ຜົ້ງສາລີ ເມືອງແຫ່ງສະຫວັນ
- Superphil Phil
- Apr 21, 2020
- 1 min read
ຜົ້ງສາລີ ເມືອງແຫ່ງສະຫວັນທະເລໝອກ
ຜົ້ງສາລີເປັນດິນແດນທີ່ມີຕຳນານໄດ້ເລົ່າລືກັນມາວ່າ ເປັນເມືອງທະເລໝອກ ແລະ ອະດີດຮ່ອງຮອຍຂອງຍຸກອານານິຄົມທີ່ ເຕັມໄປດ້ວຍຮອຍຍິ້ມ ແລະ ສຽງເວົ້າອັນມ່ວນຫູອີງອ້ອຍ, ຂອງເຜົ່າ “ພູນ້ອຍ” ທີ່ ແສນປະທັບໃຈ.

ພາບ: laophattananews.com
ແຂວງຜົ້ງສາລີ ເປັນ ແຂວງທີ່ຕັ້ງຢູ່ເຂດພູສູງ ຢູ່ ທາງພາກເໜືອຂອງລາວ ທຽບກັບລະດັບນ້ຳທະເລສູງເຖິງ 1.625 ແມັດ, ເຮັດໃຫ້ມີອາກາດສົດຊື່ນ ແລະ ເຢັນ ສະບາຍຕະຫລອດປີ, ມີຊັບພະຍາກອນທຳມະຊາດ ແລະ ປ່າໄມ້ປົກຫຸ້ມກວມເຖິງ 41% ຂອງແຂວງ ເຊິ່ງມີເນື້ອທີ່ຫລາຍກວ່າ 16.000 ກິໂລຕາແມັດ, ທິດ ຕາເວັນອອກມີຊາຍແດນຕິດ ກັບປະເທດ ສສ ຫວຽດນາມ ແລະ ທິດຕາເວັນຕົກສຽງ ເໜືອຕິດກັບ ສປ ຈີນ.

ພາບ: laophattananews.com
ແຂວງຜົ້ງສາລີ ມີພົນລະ ເມືອງທັງໝົດ 170.635 ຄົນ, ປະກອບມີຫລາຍຊົນເຜົ່າຄື: ລາວ, ລື້, ກໍ່, ຢ້າວ, ກຳ ພູຊາງ, ຜູ້ນ້ອຍ, ມົ້ງລາຍ, ກຶມມຸ, ກໍມຸຈິ, ກໍມຸຊາງ, ຮາຍີ ແລະ ເຜົ່າອື່ນໆ.
ທີ່ດຳລົງຊີວິດຢູ່ໃນ 7 ຕົວເມືອງຄື: ເມືອງຜົ້ງສາລີ, ເມືອງໃໝ່, ເມືອງ ຂວາ,ເມືອງສຳພັນ, ເມືອງ ບຸນເໜືອ, ເມືອງບຸນໃຕ້ ແລະ ເມືອງຍອດອູ.
“ຜົ້ງສາລີ ປຽບດັ່ງສະ ຫວັນວິມານແດນດ່ານພູ ດອຍ, ເປັນດິນແດນວິລະຊົນ ຮັກເຜົ່າພົງພັນເຊື້ອ, ງາມ ເຫລືອຫລາຍພູຟ້າທະເລ ໝອກໃຫຍ່, ເຊີນແວໄປຊົມ ປ່າພູຟ້າມາດື່ມເຫລົ້າສີຂຽວ ເລາະທ່ຽວສະຖານທີ່, ເບິ່ງ ຮີດຄອງປະເພນີ ມີເອກະລັກ ຫລາຍເຜົ່າເຊື້ອເປັນຂອງ ຕ້ອນທ່ານຜູ້ຊົມ” ນີ້ຄືຄຳຂວັນ ແຂວງຜົ້ງສາລີ, ຖ້າທ່ານໄດ້ ເດີນທາງໄປແຂວງຜົ້ງສາລີ ຢ່າລືມຊີມເຫລົ້າຂຽວ, ທ່ຽວ ຊົມທຳມະຊາດ, ຟັງການຂັບລຳຈາກສຳນຽງສຽງ ຫລາຍຊົນເຜົ່າເປັນຕົ້ນ: ຂັບລື້, ຂັບພູຊາງ, ຂັບມົ້ງ ແລະ ຂັບເຕີມ.
ນອກຈາກນີ້ແລ້ວ, ແຂວງຜົ້ງສາລີຍັງມີບຸນປະເພນີທີ່ສຳຄັນ ແລະ ໜ້າສົນໃຈ, ນັ້ນກໍຄື: ບຸນປີໃໝ່, ບຸນສະເຫລີມສະຫລອງການປູກເຂົ້າ, ບຸນກູ້ເຜືອກ- ກູ້ມັນ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Commenti