ຜົນວິໄຈຊີ້ວ່າຄົນທີ່ມັກໂພສເລື່ອງສ່ວນຕົວລົງໂຊຊ່ຽວຫຼາຍໆ ມີຄວາມຜິດປົກກະຕິທາງສະໝອງ
- Superphil Phil
- Mar 26, 2020
- 1 min read
ປະຈຸບັນນີ້ ຫລາຍໆຄົນບໍ່ວ່າຈະເປັນເດັກນ້ອຍຜູ້ໃຫຍ່ທຸກຄົນສ່ວນຫລາຍກໍ່ແມ່ນມີ Social network ເປັນຂອງຕົວເອງ ແລະ ພຶດຕິກຳຕິດ Social network ຂະໜາດໜັກ ໂດຍສະເພາະຄົນມັກໂພສຂໍ້ມູນສ່ວນຕົວລົງສັງຄົມອອນລາຍແບບລົວໆ ຈະເຮັດຫຍັງກໍ່ຕາມໄປໃສກໍ່ຕາມຕ້ອງແປະໄວ້ກັນລືມຕະຫຼອດ ວິໄຈຊີ້ອອກມາວ່າ ອາດມີການເຮັດວຽກຂອງສະໝອງແຕກຕ່າງຈາກຄົນທົ່ວໄປ

ພາບ: cellphones.lovetoknow.com
ທຸກໆມື້ນີ້ເຮົາຢູ່ໃນຍຸກຂອງສັງຄົມອອນລາຍ Social network ກໍ່ແທ້ ແຕ່ກໍ່ບໍ່ແມ່ນວ່າເຮົາຈຳເປັນຕ້ອງໂພສຂໍ້ມູນສ່ວນຕົວ ທຸກຄວາມຮູຸ້ສຶກ ເຊັກອິນທຸກໆທີ່ທີ່ໄປ ແລະ ສິິ່ງອື່ນໆອ້ອມໆຕົວ ບໍ່ແມ່ນທຸກໆເລື່ອງຈະເອົາລົງໄປໝົດ ແລະ ຮູ້ບໍວ່າຄົນທີ່ມັກໂພສຫຍັງຕ່າງໆແບບນັ້ນຜ່ານສັງຄົມອອນລາຍເລື່ອຍໆ ວິໄຈກໍ່ຟົນທຸງເລີຍ ເຂົາອາດຈະມີການເຮັດວຽກຂອງສະໝອງທີ່ບໍ່ຄືເຮົາໆຜູ້ທີ່ຫຼິິ້ນ Social ປະຈຳແຕ່ບໍ່ຄ່ອຍໂພສກໍ່ເປັນໄດ້
ຜູ້ທີ່ມັກໂພສຂໍ້ມູນສ່ວນຕົວລົງ Social ປະຈຳຫຼືວ່າເຮັດຫັຍງຕ້ອງໂພສ ອາດຈະມີກົນໄກການເຮັດວຽກຂອງສະໝອງຕ່າງຈາກຄົນອື່ນ ບໍ່ວ່າຈະເປັນສະເຕຕັດຈົ່ມເລື່ອງລາວໃນຊີວິດຕ່າງໆ ຮູບຖ່າຍຂອງຕົວເອງ ຫຼື ແມ້ກະທັ້ງຄລິບວິດີໂອສ່ວນຕົວ ອາດຈະມີກົນໄກການເຮັດວຽກຂອງສະໝອງຕ່າງຈາກຄົນອື່ນ ໂດຍມີປັດໄຈບາງຢ່າງທີ່ກະຕຸ້ນໃຫ້ສະໝອງໃນສ່ວນທີ່ເຊື່ອມໂຍງກັບການຮັບຮູ້ກ່ຽວກັບຕົວເອງ (self-cognition) ຈົດຈຳກັບພຶດຕິກຳມັກແຊຮ ແລະ ມີການເນັ້ນຄວາມຊົງຈຳນັ້ນເລື່ອຍໆ ຈົນສະໝອງສັ່ງການໃຫ້ລາວແຊຮເລື່ອງລາວທີ່ກ່ຽວກັບຕົວເອງລົງ Social ແບບລົວໆ ໂດຍທີ່ບໍ່ຮູສຶກເຖີງຄວາມຜິດປົກກະຕິຂອງຕົວເອງແຕ່ຢ່າງໃດ
