top of page
Search

​ປາກົດການ​ຫຍໍ້​ທໍ້ ຂອງ​ພະນັກງານ​ອາສາ​ສະໝັກ​ໃນ​ປະ​ເທດ​ລາວເຮົາ.

  • Writer: Superphil Phil
    Superphil Phil
  • Jun 30, 2020
  • 1 min read

​ການ​ທີ່​ຈະ​ຮັບ​ລັດ​ຖະ​ກອນໃໜ່​ຕ້ອງ​ໄດ້​ເນັ້ນ​ໃສ່ຄຸນ​ນະ​ພາບ.

ດັ່ງ​ທີ່​ໄດ້ເຫັນຂ່າວຕາມ​ສື່​ສັ່ງ​ຄົມ​ຕ່າງໆ​ພ້ອມ​ພາ​ກັນ​ແຊ​ເລື່ອງ​ຄູ​ອາ​ສາ​ກັນ​ຢ່າງ​ກ້​ວາງ​ຂວາງ, ຍ້ອນ​ວ່າ​ເປັນ​ຄູ​ອາສາ​ສະໝັກ​ມາ​ເປັນ​ເວລາ​ຫ້າ​ປີ ​ແລະ ​ເຄີຍ​ໄດ້​ເຂົ້າຮ່ວມ​ການ​ສອບ​ເສັງ​ເຂົ້າ​ເປັນ​ລັດຖະກອນ​ຄູ​ມາ​ຫລາຍ​ຄັ້ງ ​ແຕ່​ຍັງ​ບໍ່​ທັນ​ມີ​ວີ່​ແວວ​ຈະ​ໄດ້​ເຂົ້າ​ເປັນ​ລັດຖະກອນ ຈຶ່ງ​ໄດ້​ຕັດສິນ​ໃຈ​ວາງ​ມື​ຈາກ​ການ​ເປັນ​ອາຊີບ​ຄູ ​ເພື່ອ​ໄປ​ຊອກ​ຫາ​ອາຊີບ​ອື່ນ​ທີ່​ເໝາະ​ສົມ​ສູ້​ຊີວິດ​ລ້ຽງ​ປາກ​ລ້ຽງ​ທ້ອງ​ໃນ​ສັງຄົມ​ບ້ານ​ເມືອງ.

​ໃນ​ເບື້ອງຕົ້ນ, ກໍ​ຄິດ​ວ່າການ​ທີ່​ອາສາ​ສະໝັກ​ເຂົ້າມາ​ເປັນ​ຄູ​ອາສາ​ກໍ​ຍ້ອນ​ຕົນ​ເອງ​ຮຽນ​ຈົບ​ວິຊາ​ສະ​ເພາະ​ຄູ​ມາ​ຈາກ​ສະ​ຖາ​ບັນ​ສ້າງ​ຄູ​ຢ່າງ​ຄັກ​ແນ່, ​ແຕ່​ຍັງ​ບໍ່​ທັນ​ມີ​ວຽກ​ເຮັດ​ງານ​ທຳ ທັງ​ບໍ່​ທັນ​ມີ​ຕົວ​ເລກ​ສັບ​ຊ້ອນ ຈຶ່ງ​ຂໍ​ອາສາ​ເຮັດ​ໜ້າ​ທີ່​ຮັບ​ໃຊ້​ຊາດ, ຮັບ​ໃຊ້​ປະຊາຊົນ ​ໂດຍ​ບໍ່​ຫວັງ​ສິ່ງ​ຕອບ​ແທນ ​ເພື່ອ​ລໍຖ້າ​ຈະ​ໄດ້​ເຂົ້າ​ເປັນ​ລັດຖະກອນ​ໃນ​ອະນາຄົດ. ນອກຈາກ​ນັ້ນ ການ​ທີ່​ອາສາ​ສະໝັກ​ເປັນ​ຄູ​ສອນ ​ໂດຍ​ທີ່​ບໍ່​ມີ​ເງິນ​ເດືອນ, ບໍ່​ມີ​ນະ​ໂຍບາຍ​ໃດໆ​ຈາກ​ການຈັດຕັ້ງ ​ແລະ ຂັ້ນ​ເທິງ ກໍ​ແມ່ນ​ຕົນ​ເອງ​ໄດ້​ຕັດສິນ​ໃຈ​ຂໍ​ອາສາ​ຮັບ​ໃຊ້​ໜ້າ​ທີ່, ຮັບ​ໃຊ້​ຊາດ ​ແລະ ຮັບ​ໃຊ້​ປະຊາຊົນ​ດ້ວຍ​ຄວາມ​ຈົງ​ຮັກ​ພັກດີ ​ແລະ ຊື່ສັດ​ບໍລິສຸດ. ​

