top of page
Search

‘ປາກົດ’, ‘ປະກົດ’ ແລະ ‘ຜາກົດ’ ມີ​ຄວາມ​ໝາຍ​ໃນ​ພາ​ສາ​ລາວ​ຈັ່ງ​ໃດ.

  • Writer: Superphil Phil
    Superphil Phil
  • Apr 14, 2020
  • 1 min read

ອະ​ທິ​ບາຍ​ຄຳ​ທີ່​ວ່າ ‘ປາກົດ’, ‘ປະກົດ’ ແລະ ‘ຜາກົດ’ ຄວ​ນ​ໃຊ້​ຕົວໃດ.

ແຕ່ເມື່ອໄປເບິ່ງການຂຽນ-ການພິມໃນໜ້າໜັງສືພິມ ແລະ ເອກະສານບາງສະບັບໃນປັດຈຸບັນ ປາກົດເຫັນມີການສະກົດຄຳ ‘ປາກົດ’ ແປກຕ່າງກັນອອກໄປ ຊຶ່ງມີທັງ ‘ປະກົດ’ ແລະ ‘ຜາກົດ’.

ຄຳວ່າ “ປາກົດ”, ຫຼາຍຄົນກໍຈະສຳນຶກເຫັນປາຊະນິດໜຶ່ງທີ່ບໍ່ມີເກັດ ຕົວກົມຫົວໃຫຍ່ມີງ່ຽງ. ຄຳນີ້, ນອກຈາກຈະໝາຍເຖິງປາຊະນິດທີ່ກ່າວມາເທິງແລ້ວ ກໍຍັງມີຄວາມໝາຍວ່າ “ສະແດງອອກມາໃຫ້ເຫັນ, ເຫັນຢ່າງແຈ່ມແຈ້ງ” ດັ່ງຕົວຢ່າງປະໂຫຍກທີ່ວ່າ “ມື້ນີ້ປາກົດວ່າຮ້ອນຫຼາຍ”. ‘ປາກົດ’ ທີ່ມີຄວາມໝາຍວ່າ ‘ເຫັນຢ່າງແຈ່ມແຈ້ງ’ ນີ້ ແມ່ນຄຳເຄົ້າມາຈາກພາສາປາລີ “ປາກຕ” (ອ່ານອອກສຽງຕາມພາສາປາລີວ່າ ປາກະຕະ) ແຕ່ເມື່ອຖືກນຳມາໃຊ້ໃນພາສາລາວຊຶ່ງແມ່ນພາສາທີ່ມັກໃຊ້ຄຳສັບໜ້ອຍພະຍາງ ເລີຍປ່ຽນ ປາກະຕະ (3 ພະຍາງ) ມາເປັນ ປາກົຕ (2 ພະຍາງ) ແລ້ວປ່ຽນຕົວສະກົດ ຕ ເປັນ ດ. ພວກເຮົາຈຶ່ງຂຽນອອກມາເປັນ “ປາກົດ” ດັ່ງທີ່ເຫັນໃນວັດຈະນານຸກົມລາວສະບັບຂອງມະຫາສິລາ ວີລະວົງ ແລະວັດຈະນານຸກົມພາສາລາວສະບັບອື່ນໆ ກໍສະກົດເປັນ “ປາກົດ” ເຊັ່ນກັນ.

ຕາມການຄົ້ນຄວ້າ ເຫັນວ່າ ‘ປະກົດ’ ແມ່ນຂຽນໂດຍອີງໃສ່ການເວົ້າອອກສຽງຕົວຈິງໃນເວລາເວົ້າໄວໆ ຈາກ ‘ປາກົດ’ ກາຍເປັນ ‘ປະກົດ’. ເມື່ອອອກສຽງ ພະຍາງທຳອິດຂອງຄຳ ‘ປາກົດ’ ເປັນສຽງສັ້ນ, ເວລາຂຽນຈຶ່ງພາໃຫ້ຄຳນີ້ຜ້ຽນຈາກ ‘ປາກົດ’ ເປັນ ‘ປະກົດ’.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page