ປະເພນີຈັກສານທີ່ກາຍມາເປັນສິນຄ້າ ODOP.
- Superphil Phil
- Apr 14, 2020
- 1 min read
ການສືບທອດປະເພນີຈັກສານຂອງປະຊາຊົນ ຈົນກາຍມາເປັນສິນຄ້າ ODOP.
ປະເພນີຈັກສານ ສຶບທອດມາແຕ່ບັນພະບູລຸດມາຮອດປັດຈຸບັນ ແມ່ນການສືບທອດປະເພນີອັນດີງາມຂອງຊາດ ທີ່ບັນພະບູລຸດພວກເຮົາສ້າງໄວ້ມາແດ່ບູຮານນະການຫຼາຍເຊັ່ນຄົນຕະຫຼອດມາ ແຕ່ຄຸນຄ່າຂອງຜະລິດຕະພັນນັ້ນຍັງເປັນເອກະລັກສະເພາະຄ່ຽງຄູ່ຂອງຄົນລາວຕະຫຼອດມາ.
ບ້ານນາ ເມືອງເມືອງທ່າພະບາດໃນເມືອ່ກ່ອນຫຼາຍຄົນຄົງຈະຮັບຮູ້ວ່າເປັນບ້ານຜະລິດຫັດຖະກຳຈັກສານຄຽງຄູ່ກັບການທ່ອງທ່ຽວອານຸລັກຊ້າງ ເຊີ່ງເປັນບ່ອນທີ່ນັກທ່ອງທ່ຽວໃຫ້ຄວາມສົນໃຈ ແລະ ມາທ່ຽວຊົມຈຳນວນຫຼວງຫຼາຍ ແຕ່ຍ້ອນນະໂຍບາຍຂອງພັກ-ລັດ ຫັນເຂົ້າສູ່ການໂຮມບ້ານນ້ອຍເຂົ້າເປັນບ້ານໃຫຍ່ ເພື່ອສະດວກໃນການວາງແຜນພັດທະນາເສດຖະກິດ-ສັງຄົງແຕ່ລະດ້ານດັ່ງນັ້ນ, ບ້ານນາ ຈື່ງກາຍມາເປັນຄຸ້ມໜື່ງຂອງບ້ານພະບາດໂພນສັນ ເອີ້ນວ່າ: ”ຄຸ້ມນາເຂົ້າພະ”

ພາບ: bolikhamxay.gov.la
ການນຳໃຊ້ສິ່ງທີ່ມີ ໃຫ້ເກີດປະໂຫຍດ ບວກກັບພູມປັນຍາ ທີ່ໄດ້ຮັບການຕົກທອດກັນມາແຕ່ອະດີດເຖິງປະຈຸບັນ ໂດຍສະເພາະແມ່ນການຫັດຖະກຳຈັກສານ ກໍ່ສາມາດສ້າງເປັນອາຊີບ ແລະ ພາຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກໄດ້,
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments