top of page
Search

ຜົນ​ກະ​ທົບ​ຂອງໂຄວິດ-19 ເຮັດໃຫ້ນັກທ່ອງທ່ຽວຫຼຸດລົງເຖິງ 17%

  • Writer: Superphil Phil
    Superphil Phil
  • May 8, 2020
  • 1 min read

Updated: May 13, 2020

3 ເດືອນຕົ້ນປີ ນັກທ່ອງທ່ຽວຫຼຸດລົງເຖິງ 17% ຈາກ​ຜົນ​ກະ​ທົບ​ຂອງໂຄວິດ-19

ຈາກການແຜ່ລະບາດຂອງໄວຣັດໂຄວິດ-19 ທົ່ວໂລກຍັງຢູ່ໃນຂັ້ນໜ້າເປັນຫ່ວງ ໂດຍສະເພາະຂະແໜງການທ່ອງທ່ຽວ ບັນດາກິດຈະກໍາການທ່ອງທ່ຽວ ແລະ ວັດທະນະທໍາທັງໝົດ ຍັງໄດ້ຖືກໂຈະ ແລະ ເລື່ອນການຈັດຕັ້ງປະຕິບັດອອກໄປ ເຊັ່ນ: ການປະກາດມໍລະດົກໂລກ ທົ່ງໄຫຫີນຊຽງຂວາງ, ບຸນປີໃໝ່ລາວ ແລະ ບຸນປະເພນີອື່ນໆ.

ພາບ: kaomainews.com

ມາຮອດປັດຈຸບັນ ຖືວ່າບໍ່ມີນັກທ່ອງທ່ຽວ ແລະ ຄາດວ່າສະຖານະການທີ່ຮ້າຍແຮງນີ້ ຍັງຄົງຈະສືບຕໍ່ໄປອີກໄລຍະໜຶ່ງ, ໃນໄລຍະ 3 ເດືອນຕົ້ນປີ 2020 ຈຳນວນນັກທ່ອງທ່ຽວ ເຂົ້າມາທ່ຽວ ສປປ ລາວ ຫລຸດລົງເຖິງ 17% ຖ້າທຽບໃສ່ ໄລຍະດຽວກັນຂອງປີ 2019 ສປປ ລາວ ຕ້ອນຮັບນັກທ່ອງທ່ຽວສາກົນ ຈໍານວນ 1 ລ້ານກວ່າຄົນ, ຂະນະທີ່ປີ 2020 ມີພຽງແຕ່ 886.000 ກວ່າຄົນ. ທ່ານ ກິແກ້ວ ໄຂຄໍາພິທູນ ລັດຖະມົນຕີ ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ໄດ້ໃຫ້ຮູ້ໃນກອງປະຊຸມທາງໄກຜ່ານວິດີໂອ ສະໄໝພິເສດລັດຖະມົນຕີທ່ອງທ່ຽວອາຊຽນ ວັນທີ 29 ເມສາ 2020 ນີ້ວ່າ: ສະເພາະ ສປປ ລາວ ຫົວໜ່ວຍທຸລະກິດທ່ອງທ່ຽວ ໄດ້ຮັບຜົນກະທົບຢ່າງຫຼີກລ່ຽງບໍ່ໄດ້ ເປັນຕົ້ນແມ່ນ ໂຮງແຮມ ຈໍານວນ 637 ແຫ່ງ; ຣີສອດ, ເຮືອນພັກ 2.283 ແຫ່ງ; ຫ້ອງນອນ 55.000 ກວ່າຫ້ອງ, ບໍລິສັດທ່ອງທ່ຽວ 539 ແຫ່ງ, ບໍລິສັດທ່ອງທ່ຽວ 36 ແຫ່ງ, ສະຖານທີ່ທ່ອງທ່ຽວ 809 ແຫ່ງ ແລະ ເຄື່ອຂ່າຍສະໜອງການທ່ອງທ່ຽວອື່ນໆ ກໍໄດ້ຮັບຜົນກະທົບເຊັ່ນດຽວກັນ. ນັກທ່ອງທ່ຽວຫຼຸດລົງເຖິງ 17% ຈາກ​ຜົນ​ກະ​ທົບ​ຂອງໂຄວິດ-19

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page