ພາບ: kaomainews.com

ແຕ່​ມາ​ເບິ່ງ​ໃນ​ທາງກົງກັນຂ້າມ ​ເມື່ອ​ຍ່າງ​ກ້າວ​ຂາ​ເຂົ້າມາ​ປະຕິບັດ​ໜ້າ​ທີ່​ເປັນ​ເວລາ​ຫລາຍ​ປີ ຄວາມ​ຫວັງ​ໃນ​ການ​ລໍຄອຍ​ທີ່​ຈະ​ໄດ້​ເຂົ້າ​ເປັນ​ລັດຖະກອນ​ມັນ​ຍັງ​ມືດ​​ແປດ​ດ້ານ, ບໍ່​ຮູ້​ວ່າ​ວັນ​ໃດ, ​ເດືອນ​ໃດ ​ແລະ ປີ​ໃດ​ຕົນ​ເອງ​ຈະ​ຖືກ​ສັບ​ຊ້ອນ, ບັນຈຸ​ຮັບຮອງ​ໄດ້​ເປັນ​ລັດຖະກອນ​ຕາມ​ຄວາມ​ມຸ້ງ​ຫວັງ, ປາກົດການ​ເກີດ​ຂຶ້ນນີ້ ​ໄດ້​ສະທ້ອນ​ໃຫ້​ເຫັນ​ເຖິງ​ສະພາບ​ສັງຄົມ​ລາວ​ແງ່​ມຸມ​ໜຶ່ງ​ໃນ​ໄລຍະ​ຜ່ານ​ມາ ກໍ​ຄື​ປັດຈຸບັນ ​ໂດຍ​ສະ​ເພາະ​ແມ່ນ​ໃນ​ວົງ​ການ​ສຶກສາ​ທີ່​ຍັງ​ເປັນ​ບັນຫາ​ກ້າງ​ຄາ​ຄໍ​ຈົນ​ມາ​ຮອດ​ທຸກ​ວັນ​ນີ້.

​ເພາະສະນັ້ນ ຈຶ່ງ​ມີ​ຈິດ​ໃຈ​ທໍ້ຖອຍ ​ຈຳ​ເປັນ​ຕ້ອງ​ໄດ້ຄິດ​ໃໝ່, ຫ​າ​ເສັ້ນທາງ​ໃໝ່ ​ເພື່ອ​ໄປ​ປະກອບ​ອາຊີບ​ອື່ນ​ທີ່​ເໝາະ​ສົມ​ກັບ​ຄວາມ​ຮູ້​ຄວາມ​ສາມາດ​ຂອງ​ຕົນ​ເອງ​ເທົ່າ​ທີ່​ມີ ​ແລະ ສາມາດ​ເຮັດ​ໄດ້, ນີ້​ກໍ​ເປັນ​ປາກົດການ​ຫຍໍ້​ທໍ້​ອັນ​ໜຶ່ງ​ໃນ​ປະ​ເທດ​ເຮົາ​ທີ່​ເປັນ​ຊຳ​ເຮື້ອມາ​ຢ່າງ​ຍາວ​ນານ ​ແລະ ພວມ​ຜະ​ເຊີນ​ໜ້າ​ທີ່​ຈະ​ຕ້ອງ​ຫາ​ວິທີ​ແກ້​ໄຂ​ໃຫ້​ໂລ່ງ​ລ່ຽນ ​ແລະ ສຳ​ເລັດ​ໄປ​ໂດຍ​ດີ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ FacebookDoodido

 
 
 

Commentaires


© 2023 by NOMAD ON THE ROAD. Proudly created with Wix.com

bottom of page