ່ບໍ່ຄາດຄິດອາດຈະເກີດຂຶ້ນໄດ້ຕະຫຼອດເວລາ ແລະ ຄວນຮັກກັນໃຫ້ຫຼາຍໆ ຕອນທີ່ເຮົາຍັງມີຊີວິດຢູ່. ຍ້ອນສະພາບການດັ່ງກ່າວເຮົາຈື່ງເກີດມີ New Normal ຫຼາຍຮູບແບບເກີດຂຶ້ນ. ສະນັ້ນ, ມາເລີ່ມຕົ້ນກັນທີ່ New Normal ດ້ານການທ່ອງທ່ຽວ ວ່າຈະເປັນແບບໃດ?

New Normal ດ້ານການທ່ອງທ່ຽວ.

1.1. ການເດີນທາງເປັນກຸ່ມນ້ອຍໆ ຫຼືຄົນດຽວຫຼາຍກວ່າ. ກຸ່ມຜູ້ບໍລິໂພກໄວລຸ້ນ ແລະ ໄວເຮັດວຽກ ຈະເບິ່ງວ່າການເດີນທາງໃນລັກສະນະຂອງ “ ທົວ “ ທີ່ມີລາຄາສູງຂຶ້ນຈາກການເພີ່ມມາດຕະການຄວາມປອດໄພພວກເຂົາສາມາດບໍລິຫານຄວາມສ່ຽງເລື່ອງຄວາມປອດໄພໄດ້ເອງ. 1.2. ຜູ້ທີ່ມີອາຍຸຈະເລືອກເດີນທາງໃນລະບົບ “ ທົວ “ ຫຼາຍກວ່າເກົ່າ. ຜູ້ທີ່ມີອາຍຸສູງຈະໃຫ້ຄວາມສໍາຄັນຫຼາຍໃນເລື່ອງຂອງຄວາມປອດໄພຂອງການທ່ອງທ່ຽວຫຼາຍກວ່າເກົ່າ. ສະນັ້ນ, ການເສຍເງິນຫຼາຍຂຶ້ນເພື່ອຄວາມປອດໄພ ຈື່ງເປັນຄວາມຕ້ອງການທີ່ສໍາຄັນຕໍ່ທຸລະກິດ “ ທົວ “. 1.3. ຜູ້ບໍລິໂພກຍອມຈ່າຍໃຫ້ກັບສະຖານທີ່ພັກທີ່ໄດ້ມາດຕະຖານເລື່ອງສຸຂະອະນາໄມ. ນັກທ່ອງທ່ຽວຈະເລີ່ມໃຫ້ຄວາມສໍາຄັນກັບຄວາມປອດໄພ ແລະ ເລື່ອງສຸຂະອະນາໄມຫຼາຍຂຶ້ນ, ເຊິ່ງການເລືອກທີ່ພັກກໍຈະຕ້ອງເປັນສະຖານທີ່ທີ່ມີຊື່ສຽງ ແລະ ໜ້າເຊື່ອຖືໄດ້ ເຖິງແມ່ນວ່າ ລາຄາຈະສູງຂຶ້ນພຽງໃດກໍຕາມ. “New Normal” ດ້ານການທ່ອງທ່ຽວ ຫຼັງສະຖານະການໂຄວິດ-19.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page