top of page
Search

ຜູ້ປະກອບການທຸລະກິດອາຊຽນດີເດັ່ນ 16 ແຫ່ງ ໄດ້ຮັບລາງວັນ.

  • Writer: Superphil Phil
    Superphil Phil
  • Oct 30, 2020
  • 1 min read

ຜູ້ປະກອບການທຸລະກິດອາຊຽນດີເດັ່ນ 16 ແຫ່ງ ໄດ້ຮັບລາງວັນ. ໃນຄໍ່າຂອງວັນທີ 23 ຕຸລາ 2020 ທີ່ໂຮງແຮມຄຣາວ ພລາຊາ ນະຄອນຫຼວງວຽງຈັນ ກ່າວເປີດງານໂດຍທ່ານ ທະນົງສິນ ກັນລະຍາ ໃນນາມສະມາຊິກສະພາທີ່ປຶກສາທຸລະກິດອາຊຽນ ແລະ ທັງເປັນຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ (ສຄອ) ແຫ່ງຊາດລາວ, ມີທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທ່ານ Jens Peter Luetkenherm ເອກອັກຄະລັດຖະທູດສະຫະພັນເຢຍລະມັນ ປະຈຳລາວ.

ພາບ: ບຸນມີ ສີວິໄລ

    ໃນ​ນັ້ນຍັງ​ມີບັນດາຜູ້ຊົງກຽດຈາກບັນດາທຸລະກິດລາວ ແຂກຖືກເຊີນ ລວມທັງບັນດານັກທຸລະກິດ ທີ່ຊະນະເລີດໄດ້ຮັບ “ ລາງວັນທຸລະກິດອາຊຽນດີເດັ່ນແຫ່ງ ສປປ ລາວ ປະຈຳປີ 2020 ” ເຂົ້າຮ່ວມ. ລາງວັນສະເພາະປີນີ້ ຈັດເປັນ 3 ປະເພດໃຫຍ່ ຄື:

  • ລາງວັນຂະແໜງບູລິມະສິດຂອງລາວ

  • ລາງວັນດີເລີດ SME ແລະ

  • ລາງວັນພິເສດ ລວມທັງໝົດ 16 ລາງວັນ.

ສະເພາະປະເພດ ລາງວັນຂະແໜງການບູລິມະສິດດີເດັ່ນ Lao Priority Integration Sectors Excellence Awards ລາງວັນປະເພດບຸລິມະສິດດີເດັ່ນ ຂະແໜງການອາຫານ ແລະ ເຄື່ອງດື່ມ ແມ່ນໂຮງ ງານຜະລິດນ້ຳດື່ມ ແລະ ນ້ຳກ້ອນ ໂລມາຄຳ ຂະແໜງທ່ອງທ່ຽວດີເດັ່ນ ແມ່ນບໍລິສັດທ່ອງທ່ຽວ ລາວກຣີນ ຂະແໜງພື້ນຖານໂຄງລ່າງດີເດັ່ນ ແມ່ນບໍລິສັດ ອິນຊີພັດທະນາກໍ່ສ້າງ ຈຳກັດຜູ້ດຽວ ຂະແໜງການ ICT ດີເດັ່ນ ແມ່ນບໍລິສັດ ສະຕາ ໂທລະຄົມ ຈຳກັດ ປະເພດລາງວັນທຸລະກິດຂະໜາດນ້ອຍ ແລະ ກາງ ດີເດັ່ນ SME Excellence Awards ພິ​ທີ​ມອບ​ລາງວັນ​ໃຫ້​ຜູ້​ປະ​ກອບ​ການທຸ​ລະ​ກິດ​ດີ​ເດັ່ນ​ອາ​ຊຽນ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page