ດຣ Dar Meshi ຜູ້ນຳທີມວິໄຈ ການສຶກສາໃນເທື່ອນີ້ມີອາສາສະໝັກທັ້ງໝົດ 35 ຄົນ ໂດຍທີມໄດ້ໂຟກັດການເຮັດວຽກຂອງສະໝອງທີ່ກ່ຽວຂ້ອງກັບການຫຼິ້ນ Social ໄວ້ 2 ສ່ວນ ໄດ້ແກ່ຄໍເທກກີບໜ້າຜາກສ່ວນໜ້າ ເຊິ່ງເຮັດໜ້າທີ່ສະແດງບຸກຄະລິກກະພາບສ່ວນຕົວ ຮັບຜິດຊອບການຕັດສິນໃຈ ແລະ ຈັດການພຶດຕິກຳທາງສັງຄົມຂອງຕົວເຮົາອີກສ່ວນຄືສະໝອງສ່ວນ precuneus ເຮັດໜ້າທີ່ສະທ້ອນຄວາມເປັນຕົວຕົນ ແລະ ໃສໃຈຮູ້ກ່ຽວກັບຄວາມຮູ້ສຶກຂອງຕົວເອງ
ທົດລອງຈາກຜູ້ໃຊ້ Facebook ທັ້ງນີ້ງານວິໄຈໄດ້ເຈາະຈົງກັບ Social media ຊະນິດດຽວຄື Facebook ດ້ວຍເຫດຜົນທີ່ວ່າເປັນສັງຄົມອອນລາຍທີ່ມີຜູ້ໃຊ້ງານຫຼາຍ ແລະ ຄອບຄຸມທັ້ງການໂພສສະເຕຕັດ ຮູບ ແລະ ຄລິບວິດີໂອ ຈາກນັ້ນກໍ່ຄັດກຸ່ມອາສາສະໝັກຕົວທ໊ອບທີ່ມັກໂພສເຟສບຸກເລື່ອຍໆ ມາເຮັດການສຶກສາດ້ວຍຂະບວນການ Neuroimaging Technology ສະແກນສະໝອງໃນສ່ວນທີ່ໂຟກັດ ແລະ ມາວັດຄວາມສຳພັນລະຫວ່າງການເຮັດວຽກຂອງສະໝອງສ່ວນເນັດເວິກ ກັບສະຖິຕິການໂພສຂອງອາສາສະໝັກແຕ່ລະຄົນ
ຜົນການວິໄຈຊີ້ ໂດຍການສຶກສາພົບວ່າ ກຸ່ມອາສາສະໝັກທີ່ມັກໂພສເຟສບຸກເລື່ອຍໆ ຈະມີຮ່ອງຮອຍການເຮັດວຽກຂອງສະໝອງທັ້ງສ່ວນຄໍເທກກີບໜ້າຜາກສ່ວນໜ້າ ແລະ ສ່ວນ precuneus ໜັກຫຼາຍ ອີກທັ້ງຍັງລາມມາຖີ້ມຮອຍຫຍັກທີ່ສະໝອງສ່ວນຂ້າງ ແລະ ດ້ານຫຼັງ (lateral orbitofrontal cortex) ອີກຕ່າງຫາກ ຕ່າງຈາກຜົນສະແກນສະໝອງຂອງອາສາສະໝັກທີ່ບໍ່ຄ່ອຍມີປະວັດໂພສເຟສບຸກເລື່ອຍໆເທົ່າໃດ
ຕິດຕາມການເຄືອນໄຫວເຫດການເລື່ອງທຸລະກິດ ແລະ ເຫດການຕ່າງໆທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments