top of page
Search

ປະຫວັດຄວາມເປັນມາຂອງ ວັດພັນຫລວງ ແຄມນ້ຳຄານ ຫຼວງພະບາງ

  • Writer: Superphil Phil
    Superphil Phil
  • May 23, 2020
  • 1 min read

ມາ​ຮູ້​ຈັກ​ກັບ ວັດພັນຫລວງ ແຄມນ້ຳຄານ ຫຼວງພະບາງ

ວັດພັນຫລວງ ຕັ້ງຢູ່ໃນບ້ານຂອງຊ່າງປັ້ນໝໍ້, ແຄມນ້ຳຄານ ແລະ ເປັນວັດທີ່ ເພິ່ນບໍ່ຮູ້ຈັກມື້ສ້າງຄັກແນ່, ແຕ່ມີລັກສະນະ ໃກ້ຄຽງກັບວັດ ໃນສະຕະວັດທີ XVIII ແລະ XIX. ເປັນວັດແບບທຳມະດາ, ມີຫ້ອງ ແລະ ເຊຍດ່ຽວ, ວັດນີ້ຖືກເປເພ ໃນປີ ຄສ 1948.

ພາບ​: laopost.com

ສິມຂອງວັດຖືກສ້າງຄືນໃຫມ່ ໃນປີ ຄສ 1951 ແລະ ໄດ້ຕໍ່ເຕີມໃຫ້ໃຫຍ່ອອກ ດ້ວຍການສ້າງສອງລະບຽງ ດ້ານຂ້າງໃສ່ຕື່ມ. ຈຸດສົນໃຈຂອງສິມຂອງວັນແຫ່ງນີ້ ແມ່ນຢູ່ທີ່ແທນ ພຣະປະທານ ເຊິ່ງມີລັກສະນະ ເປັນຫໍຜາສາດແກ້ວ ທີ່ເປັນບ່ອນປະດິດສະຖານ ບັນດາພຣະພຸທທະຮູບ ເຊິ່ງໃນນັ້ນ ເປັນພະພຸທທະຮູບ ປາງຊົງເຄື່ອງ ຊື່ໃນປາງ “ຊີ້ທໍລະນີເປັນພະຍານ“ ຕາມຂໍ້ມູນທ້ອງຖິ່ນເວົ້າວ່າ ພຣະພຸດທະຮູບ ສອງອົງນີ້ ອາດເອົາມາຈາກເມືອງຢູ່ໃກ້ໆ ເຂດຊາຍແດນ ລາວ-ຫວຽດນາມ.

ວັດພັນຫລວງແຫ່ງນີ້ ຍັງມີພຣະພຸທທະຮູບອີກອົງຫນຶ່ງທີ່ຜູ້ຄົນເຄົາລົບນັບຖື ນັ້ນກໍ່ຄື ພຣະສີລາ ຕາມການເລົ່າຂອງຜູ້ເຖົ້າຜູ້ແກ່ເພິ່ນເລົ່າວ່າ ພຣະສີລານີ້ແຕ່ກ່ອນແມ່ນຝັງຢູ່ພິ້ນດິນໂດຍທາງຫນ້າຂອງພຣະພຸທທະຮູບແມ່ນຝັງດິນ ໂດຍປິ່ນຫລັງຂຶ້ນມາເທິງພື້ນດິນ ໃນຫມູ່ບ້ານຂອງລາວກາງ ແຕ່ເຂົາເຈົ້າກໍ່ເອົາດ້ານຫລັງຂອງພຣະອົງນີ້ເປັນທີ່ຝົນມິດແລະພ້າຕໍ່ມາເກີດມີຟ້າຝົນພະຍຸເຂົ້າເຮັດໃຫ້ດິນເສາະເຈື່ອນ ຈົນເຮັດໃຫ້ພຣະອົງນີ້ໄຫລກິ້ງລົງຈາກຫມູ່ບ້ານແຫ່ງນັ້ນ ແລະໄຫລມາຕົກທີ່ນ້ຳຄານ ໄຫລມາຢຸດຢູ່ແຖວທ່າປ່າເຝືອນ ( ຊື່ທ່າປ່ເຝືອນກໍ່ໄດ້ມາຈາກພຣະອົງນີ້) ຍ້ອນໄຫລມາຢູ່ທ່ານ້ຳແຫ່ງນີ້ ເຮັດໃຫ້ນ້ຳຄານໄຫລເຝືອຍຂຶ້ນມາ ຈຶ່ງເອິ້ນທ່ານີ້ວ່າ ທ່າປ່າເຝືອນ ຈາກນັ້ນບັນດາ ຜູ້ເຖົ້າຜູ້ແກ່ ຂອງບ້ານ ອາຮາມ ວິຊຸນ ແລະອາໄພ ກໍ່ມາອະຣາດທະນານິມົນເພິ່ນຂຶ້ນຈາກນ້ຳແຕ່ກໍ່ບໍ່ສາມາດຍົກຂຶ້ນໄດ້ ຈົນເຖົ້າແກ່ບ້ານພັນຫລວງມາເຮັດພິທີອະຣາດທະນາພຣະສິລາອົງນີ້ ຈຶ່ງຍົກຂຶ້ນແບບເບົາໂຍ່ງແບບອັດສະຈັນ ຈາກນັ້ນພຣະສິລາອົງນີ້ກໍ່ປະດິດສະຖານຢູ່ທີ່ວັດພັນຫລວງມາຈົນຮອດປະຈຸບັນນິ້ (ສ່ວນປີໃດນັ້ນ ແມ່ນບໍ່ມີຂໍ້ມູນ).

ມາ​ຮູ້​ຈັກ​ກັບ ວັດພັນຫລວງ ແຄມນ້ຳຄານ ຫຼວງພະບາງ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page